ມີກາ 5:3 - ພຣະຄຳພີສັກສິ3 ສະນັ້ນ ເພິ່ນຈຶ່ງມອບພວກເຂົາໃຫ້ເຫຼົ່າສັດຕູຂອງພວກເຂົາ ຈົນເຖິງເວລາຍິງສາວທີ່ໃຫ້ກຳເນີດມີລູກຊາຍຂອງຕົນ. ແລ້ວບັນດາພວກພີ່ນ້ອງທີ່ໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນນັ້ນ ກໍຈະມາທ້ອນໂຮມກັນກັບປະຊາຊົນຂອງພວກເຂົາເອງ. Uka jalj uñjjattʼäta |
ເມື່ອວັນນັ້ນມາເຖິງ ອີກເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າຈະໃຊ້ຣິດອຳນາດຂອງພຣະອົງ ແລະນຳປະຊາຊົນຂອງພຣະອົງກັບຄືນມາຈາກດິນແດນເຫຼົ່ານີ້: ຄົນທີ່ເຫຼືອຢູ່ໃນປະເທດອັດຊີເຣຍ ແລະໃນປະເທດເອຢິບ, ໃນດິນແດນປັດໂຣດ, ປະເທດເອທີໂອເປຍ, ປະເທດເອລາມ, ປະເທດບາບີໂລນ ແລະປະເທດຮາມັດ ແລະໃນດິນແດນຕາມຝັ່ງທະເລແລະທີ່ເທິງໝູ່ເກາະ.
ເອຟຣາອິມເອີຍ ເຮົາຈະເຊົາກ່ຽວຂ້ອງກັບເຈົ້າໄດ້ຢ່າງໃດ? ຊາດອິດສະຣາເອນເອີຍ ເຮົາຈະປະຖິ້ມເຈົ້າໄປໄດ້ຢ່າງໃດ? ເຮົາຈະທຳລາຍເຈົ້າດັ່ງທຳລາຍອັດມາກໍບໍ່ໄດ້ ຫລືເຮັດຕໍ່ເຈົ້າດັ່ງທີ່ເຮັດຕໍ່ເຊບົວອິມນັ້ນ? ຈິດໃຈເຮົາບໍ່ຍອມໃຫ້ເຮົາເຮັດດັ່ງນັ້ນເລີຍ ຄວາມຮັກທີ່ເຮົາມີກໍແຮງທີ່ສຸດສຳລັບເຈົ້າ.
ເຮົາຈະເຮັດໃຫ້ປະຊາຊົນຢູດາເຂັ້ມແຂງ ເຮົາຈະຊ່ວຍປະຊາຊົນອິດສະຣາເອນໃຫ້ພົ້ນ. ເຮົາຈະມີຄວາມເມດຕາແກ່ພວກເຂົາ ແລະນຳພວກເຂົາທຸກຄົນກັບມາບ້ານ. ພວກເຂົາຈະເປັນຄືກັບວ່າເຮົາບໍ່ເຄີຍປະຖິ້ມພວກເຂົາເລີຍ ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ; ເຮົາຈະຕອບຄຳພາວັນນາອະທິຖານ ທຸກໆປະການຂອງພວກເຂົາເຈົ້າ.