Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 6:10 - ພຣະຄຳພີສັກສິ

10 ໃນ​ເຮືອນ​ຂອງ​ຄົນຊົ່ວ ມີ​ຊັບສົມບັດ​ຫລາຍ​ຢ່າງ ຊຶ່ງ​ພວກເຂົາ​ໄດ້​ມາ​ໃນ​ທາງ​ບໍ່​ສັດຊື່. ພວກເຂົາ​ໃຊ້​ຕາຊິງ​ປອມ ເປັນ​ສິ່ງ​ທີ່​ເຮົາ​ກຽດຊັງ.

Uka jalj uñjjattʼäta Copia luraña




ມີກາ 6:10
21 Jak'a apnaqawi uñst'ayäwi  

ຊັບສົມບັດ​ທີ່​ໄດ້​ມາ​ໂດຍ​ຄວາມ​ບໍ່​ສັດຊື່​ຈະ​ບໍ່​ເປັນ​ຜົນດີ​ຫຍັງ, ແຕ່​ຄວາມສັດຊື່​ຊ່ວຍ​ຊີວິດ​ຂອງ​ເຈົ້າ​ໄວ້​ໄດ້.


ພຣະເຈົ້າຢາເວ​ກຽດຊັງ​ຜູ້​ທີ່​ໃຊ້​ຕາຊິງ​ຂີ້ຫລັກ. ພຣະອົງ​ດີໃຈ​ນຳ​ຜູ້​ທີ່​ຊັ່ງຕວງ​ຢ່າງ​ຖືກຕ້ອງ.


ພຣະເຈົ້າຢາເວ​ກຽດຊັງ​ຜູ້​ທີ່​ໃຊ້​ເຄື່ອງຊັ່ງ​ກັບ​ເຄື່ອງແທກ​ບໍ່​ສັດຊື່.


ພຣະເຈົ້າຢາເວ​ກຽດຊັງ​ຜູ້​ທີ່​ໃຊ້​ເຄື່ອງຊັ່ງ​ກັບ​ເຄື່ອງແທກ​ບໍ່​ສັດຊື່.


ຊັບສົມບັດ​ທີ່​ໄດ້​ມາ​ໂດຍ​ທາງ​ບໍ່​ຊອບ​ກໍ​ສູນເສຍ​ຢ່າງ​ໄວວາ, ແຕ່​ເປັນ​ຄື​ບ້ວງແຮ້ວ​ທີ່​ນຳພາ​ໄປ​ສູ່​ຄວາມຕາຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ມີ​ເຄື່ອງຂອງ​ເຕັມ​ຫໍໂຮງ​ທີ່​ໄດ້​ມາ​ຈາກ​ອາຊະຍາກຳ ແລະ​ການ​ປຸ້ນຈີ້. ພວກເຂົາ​ບໍ່​ຮູ້ຈັກ​ປະພຶດ​ຕົນ​ຢ່າງ​ສັດຊື່.


ຈົ່ງ​ແຈ້ງ​ໃຫ້​ພວກ​ທີ່​ຢູ່​ໃນ​ວັງ​ແຫ່ງ​ເອຢິບ ແລະ​ແຫ່ງ​ອາຊະໂດດ​ວ່າ, “ຈົ່ງ​ທ້ອນໂຮມກັນ​ຢູ່​ເທິງ​ພູເຂົາ​ຕ່າງໆ​ອ້ອມແອ້ມ​ຊາມາເຣຍ ແລະ​ເບິ່ງ​ເຫດການ​ວຸ້ນວາຍ​ໃຫຍ່​ແລະ​ອາຊະຍາກຳ​ທີ່​ໄດ້​ຖືກ​ກໍ່​ຂຶ້ນ​ຢູ່​ໃນ​ທີ່ນັ້ນ.”


ການ​ຢຳເກງ​ພຣະເຈົ້າຢາເວ​ເປັນ​ການ​ສະຫລາດ. ພຣະອົງ​ຮ້ອງ​ໃສ່​ເມືອງ​ນັ້ນ​ວ່າ, “ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ປະຊາຊົນ​ທີ່​ປະຊຸມກັນ​ຢູ່​ໃນ​ເມືອງ


ໃນວັນນັ້ນ ເຮົາ​ຈະ​ລົງໂທດ​ທຸກຄົນ​ທີ່​ຂາບໄຫວ້ ຄ້າຍຄື​ກັບ​ພວກ​ທີ່​ບໍ່​ນັບຖື​ພຣະເຈົ້າ, ພວກ​ທີ່​ຂີ້ລັກ ແລະ​ພວກ​ທີ່​ຂ້າເຈົ້າ​ເອົາຂອງ ເພື່ອ​ນຳ​ໄປ​ສ້າງຮັ່ງ​ຄູນມີ​ໃຫ້​ແກ່​ເຮືອນ​ເຈົ້ານາຍ​ຂອງຕົນ.”


ຂ້າພະເຈົ້າ​ຖາມ​ວ່າ, “ສິ່ງ​ນັ້ນ​ແມ່ນ​ຫຍັງ?” ເທວະດາ​ຕົນ​ນັ້ນ​ຕອບ​ວ່າ, “ແມ່ນ​ກະຕ່າ​ໜ່ວຍ​ໜຶ່ງ​ແລະ​ມັນ​ໝາຍເຖິງ​ບາບ ຂອງ​ດິນແດນ​ນີ້​ທັງໝົດ.”


ແຕ່​ຊາວ​ອິດສະຣາເອນ​ໄດ້​ລະເມີດ​ໃນ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ຄື: ອາການ​ເປັນ​ລູກ​ຂອງ​ການໝີ ຫລານຊາຍ​ຂອງ​ຊັບດີ ແລະ​ຄົນ​ໃນ​ຕະກຸນ​ເຊຣາ​ເຜົ່າ​ຢູດາ​ໄດ້ເອົາ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ໄປ​ເປັນ​ຂອງຕົນ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ​ຢ່າງໜັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka