1 ຈົ່ງຟັງພຣະເຈົ້າຢາເວສູ້ຄວາມກັບຊາດອິດສະຣາເອນ. ຈົ່ງລຸກຂຶ້ນເຖີດແລະສະເໜີຄະດີຂອງພຣະອົງ; ໃຫ້ພູແລະເນີນພູທັງຫລາຍຟັງພຣະອົງກ່າວ.
ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຢາເວກ່າວຈາ ພຣະອົງເອີ້ນເອົາຄົນທົ່ວທັງໂລກາຈາກທິດຕາເວັນອອກ ເຖິງທິດຕາເວັນຕົກ.
ພຣະອົງຊົງຮຽກເອີ້ນຟ້າສະຫວັນເບື້ອງເທິງແລະແຜ່ນດິນໂລກມາ ໃຫ້ເປັນພະຍານເພື່ອຕັດສິນປະຊາຊົນຂອງພຣະອົງ.
ພຣະເຈົ້າຢາເວໄດ້ກ່າວວ່າ, “ໂອ ຈັກກະວານແລະແຜ່ນດິນໂລກເອີຍ ຈົ່ງຟັງສິ່ງທີ່ເຮົາກຳລັງກ່າວ ພວກເດັກນ້ອຍທີ່ເຮົາລ້ຽງມາຈົນໃຫຍ່ໄດ້ກະບົດຕໍ່ສູ້ເຮົາ.
ພຣະເຈົ້າຢາເວພ້ອມແລ້ວທີ່ຈະກ່າວຄະດີຂອງພຣະອົງ; ພຣະອົງພ້ອມແລ້ວທີ່ຈະຕັດສິນປະຊາຊົນຂອງພຣະອົງ.
ປະຊາຊົນອິດສະຣາເອນເອີຍ ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ ຈົ່ງຖ່ອມຕົວລົງ ແລະເຊື່ອຟັງພຣະອົງສາເຖີດ
ໂອ ດິນແດນ ດິນແດນ ດິນແດນເອີຍ ຈົ່ງຟັງເອົາ ຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ:
ອົງພຣະຜູ້ເປັນເຈົ້າໄດ້ສັ່ງວ່າ, “ມະນຸດເອີຍ ເຈົ້າຈົ່ງກ່າວແກ່ພູທັງຫລາຍຂອງຊາດອິດສະຣາເອນ ແລະບອກໃຫ້ເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ
ແຕ່ຕາມເທິງພູທັງຫລາຍຂອງຊາດອິດສະຣາເອນ ຕົ້ນໄມ້ທັງຫລາຍຈະມີໃບອີກ ແລະຈະເກີດໝາກໃຫ້ພວກເຈົ້າ ປະຊາຊົນອິດສະຣາເອນຂອງເຮົາເອີຍ. ພວກເຈົ້າຈະໄດ້ກັບຄືນມາສູ່ເຮືອນໃນບໍ່ຊ້ານີ້.
ພຣະອົງໄດ້ກ່າວຕໍ່ຂ້າພະເຈົ້າວ່າ, “ຈົ່ງປະກາດພຣະທຳໃຫ້ກະດູກແຫ້ງທັງຫລາຍນີ້ ແລະກ່າວຕໍ່ພວກເຂົາວ່າ: ໂອ ກະດູກແຫ້ງທັງຫຼາຍເອີຍ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ.
ຈົ່ງບອກພູເຂົາຕ່າງໆຂອງຊາດອິດສະຣາເອນໃຫ້ຟັງຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າບອກພູເຂົາແລະເນີນພູທັງຫລາຍ, ຫ້ວຍກັບຮ່ອມພູທັງຫລາຍວ່າ ເຮົາຈະໃຊ້ດາບທຳລາຍບ່ອນຕ່າງໆທີ່ປະຊາຊົນຂາບໄຫວ້ຮູບເຄົາຣົບ.
ປະຊາຊົນຊາວອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວເຖິງພວກເຈົ້າ ຄືຄົນທັງຊາດທີ່ພຣະອົງໄດ້ນຳອອກມາຈາກປະເທດເອຢິບນັ້ນວ່າ,
ຈົ່ງຟັງເລື່ອງນີ້ບັນດາທຸກຊົນຊາດເອີຍ ຈົ່ງຟັງເລື່ອງນີ້ທຸກຄົນ ທັງທຸກສິ່ງທີ່ແຜ່ນດິນໂລກ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປັນພະຍານຕໍ່ສູ້ພວກເຈົ້າໃດ ອົງພຣະຜູ້ເປັນເຈົ້າຈາກພຣະວິຫານທີ່ບໍຣິສຸດຂອງພຣະອົງ.
ແລ້ວພູທັງຫລາຍກໍຈະລະລາຍສິ້ນຢູ່ໃຕ້ຕີນຂອງພຣະອົງ ດັ່ງຂີ້ເຜິ້ງລະລາຍເມື່ອມັນຖືກໄຟຮ້ອນ. ພູເຂົາທັງຫລາຍນັ້ນຈະເຈື່ອນລົງສູ່ຮ່ອມພູທັງຫລາຍ ດັ່ງນໍ້າໄຫລລົງມາແຕ່ເນີນພູແຫ່ງໜຶ່ງ.
ແລະດ້ວຍຄວາມໂກດຮ້າຍອັນໃຫຍ່ຂອງເຮົາ ເຮົາຈະແກ້ແຄ້ນຊົນຊາດທັງຫລາຍທີ່ບໍ່ເຊື່ອຟັງເຮົາ.”
ພູເຂົາທັງຫລາຍເອີຍ ເຈົ້າຊຶ່ງເປັນຮາກຖານອັນຕະຫລອດໄປຂອງແຜ່ນດິນໂລກນີ້ ຈົ່ງຟັງຄະດີຂອງພຣະເຈົ້າຢາເວເຖີດ ພຣະເຈົ້າຢາເວມີຄະດີຕໍ່ສູ້ປະຊາຊົນຂອງພຣະອົງ. ພຣະອົງກຳລັງກ່າວໂທດຕໍ່ສູ້ປະຊາຊົນອິດສະຣາເອນ.
ພຣະອົງໄດ້ຕອບພວກເຂົາວ່າ, “ເຮົາບອກເຈົ້າທັງຫລາຍວ່າ ຖ້າຄົນເຫຼົ່ານີ້ມິດງຽບ ກ້ອນຫີນທັງຫລາຍກໍຈະຮ້ອງຂຶ້ນ.”
“ໂອ ຟ້າສະຫວັນເອີຍ ຈົ່ງງ່ຽງຫູຂອງເຈົ້າຟັງສຽງຂອງຂ້ອຍ ແລະແຜ່ນດິນໂລກເອີຍ ຈົ່ງຟັງຖ້ອຍຄຳຈາກປາກຂອງຂ້ອຍ.
ຖ້າເປັນເຊັ່ນນັ້ນ ຂ້າພະເຈົ້າຂໍໃຫ້ສະຫວັນກັບແຜ່ນດິນໂລກ ຈົ່ງເປັນພະຍານຕໍ່ສູ້ພວກເຈົ້າໃນວັນນີ້ ແລະພວກເຈົ້າຈະດັບສູນຈາກດິນແດນນີ້ໃນບໍ່ຊ້າ. ພວກເຈົ້າຈະບໍ່ໄດ້ຢູ່ຍາວນານໃນດິນແດນທີ່ພວກເຈົ້າກຳລັງຈະຂ້າມແມ່ນໍ້າຈໍແດນໄປຢຶດຄອງນັ້ນ ແລະພວກເຈົ້າຈະຖືກທຳລາຍຈົນໝົດສິ້ນ.
ບັດນີ້ ຈົ່ງຢືນຢູ່ກັບທີ່ຂອງພວກເຈົ້ານັ້ນແຫຼະ ແລະຂ້າພະເຈົ້າຈະຟ້ອງພວກເຈົ້າຕໍ່ພຣະເຈົ້າຢາເວ ໂດຍຕັກເຕືອນພວກເຈົ້າ ໃຫ້ຈົດຈຳພາລະກິດອັນຍິ່ງໃຫຍ່ທັງໝົດທີ່ພຣະເຈົ້າຢາເວໄດ້ກະທຳນັ້ນ ເພື່ອຊ່ວຍພວກເຈົ້າແລະປູ່ຍ່າຕາຍາຍໃຫ້ພົ້ນ.
ຊາມູເອນສັ່ງວ່າ, “ຢຸດ ຂ້າພະເຈົ້າຈະບອກທ່ານເຖິງສິ່ງທີ່ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າໃນຄືນນີ້.” ກະສັດໂຊນກ່າວວ່າ, “ບອກຂ້າພະເຈົ້າມາເບິ່ງດູ.”