Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 5:8 - ພຣະຄຳພີສັກສິ

8 ພວກເຂົາ​ທີ່​ຖືກ​ປະໄວ້​ຢູ່​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ກໍ​ຈະ​ເປັນ​ດັ່ງ​ສິງ​ໂຕໜຶ່ງ ທີ່​ກຳລັງ​ຊອກຫາ​ອາຫານ​ໃນ​ປ່າ​ຫລື​ຕາມ​ທົ່ງຫຍ້າ: ມັນ​ເຂົ້າ​ໄປ​ຄຸບ​ເອົາ​ແກະ​ຢູ່​ໃນ​ຝູງ ແລະ​ຈີກ​ເປັນ​ຕ່ອນໆ ແລະ​ຄວາມຫວັງ​ໃດໆ​ທີ່​ຈະ​ຊ່ວຍກູ້​ເອົາ​ກໍ​ບໍ່ມີ.

Uka jalj uñjjattʼäta Copia luraña




ມີກາ 5:8
29 Jak'a apnaqawi uñst'ayäwi  

ຢູດາ​ນີ້ ຍັງ​ເກັ່ງກ້າ​ຮ້າຍກາດ​ເໝືອນ​ໂຕສິງ; ຂ້າ​ເຫຍື່ອ​ຍາດ​ຊີງ​ມາ ແລະ​ຟ້າວ​ໄປ​ຫາ​ໝົ້ງ​ນອນ​ລີ້. ຢຽດຕົວ​ລົງ​ນອນ​ເນີ້ງ​ເຮັດ​ຕາ​ຫລັບ​ສີ​ພັບໆ ໃຜ​ບໍ່​ກ້າ​ຫຍັບ​ເຂົ້າ​ໃກ້​ຍາມ​ລາວ​ໄດ້​ນອນ​ຫລັບ​ສະບາຍ.


ພຣະອົງ​ໄດ້​ສົ່ງ​ຄວາມມືດ​ມາ​ເປັນ​ຕອນ​ກາງຄືນ ຊຶ່ງ​ເປັນ​ເວລາ​ທີ່​ສັດປ່າ​ອອກ​ໄປ​ທ່ອງທ່ຽວ.


ເຫຼົ່າ​ສັດຕູ​ໄດ້​ພ່າຍແພ້​ດ້ວຍ​ອຳນາດ​ຂອງ​ພຣະອົງ ຂ້ານ້ອຍ​ບໍ່ໄດ້​ໄວ້ວາງໃຈ​ໃນ​ໜ້າທະນູ​ຫລື​ດາບ


ຈົ່ງ​ພິຈາລະນາ​ເຖິງ​ເລື່ອງນີ້​ໃຫ້​ດີ​ຜູ້​ທີ່​ມັກ​ລືມ​ພຣະເຈົ້າ​ເອີຍ ຖ້າບໍ່​ດັ່ງນັ້ນ​ແລ້ວ ເຮົາ​ຈະ​ທຳລາຍ​ພວກເຈົ້າ​ໃຫ້​ແຕກ​ເປັນ​ປ່ຽງໆ ແລະ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ໄດ້.


ສິງ ເປັນ​ສັດ​ທີ່​ແຂງແຮງ​ກວ່າໝູ່ ແລະ​ບໍ່​ຢ້ານ​ຫຍັງ​ເລີຍ,


ພວກ​ທະຫານ​ຕ່າງ​ກໍ​ຄວນຄາງ ສຽງດັງ​ຄື​ສຽງ​ໂຕສິງ​ທີ່​ໄດ້​ຂ້າ​ເຫຍື່ອ ແລະ​ຄາບ​ໄປ​ສູ່​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຍາດ​ເອົາ​ຈາກ​ມັນ​ໄດ້.


ພວກເຂົາ​ບໍ່​ຈຳເປັນ​ຕ້ອງ​ໄປ​ຫາຊອກ​ຟືນ​ຕາມ​ທົ່ງນາ ຫລື​ຕັດ​ຕົ້ນໄມ້​ໃນ​ປ່າ ເພາະ​ພວກເຂົາ​ຈະ​ມີ​ອາວຸດ​ທີ່​ບໍ່​ໃຊ້​ແລ້ວ​ນັ້ນ​ໄວ້​ດັງ​ໄຟ. ພວກເຂົາ​ຈະ​ປຸ້ນຈີ້​ພວກ​ທີ່​ໄດ້​ປຸ້ນຈີ້​ພວກເຂົາ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ໂດດ​ໃສ່​ປະຊາຊົນ​ເອຟຣາອິມ ແລະ​ຢູດາ​ເໝືອນ​ສິງ​ຄຸບ​ກິນ​ພວກເຂົາ. ເຮົາ​ຈະ​ຈີກ​ພວກເຂົາ​ອອກ​ເປັນ​ຕ່ອນໆ ແລະ​ປະຖິ້ມ​ໄວ້. ເມື່ອ​ເຮົາ​ລາກ​ພວກເຂົາ​ໄປ​ແລ້ວ ຈະ​ບໍ່ມີ​ຜູ້ໃດ​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້.


ແຕ່​ເຮົາ​ຈະ​ນຳ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ ຄື​ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ຍັງເຫລືອ​ຢູ່. ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ມາ​ເຕົ້າໂຮມ​ກັນ ເໝືອນ​ດັ່ງ​ຝູງແກະ​ກັບຄືນ​ມາ​ສູ່​ຄອກ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ຄົນ​ອີກເທື່ອໜຶ່ງ ເໝືອນ​ຝູງແກະ​ຢູ່​ໃນ​ທົ່ງຫຍ້າ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ສາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ແຂງແຮງ​ເໝືອນ​ດັ່ງ​ງົວ​ກະທິງ ທີ່​ມີ​ເຂົາ​ເປັນ​ເຫຼັກ​ແລະ​ມີ​ກີບຕີນ​ເປັນ​ທອງສຳຣິດ. ພວກເຈົ້າ​ຈະ​ຢຽບຢໍ່າ​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ໝຸ່ນ​ທະລາຍ​ໄປ ເຮົາ​ຈະ​ມອບ​ສິ່ງ​ທີ່​ໄດ້​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ໄດ້​ມາ​ຈາກ​ການ​ໃຊ້​ກຳລັງ​ຢຶດເອົາ​ນັ້ນ ເຮົາ​ຈະ​ເອົາ​ມາ​ອຸທິດ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


ພວກເຂົາ​ເປັນ​ຄົນ​ຂາ​ພິການ ແລະ​ຢູ່​ຫ່າງໄກ​ຈາກ​ເຮືອນ, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເລີ່ມຕົ້ນ​ໃໝ່​ຈາກ​ພວກ​ທີ່​ຍັງເຫລືອ​ຢູ່ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່. ພຣະເຈົ້າຢາເວ​ຈະ​ປົກຄອງ​ພວກເຂົາ​ທີ່​ພູເຂົາ​ຊີໂອນ ແຕ່​ເວລາ​ນັ້ນ​ຈົນ​ຕະຫລອດໄປ​ເປັນນິດ.”


ສະນັ້ນ ເພິ່ນ​ຈຶ່ງ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຈົນເຖິງ​ເວລາ​ຍິງສາວ​ທີ່​ໃຫ້​ກຳເນີດ​ມີ​ລູກຊາຍ​ຂອງຕົນ. ແລ້ວ​ບັນດາ​ພວກ​ພີ່ນ້ອງ​ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຈະ​ມາ​ທ້ອນໂຮມກັນ​ກັບ​ປະຊາຊົນ​ຂອງ​ພວກເຂົາ​ເອງ.


ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.


ປະຊາຊົນ​ຢູດາ​ຈະ​ມີ​ໄຊຊະນະ​ດັ່ງ​ທະຫານ​ທີ່​ຢຽບຢໍ່າ​ເຫຼົ່າ​ສັດຕູ​ລົງ​ໃນ​ຂີ້ຕົມ ຕາມ​ທ້ອງ​ຖະໜົນ​ຫົນທາງ. ພວກເຂົາ​ຈະ​ຕໍ່ສູ້​ເຫຼົ່າ​ສັດຕູ ເພາະ​ພຣະເຈົ້າຢາເວ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ຈະ​ເອົາ​ຊະນະ​ແມ່ນແຕ່​ກອງ​ທະຫານ​ມ້າ​ຂອງ​ເຫຼົ່າ​ສັດຕູ​ດ້ວຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ເມດຕາ​ຜູ້ໃດ​ເລີຍ​ໃນ​ແຜ່ນດິນ​ໂລກ​ນີ້. ເຮົາເອງ​ຈະ​ເປັນ​ຜູ້​ມອບ​ປະຊາຊົນ​ທຸກຄົນ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ປົກຄອງ​ພວກເຂົາ. ນັກ​ປົກຄອງ​ເຫຼົ່ານີ້​ຈະ​ລ້າງຜານ​ແຜ່ນດິນ​ໂລກ ແລະ​ເຮົາ​ຈະ​ບໍ່​ຊ່ວຍ​ຜູ້ໃດ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກເຂົາ​ເລີຍ.”)


ແຕ່​ເມື່ອ​ເວລາ​ນັ້ນ​ມາເຖິງ ເຮົາ​ຈະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ດັ່ງ​ຫີນ​ໜັກ​ກ້ອນ​ໜຶ່ງ ຊົນຊາດ​ໃດ​ທີ່​ພະຍາຍາມ​ຍົກ​ຫີນ​ກ້ອນ​ນີ້​ຂຶ້ນ​ກໍ​ຈະ​ໄດ້​ຮັບ​ບາດເຈັບ. ຊົນຊາດ​ທັງໝົດ​ຢູ່​ໃນ​ໂລກນີ້ ຈະ​ໂຮມ​ກຳລັງ​ກັນ​ໂຈມຕີ​ນະຄອນ​ນີ້.


ຖ້າ​ຊາວ​ເອຢິບ​ບໍ່​ຍອມ​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່ ພວກເຂົາ​ກໍ​ຈະ​ຖືກ​ທຳລາຍ​ດ້ວຍ​ໂຣກ​ລະບາດ ຊຶ່ງ​ພຣະເຈົ້າຢາເວ​ສົ່ງ​ມາ​ສູ່​ທຸກ​ຊົນຊາດ ທີ່​ບໍ່​ຍອມ​ໄປ​ທີ່​ນັ້ນ​ຄືກັນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ປົກປ້ອງ ປະຊາຊົນ​ຂອງ​ພຣະອົງ ພວກເຂົາ​ຈະ​ທຳລາຍ​ສັດຕູ​ໃຫ້​ກ້ຽງ. ພວກເຂົາ​ຈະ​ຮ້ອງໂຮ​ໃນ​ສະໜາມຮົບ​ດັ່ງ​ຄົນ​ມືນເມົາ ແລະ​ຈະ​ເຮັດ​ໃຫ້​ສັດຕູ​ເລືອດ​ໄຫລຫລັ່ງ​ຍ້ອຍ; ມັນ​ຈະ​ໄຫລຫລັ່ງ​ຍ້ອຍ​ດັ່ງ​ເລືອດ​ທີ່​ຈະ​ນຳ​ໄປ​ຖວາຍ ຖອກ​ໃສ່​ແທ່ນບູຊາ ຈາກ​ຖ້ວຍ​ໃບ​ໜຶ່ງ.


ໃນ​ມື້​ທີ່​ເຮົາ​ດຳເນີນການ​ນັ້ນ ພວກເຈົ້າ​ຈະ​ຊະນະ​ຄົນຊົ່ວຊ້າ​ອະທຳ ແລະ​ພວກເຂົາ​ຈະ​ເປັນ​ດັ່ງ​ຂີ້ຝຸ່ນ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພວກເຈົ້າ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ປະຊາຊົນ​ຊາດ​ນີ້​ ເປັນ​ດັ່ງ​ໂຕ​ສິງ​ທີ່​ມີ​ອຳນາດ​ຍິ່ງ; ເມື່ອ​ມັນ​ພວມ​ນອນ​ຢູ່​ນັ້ນ ບໍ່ມີ​ໃຜ​ກ້າ​ປຸກ​ມັນ​ຂຶ້ນ​ມາ. ຜູ້ໃດ​ອວຍພອນ​ຊາດ​ອິດສະຣາເອນ​ນັ້ນ ຜູ້ນັ້ນ​ຈະ​ໄດ້​ຮັບ​ຄຳອວຍພອນ​ຄືນ ແລະ​ຜູ້ໃດ​ສາບແຊ່ງ​ຊາດ​ອິດສະຣາເອນ ຜູ້ນັ້ນ​ຈະ​ໄດ້​ຖືກ​ສາບແຊ່ງ​ຕອບ.”


ຖ້າ​ບ້ານ​ໃດ​ຫລື​ເມືອງ​ໃດ​ບໍ່​ຕ້ອນຮັບ​ພວກເຈົ້າ ຫລື​ບໍ່​ຟັງ​ພວກເຈົ້າ ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກເຈົ້າ​ອອກ​ດ້ວຍ.


ແຕ່​ເມື່ອ​ພວກ​ເຫຼົ່ານັ້ນ​ຂັດຂວາງ ແລະ​ກ່າວ​ຄຳ​ຫຍາບຊ້າ ໂປໂລ​ຈຶ່ງ​ສັ່ນ​ເສື້ອຜ້າ​ຕໍ່ສູ້​ພວກເຂົາ ແລ້ວ​ເວົ້າ​ວ່າ, “ຂໍ​ໃຫ້​ໂທດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ ຝ່າຍ​ເຮົາ, ເຮົາ​ບໍ່ມີ​ໂທດ ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ໄປ​ຫາ​ພວກ​ຕ່າງຊາດ.”


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ປະຕິເສດ​ບໍ່​ຍອມ​ຟັງ​ພຣະອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງຫລາຍ​ທີ່​ປະຕິເສດ ບໍ່​ຍອມ​ຟັງ​ຄຳເຕືອນ​ຂອງ​ພຣະອົງ​ໃນ​ໂລກນີ້ ເຂົາ​ກໍ​ບໍ່ມີ​ທາງ​ພົ້ນ​ໂທດ​ທີ່​ເຂົາ​ປະຕິເສດ​ນັ້ນ ພວກເຮົາ​ຜູ້​ອວ່າຍ​ໜ້າ​ຈາກ​ພຣະອົງ ຜູ້​ຊົງ​ເຕືອນ​ຈາກ​ສະຫວັນ ກໍ​ຈະ​ບໍ່​ພົ້ນ​ໂທດ​ຫລາຍກວ່າ​ເຂົາ​ເຫຼົ່ານັ້ນ​ເສຍ​ອີກ.


ດັ່ງນັ້ນ ຖ້າ​ພວກເຮົາ​ລະເລີຍ​ຕໍ່​ຄວາມ​ພົ້ນ​ອັນ​ໃຫຍ່ຫລວງ​ເຊັ່ນນີ້ ພວກເຮົາ​ຈະ​ຫລົບ​ໜີ​ຈາກ​ການ​ລົງໂທດ​ໄດ້​ຢ່າງ​ໃດ? ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ປະກາດ​ຄວາມ​ພົ້ນ​ນັ້ນ​ໃນ​ເວລາ​ທຳອິດ ແລະ​ພວກ​ທີ່​ໄດ້ຍິນ​ກໍ​ຢືນຢັນ​ແກ່​ພວກເຮົາ​ວ່າ​ເປັນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka