Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 6:3 - ພຣະຄຳພີສັກສິ

3 “ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ໄດ້​ກະທຳ​ຫຍັງ​ແດ່​ໃຫ້​ແກ່​ພວກເຈົ້າ? ເຮົາ​ໄດ້​ວາງ​ພາລະໜັກ​ອັນໃດ​ແດ່​ໃຫ້​ແກ່​ພວກເຈົ້າ? ຈົ່ງ​ຕອບ​ເຮົາ​ມາເບິ່ງ.

Uka jalj uñjjattʼäta Copia luraña




ມີກາ 6:3
11 Jak'a apnaqawi uñst'ayäwi  

“ຈົ່ງ​ຟັງ​ເຮົາ​ຈະ​ກ່າວ ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ຊາດ​ອິດສະຣາເອນ​ເອີຍ ເພາະວ່າ​ເຮົາ​ນັ້ນ ເປັນ​ພຣະເຈົ້າ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ.


ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ​ແຕ່ຜູ້ດຽວ ຄື​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຖື​ວ່າ​ເປັນ​ການ​ຊົ່ວຮ້າຍ. ການ​ທີ່​ພຣະອົງ​ຕັດສິນ​ຂ້ານ້ອຍ​ນັ້ນ​ກໍ​ຖືກຕ້ອງ​ແລ້ວ. ພຣະອົງ​ຊົງ​ຍຸດຕິທຳ​ເມື່ອ​ລົງໂທດ​ຂ້ານ້ອຍ​ນັ້ນ.


ເຮົາ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ​ຍອມ​ເຊື່ອຟັງ​ເຮົາ ຄື​ຢາກ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ທີ່​ເຮົາ​ເວົ້າ


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ຟັງ​ຄຳ​ເຕືອນ​ຂອງເຮົາ ຊາວ​ອິດສະຣາເອນ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຟັງ​ເຮົາ​ເວົ້າ


ມີ​ອັນ​ໃດ​ແດ່ ທີ່​ຂ້ອຍ​ບໍ່ໄດ້​ເຮັດ​ສຳລັບ​ສວນ​ນີ້? ແລ້ວ​ເປັນຫຍັງ​ໝາກ​ອະງຸ່ນ​ຈຶ່ງ​ສົ້ມ​ໝົດ ທັງໆ​ທີ່​ຂ້ອຍ​ຫວັງ​ໄວ້​ວ່າ​ຈະ​ໄດ້​ໝາກ​ຫວານ​ດີ?


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ​ແມ ເຮົາ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ສຳລັບ​ພວກເຈົ້າ​ບໍ? ເຮົາ​ເປັນ​ດັ່ງ​ດິນແດນ​ທີ່​ມືດມົນ​ສຳລັບ​ພວກເຈົ້າ​ບໍ? ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ເຮັດ​ຕາມໃຈ​ຕົນເອງ ແລະ ຕ່າງ​ກໍ​ເວົ້າ​ວ່າ ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ອີກ​ເລີຍ?’


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ບັນພະບຸລຸດ​ຂອງ​ພວກເຈົ້າ​ມີ​ຂໍ້​ກ່າວຫາ ພວກເຂົາ​ມີ​ຂໍ້​ກ່າວຫາ​ຫຍັງ​ຕໍ່ສູ້​ເຮົາ​ຢ່າງນີ້​ນໍ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຂົາ​ຫັນໜີ​ຈາກ​ເຮົາ​ໄດ້? ພວກເຂົາ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ ແລະ​ພວກເຂົາ​ເອງ​ກໍໄດ້​ກາຍເປັນ​ຄົນ​ບໍ່ມີ​ປະໂຫຍດ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ກະສັດ​ບາຫລາກ ແຫ່ງ​ໂມອາບ ໄດ້​ວາງແຜນ​ຕໍ່ສູ້​ພວກເຈົ້າ ແລະ​ບາລາອາມ ລູກຊາຍ​ຂອງ​ເບອໍ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ. ຈົ່ງ​ລະນຶກເຖິງ​ເຫດການ​ຕ່າງໆ​ທີ່​ໄດ້​ເກີດຂຶ້ນ​ຕາມ​ທາງ ແຕ່​ຄ້າຍພັກ​ທີ່​ຊິດຕິມ ຫາ​ກິນການ. ຈົ່ງ​ລະນຶກເຖິງ​ສິ່ງ​ເຫຼົ່ານີ້ ແລະ​ພວກເຈົ້າ​ກໍ​ຈະ​ສຳນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ.”


ແຕ່​ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ ກົດບັນຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ​ກໍ​ກ່າວ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ​ເພື່ອ​ອັດ​ປາກ​ທຸກຄົນ ແລະ​ເພື່ອ​ໃຫ້​ມະນຸດ​ທຸກຄົນ​ໃນ​ໂລກ ຢູ່​ໃຕ້​ການ​ພິພາກສາ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka