Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 5:7 - ພຣະຄຳພີສັກສິ

7 ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ​ມາ​ໄດ້ ກໍ​ຈະ​ເປັນ​ດັ່ງ​ນໍ້າ​ຄ້າງ​ອັນ​ສົດຊື່ນ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ສົ່ງ​ລົງ​ມາ​ສຳລັບ​ຫລາຍ​ຊົນຊາດ ເໝືອນ​ຫ່າຝົນ​ທີ່​ຕົກ​ເທິງ​ພືດພັນ​ທີ່​ຫາກໍ່​ປົ່ງ​ໃໝ່. ພວກເຂົາ​ຈະ​ອາໄສ​ພຣະເຈົ້າ ແຕ່​ບໍ່ແມ່ນ​ອາໄສ​ມະນຸດ.

Uka jalj uñjjattʼäta Copia luraña




ມີກາ 5:7
40 Jak'a apnaqawi uñst'ayäwi  

ຖ້າ​ເຮັດ​ດັ່ງນີ້ ພວກເຮົາ​ຈະ​ຫາ​ກະສັດ​ດາວິດ​ພົບ ບໍ່​ວ່າ​ເພິ່ນ​ຈະ​ຢູ່​ບ່ອນ​ໃດ​ກໍຕາມ ແລະ​ເຂົ້າ​ໂຈມຕີ​ກ່ອນ​ທີ່​ເພິ່ນ​ຈະ​ຮູ້​ຕົວ. ກະສັດ​ດາວິດ​ແລະ​ພັກພວກ​ຂອງ​ເພິ່ນ​ຈະ​ບໍ່ມີ​ຜູ້ໃດ​ລອດຊີວິດ​ໄປ​ໄດ້.


ໃນ​ວັນ​ທີ່​ເຈົ້າ​ຕໍ່ສູ້​ເຫຼົ່າ​ສັດຕູ​ໝູ່ມານ ປະຊາຊົນ​ຈະ​ຂານ​ອາສາ​ເຂົ້າ​ຮັບໃຊ້​ເຈົ້າ. ຊາຍໜຸ່ມ​ຈະ​ມາ​ຫາ​ເຈົ້າ​ທີ່​ເນີນພູ​ສັກສິດ ດັ່ງ​ນໍ້າ​ຄ້າງ​ຢອດ​ລົງ​ໃນ​ຍາມ​ເຊົ້າຕູ່.


ເປັນ​ດັ່ງ​ນໍ້າໝອກ​ຄ້າງ​ທີ່​ເທິງ​ພູເຂົາ​ເຮີໂມນ ຕົກລົງ​ອາບ​ຊີໂອນ​ເມືອງ​ທີ່​ຕັ້ງ​ຢູ່​ເນີນພູ​ນັ້ນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ສັນຍາ​ເຖິງ​ພຣະພອນ​ຂອງ​ພຣະອົງ ທີ່​ໃຫ້​ມີ​ຊີວິດ​ດຳລົງຢູ່​ຢ່າງ​ບໍ່​ສຸດສິ້ນ.


ຂໍ​ໃຫ້​ກະສັດ​ເປັນ​ດັ່ງ​ນໍ້າ​ຝົນ​ທີ່​ຕົກ​ໃສ່​ທົ່ງນາ ເປັນ​ດັ່ງ​ຫ່າຝົນ​ທີ່​ຕົກ​ໃສ່​ດິນແດນ​ດ້ວຍ.


ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເປັນ​ດັ່ງ​ສຽງ​ໂຕສິງ​ແຜດສຽງ, ແຕ່​ຄວາມ​ເມດຕາ​ຂອງເພິ່ນ​ກໍ​ເປັນ​ດັ່ງ​ນໍ້າ​ຄ້າງ​ເທິງ​ຫຍ້າອ່ອນ.


ແຕ່​ພຣະເຈົ້າ​ຈະ​ສົ່ງ​ພຣະວິນຍານ​ຂອງ​ພຣະອົງ​ມາ​ໃຫ້​ພວກເຮົາ​ອີກເທື່ອໜຶ່ງ. ດິນ​ທີ່​ປູກຝັງ​ບໍ່ໄດ້​ກໍ​ຈະ​ກາຍເປັນ​ດິນ​ທີ່​ປູກຝັງ​ໄດ້ ແລະ​ທົ່ງນາ​ກໍ​ຈະ​ຜະລິດ​ຜົນລະປູກ​ໄດ້​ຢ່າງ​ອຸດົມສົມບູນ.


ເຮົາ​ຈະ​ໃຫ້​ນໍ້າ​ແກ່​ດິນແດນ​ທີ່​ຫິວກະຫາຍ ຈະ​ໃຫ້​ມີ​ແມ່ນໍ້າ​ໄຫລ​ເທິງ​ພື້ນດິນ​ທີ່​ແຫ້ງແລ້ງ. ເຮົາ​ຈະ​ເທ​ຣິດອຳນາດ​ເທິງ​ລູກໆ​ທັງຫລາຍ​ຂອງ​ເຈົ້າ ແລະ​ເທ​ພອນ​ເຖິງ​ເຊື້ອສາຍ​ຂອງ​ພວກເຈົ້າ.


“ຖ້ອຍຄຳ​ຂອງເຮົາ​ເປັນ​ດັ່ງ​ນໍ້າ​ຝົນ ແລະ​ຫິມະ ຊຶ່ງ​ລົງ​ມາ​ຈາກ​ສະຫວັນ​ເບື້ອງເທິງ ແລະ​ຫົດ​ແຜ່ນດິນ​ໂລກ​ໃຫ້​ຊຸ່ມເຢັນ ຊຶ່ງ​ເຮັດ​ໃຫ້​ເຄື່ອງ​ປູກ​ງອກງາມ​ໃຫຍ່ຂຶ້ນ ທັງ​ຈັດຫາ​ໃຫ້​ມີ​ແນວພືດ​ສຳລັບ​ປູກຝັງ ທັງ​ໃຫ້​ມີ​ເຂົ້າຈີ່​ກິນ​ດ້ວຍ.


ແລະ​ເຮົາ​ຈະ​ຕັ້ງ​ໝາຍສຳຄັນ​ໄວ້​ໃນ​ທ່າມກາງ​ພວກເຂົາ. ເຮົາ​ຈະ​ໄວ້​ຊີວິດ​ບາງຄົນ​ໃນ​ພວກເຂົາ ແລະ​ສົ່ງ​ພວກເຂົາ​ໄປ​ຍັງ​ຊົນຊາດ​ຕ່າງໆ​ແລະ​ສູ່​ດິນແດນ​ທີ່​ຫ່າງໄກ ບ່ອນ​ທີ່​ບໍ່ໄດ້ຍິນ​ເຖິງ​ຊື່ສຽງ ຫລື​ໄດ້​ເຫັນ​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງເຮົາ​ເລີຍ​ຄື: ສະເປນ, ລີເບຍ, ແລະ​ລີເດຍ ພ້ອມ​ດ້ວຍ​ນັກຍິງທະນູ​ຜູ້​ທີ່​ຊຳນິ​ຊຳນານ ແລະ​ໄປ​ຍັງ​ຕູບານ​ແລະ​ກຣີກ. ໃນ​ທ່າມກາງ​ຊົນຊາດ​ເຫຼົ່ານີ້ ພວກເຂົາ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງເຮົາ.


ບໍ່ມີ​ຮູບເຄົາຣົບ​ຂອງ​ຊົນຊາດ​ໃດ​ເຮັດ​ໃຫ້​ຝົນ​ຕົກ​ມາ ຟ້າ​ສະຫວັນ​ກໍ​ເຮັດ​ໃຫ້​ຝົນ​ຫລັ່ງລິນ​ລົງ​ມາ​ບໍ່ໄດ້; ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ເພາະ​ແມ່ນ​ພຣະອົງ​ທີ່​ໄດ້​ກະທຳ​ທຸກສິ່ງ​ເຫຼົ່ານີ້.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ລອດຊີວິດ​ແລະ​ຊ່ວຍ​ລູກ​ຂອງຕົນ​ໄດ້ ຈົ່ງ​ເບິ່ງ​ພວກເຂົາ​ໃຫ້​ດີໆ ເມື່ອ​ພວກເຂົາ​ມາ​ຫາ​ພວກເຈົ້າ. ຈົ່ງ​ເບິ່ງວ່າ​ພວກເຂົາ​ຊົ່ວຮ້າຍ​ສໍ່າໃດ ແລະ​ຈົ່ງ​ໝັ້ນໃຈ​ວ່າ ການລົງໂທດ​ທີ່​ເຮົາ​ກຳລັງ​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ນັ້ນ ເປັນ​ການ​ຍຸດຕິທຳ;


ຊາຍ​ຜູ້ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ກັບຄືນ​ມາ​ທີ່​ປະຕູ​ເຂົ້າ​ພຣະວິຫານ. ມີ​ນໍ້າ​ໄຫລ​ອອກ​ມາ​ຈາກ​ລຸ່ມ​ທາງ​ປະຕູເຂົ້າ​ໄປ​ສູ່​ທາງທິດ​ຕາເວັນອອກ ສູ່​ທິດ​ທີ່​ຢູ່​ກົງ​ກັບ​ພຣະວິຫານ. ລຳນໍ້າ​ນັ້ນ​ໄດ້​ໄຫລ​ລົງ​ຈາກ​ເບື້ອງ​ລຸ່ມ​ຂອງ​ພຣະວິຫານ​ດ້ານ​ໃຕ້ ແລະ​ຜ່ານ​ດ້ານ​ໃຕ້​ຂອງ​ແທ່ນບູຊາ​ໄປ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ນະຄອນ​ເຢຣູຊາເລັມ​ພຸ້ນ​ແມ. ເຮົາ​ໄດ້​ວາງ​ນາງ​ໄວ້​ທີ່​ສູນກາງ​ຂອງ​ໂລກ ໂດຍ​ມີ​ບັນດາ​ປະເທດ​ອື່ນ​ທັງໝົດ​ຢູ່​ອ້ອມຮອບ.


ຝ່າຍ​ກະສັດ​ຈະ​ໃຊ້​ກົນອຸບາຍ ເອົາ​ຊະນະ​ຄົນອື່ນໆ​ທີ່​ປະຖິ້ມ​ພັນທະສັນຍາ​ຂອງຕົນ​ແລ້ວ, ແຕ່​ພວກ​ທີ່​ບົວລະບັດ​ພຣະເຈົ້າ​ກໍ​ຈະ​ຕໍ່ສູ້​ຄືນ.


ເຮົາ​ຈະ​ເຮັດ​ຕໍ່​ຊາດ​ອິດສະຣາເອນ​ດັ່ງ​ສາຍ​ຝົນ ທີ່​ຕົກ​ລິນ​ມາ​ໃນ​ດິນແດນ​ທີ່​ແຫ້ງແລ້ງ. ພວກເຂົາ​ຈະ​ເບີກບານ​ເໝືອນ​ໝູ່​ມວນ​ມາລີ ຢັ່ງຮາກ​ໝັ້ນຄົງ​ດັ່ງ​ຕົ້ນໄມ້​ທີ່​ເລບານອນ​ນັ້ນ.


ຈົ່ງ​ໃຫ້​ພວກເຮົາ​ພະຍາຍາມ​ຮູ້ຈັກ​ພຣະເຈົ້າຢາເວ. ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ຢ່າງ​ແນ່ນອນ​ຕອນ​ຮຸ່ງເຊົ້າ ແລະ​ແນ່ແທ້ ດັ່ງ​ຝົນ​ລະດູ​ໃບໄມ້​ປົ່ງ ທີ່​ຕົກລົງ​ໃສ່​ຜືນ​ແຜ່ນດິນ​ໂລກ.”


ແຕ່​ທຸກຄົນ​ທີ່​ຂໍຮ້ອງ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ກໍ​ຈະ​ພົ້ນໄພ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້: ‘ເທິງ​ພູເຂົາ​ຊີໂອນ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ບາງຄົນ​ຈະ​ປົບໜີໄປ ພວກ​ທີ່​ພຣະເຈົ້າຢາເວ​ເລືອກເຟັ້ນ​ໄວ້ ຈະ​ມີ​ຊີວິດ​ຢູ່​ລອດ.”’


ຈົ່ງ​ກຽດຊັງ​ຄວາມຊົ່ວ ຈົ່ງ​ຮັກ​ແຕ່​ຄວາມດີ ແລະ​ໃຫ້ການ​ຢ່າງ​ສັດຊື່​ໃນ​ສານ. ບາງທີ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ອາດ​ຈະ​ເມດຕາ​ປະຊາຊົນ​ໂຢເຊັບ ທີ່​ຍັງ​ລອດຊີວິດ​ຢູ່​ໃນ​ປະເທດ​ຊາດ​ນີ້​ກໍໄດ້.


ແຕ່​ເຮົາ​ຈະ​ນຳ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ ຄື​ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ຍັງເຫລືອ​ຢູ່. ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ມາ​ເຕົ້າໂຮມ​ກັນ ເໝືອນ​ດັ່ງ​ຝູງແກະ​ກັບຄືນ​ມາ​ສູ່​ຄອກ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ຄົນ​ອີກເທື່ອໜຶ່ງ ເໝືອນ​ຝູງແກະ​ຢູ່​ໃນ​ທົ່ງຫຍ້າ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ສາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ແຂງແຮງ​ເໝືອນ​ດັ່ງ​ງົວ​ກະທິງ ທີ່​ມີ​ເຂົາ​ເປັນ​ເຫຼັກ​ແລະ​ມີ​ກີບຕີນ​ເປັນ​ທອງສຳຣິດ. ພວກເຈົ້າ​ຈະ​ຢຽບຢໍ່າ​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ໝຸ່ນ​ທະລາຍ​ໄປ ເຮົາ​ຈະ​ມອບ​ສິ່ງ​ທີ່​ໄດ້​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ໄດ້​ມາ​ຈາກ​ການ​ໃຊ້​ກຳລັງ​ຢຶດເອົາ​ນັ້ນ ເຮົາ​ຈະ​ເອົາ​ມາ​ອຸທິດ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


ພວກເຂົາ​ເປັນ​ຄົນ​ຂາ​ພິການ ແລະ​ຢູ່​ຫ່າງໄກ​ຈາກ​ເຮືອນ, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເລີ່ມຕົ້ນ​ໃໝ່​ຈາກ​ພວກ​ທີ່​ຍັງເຫລືອ​ຢູ່ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່. ພຣະເຈົ້າຢາເວ​ຈະ​ປົກຄອງ​ພວກເຂົາ​ທີ່​ພູເຂົາ​ຊີໂອນ ແຕ່​ເວລາ​ນັ້ນ​ຈົນ​ຕະຫລອດໄປ​ເປັນນິດ.”


ສະນັ້ນ ເພິ່ນ​ຈຶ່ງ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຈົນເຖິງ​ເວລາ​ຍິງສາວ​ທີ່​ໃຫ້​ກຳເນີດ​ມີ​ລູກຊາຍ​ຂອງຕົນ. ແລ້ວ​ບັນດາ​ພວກ​ພີ່ນ້ອງ​ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຈະ​ມາ​ທ້ອນໂຮມກັນ​ກັບ​ປະຊາຊົນ​ຂອງ​ພວກເຂົາ​ເອງ.


ພວກເຂົາ​ທີ່​ຖືກ​ປະໄວ້​ຢູ່​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ກໍ​ຈະ​ເປັນ​ດັ່ງ​ສິງ​ໂຕໜຶ່ງ ທີ່​ກຳລັງ​ຊອກຫາ​ອາຫານ​ໃນ​ປ່າ​ຫລື​ຕາມ​ທົ່ງຫຍ້າ: ມັນ​ເຂົ້າ​ໄປ​ຄຸບ​ເອົາ​ແກະ​ຢູ່​ໃນ​ຝູງ ແລະ​ຈີກ​ເປັນ​ຕ່ອນໆ ແລະ​ຄວາມຫວັງ​ໃດໆ​ທີ່​ຈະ​ຊ່ວຍກູ້​ເອົາ​ກໍ​ບໍ່ມີ.


ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.


ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ ຈະ​ບໍ່​ເຮັດ​ຜິດ​ຕໍ່​ຜູ້ໃດ, ຈະ​ບໍ່​ເວົ້າຕົວະ, ທັງ​ຈະ​ບໍ່​ຊອກຫາ​ຫລອກລວງ​ຜູ້ໃດ​ດ້ວຍ. ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ແລະ​ໝັ້ນຄົງ ຄື​ບໍ່​ຢ້ານກົວ​ຜູ້ໃດ.”


ເມື່ອ​ວັນ​ນັ້ນ​ມາ​ເຖິງ ນໍ້າພຸ​ຈະ​ໄຫລ​ອອກ​ມາ​ຈາກ​ນະຄອນ​ເຢຣູຊາເລັມ. ເຄິ່ງ​ໜຶ່ງ​ຂອງ​ນໍ້າ​ນັ້ນ​ຈະ​ໄຫລ​ໄປ​ສູ່​ທະເລຕາຍ ແລະ​ອີກ​ເຄິ່ງ​ໜຶ່ງ​ຈະ​ໄຫລ​ໄປ​ສູ່​ທະເລ​ເມດີແຕຣາເນ. ມັນ​ຈະ​ໄຫລ​ຢູ່​ຕະຫລອດ​ປີ ທັງ​ໃນ​ລະດູແລ້ງ​ແລະ​ລະດູ​ຝົນ.


ເຮົາ​ຈະ​ໃຊ້​ຢູດາ​ໃຫ້​ເປັນ​ດັ່ງ​ໜ້າທະນູ ແລະ​ອິດສະຣາເອນ​ໃຫ້​ເປັນ​ດັ່ງ​ລູກທະນູ​ດ້ວຍ. ເຮົາ​ຈະ​ໃຊ້​ຄົນ​ໃນ​ເມືອງ​ຊີໂອນ​ເປັນ​ດັ່ງ​ດາບ​ດວງ​ໜຶ່ງ ເພື່ອ​ຈະ​ຕໍ່ສູ້​ພວກ​ທີ່​ມາ​ຈາກ​ປະເທດ​ກຣີກ.


ເຫດສະນັ້ນ ພວກເຈົ້າ​ຈົ່ງ​ອອກ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ພຣະນາມ​ແຫ່ງ​ພຣະບິດາ, ພຣະບຸດ ແລະ ພຣະວິນຍານ​ບໍຣິສຸດເຈົ້າ


ເມື່ອ​ຂ້າພະເຈົ້າ​ເລີ່ມຕົ້ນ​ກ່າວ, ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ຢ່າງ​ດຽວກັນ​ກັບ​ທີ່​ລົງ​ມາ​ເທິງ​ພວກເຮົາ​ໃນ​ຕອນ​ຕົ້ນ​ນັ້ນ.


ແຕ່​ໂປໂລ​ກັບ​ບາຣະນາບາ​ມີ​ໃຈ​ກ້າ​ກ່າວ​ອອກ​ໄປ​ວ່າ, “ຈຳເປັນ​ທີ່​ຈະ​ຕ້ອງ​ມາ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ ສູ່​ທ່ານ​ທັງຫລາຍ​ຟັງ​ກ່ອນ, ແຕ່​ໃນ​ເມື່ອ​ພວກທ່ານ​ບໍ່​ຍອມ​ຮັບ​ເອົາ​ພຣະທຳ​ນັ້ນ ແລະ​ຖື​ວ່າ​ຕົນ​ບໍ່​ສົມຄວນ​ທີ່​ຈະ​ຮັບ​ຊີວິດ​ນິຣັນດອນ. ດັ່ງນັ້ນ ພວກເຮົາ​ກໍ​ຈະ​ໄປ​ຫາ​ຄົນຕ່າງຊາດ.


ໃນ​ຄືນ​ນັ້ນ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ຊາຍ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຢູ່ ແລະ​ຮ້ອງ​ຕໍ່​ເພິ່ນ​ວ່າ, “ຂໍ​ທ່ານ​ຂ້າມ​ມາ​ເມືອງ​ມາເກໂດເນຍ​ພີ້ ເພື່ອ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ.”


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ອານາເນຍ​ວ່າ, “ເຈົ້າ​ຈົ່ງ​ໄປ​ເທາະ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ຊາຍ​ຄົນ​ນີ້ ໃຫ້​ຮັບໃຊ້​ເຮົາ ເພື່ອ​ລາວ​ຈະ​ນຳ​ເອົາ​ນາມຊື່​ຂອງເຮົາ​ໄປ​ຕໍ່ໜ້າ​ຄົນຕ່າງຊາດ, ບັນດາ​ກະສັດ ແລະ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ຝ່າຍ​ເອຊາຢາ​ກ້າ​ກ່າວ​ວ່າ, “ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ສະແຫວງ​ຫາ​ເຮົາ​ ກໍ​ພົບ​ເຮົາ ແລະ​ເຮົາ​ກໍ​ໄດ້​ປາກົດ​ແກ່ ຜູ້​ທີ່​ບໍ່ໄດ້​ຖາມ​ຫາ​ເຮົາ.”


ແຕ່​ຖ້າ​ການ​ສະດຸດ​ລົ້ມ​ລົງ​ຂອງ​ຄົນ​ອິດສະຣາເອນ ໄດ້​ນຳ​ເອົາ​ພຣະພອນ​ອັນ​ໃຫຍ່​ມາ​ສູ່​ຊາວ​ໂລກ ແລະ​ຖ້າ​ຄວາມ​ພ່າຍແພ້​ຂອງ​ພວກເຂົາ ເປັນ​ເຫດ​ໃຫ້​ເກີດ​ຄວາມ​ສົມບູນ​ຂຶ້ນ ຫາກ​ໄດ້​ພວກເຂົາ​ເຂົ້າ​ມາ​ເພີ່ມ​ດ້ວຍ ກໍ​ຈະ​ມີ​ພຣະພອນ​ດີກວ່າ​ນັ້ນ​ຈັກ​ພຽງ​ໃດ​ໜໍ.


ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ຄົນຕ່າງຊາດ​ຜູ້​ທີ່​ບໍ່​ດິ້ນລົນ​ຫາ​ຄວາມ​ຊອບທຳ​ໃຫ້​ຕົນເອງ ກໍ​ຍັງ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະເຈົ້າ ຄື​ຄວາມ​ຊອບທຳ​ໂດຍ​ທາງ​ຄວາມເຊື່ອ,


ເຮົາ​ເປັນ​ຜູ້​ປູກ, ອາໂປໂລ​ເປັນ​ຜູ້​ຫົດ​ນໍ້າ, ແຕ່​ແມ່ນ​ພຣະເຈົ້າ​ທີ່​ເປັນ​ຜູ້​ເຮັດ​ໃຫ້​ໃຫຍ່​ຂຶ້ນ.


ຄຳສັ່ງສອນ​ຂອງຂ້ອຍ ຈະ​ຕົກລົງ​ເໝືອນ​ຝົນ​ຫ່າໃຫຍ່ ຊຶ່ງ​ຈະ​ກໍ່​ຕົວ​ຄົງ​ຢູ່​ໄດ້ ເໝືອນ​ນໍ້າ​ຄ້າງ​ຮຸ່ງ​ອາລຸນ; ຖ້ອຍຄຳ​ຂອງຂ້ອຍ ຈະ​ລິນ​ລົງ​ເໝືອນ​ນໍ້າ​ຝົນ​ເທິງ​ພືດອ່ອນ ເໝືອນ​ສາຍຝົນ​ຄ່ອຍໆ​ຍ້ອຍ ໂຮຍ​ຮວດ​ເທິງ​ຫຍ້າຂຽວ.


ຕໍ່ຈາກນັ້ນ ກີເດໂອນ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ພຣະອົງ​ກ່າວ​ວ່າ ພຣະອົງ​ຕັດສິນໃຈ​ເລືອກເອົາ​ຂ້ານ້ອຍ ເພື່ອ​ໃຫ້​ໄປ​ຊ່ວຍ​ເອົາ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka