Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 5:2 - ພຣະຄຳພີສັກສິ

2 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເບັດເລເຮັມ​ເອຟຣາທາ​ເອີຍ ເຈົ້າ​ເປັນ​ເມືອງ​ໜຶ່ງ​ທີ່​ນ້ອຍ​ທີ່ສຸດ ໃນ​ເມືອງ​ທັງຫລາຍ​ຂອງ​ຢູດາຍ ແຕ່​ເຮົາ​ຈະ​ໃຫ້​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ ອອກ​ມາ​ຈາກ​ເຈົ້າ​ສຳລັບ​ຊາດ​ອິດສະຣາເອນ ຊຶ່ງ​ໜໍ່ແນວ​ເຊື້ອສາຍ​ສືບມາ​ຈາກ​ສະໄໝ​ເດີມ.”

Uka jalj uñjjattʼäta Copia luraña




ມີກາ 5:2
57 Jak'a apnaqawi uñst'ayäwi  

ຢາໂຄບ​ແລະ​ຄອບຄົວ​ຂອງຕົນ​ໄດ້​ອອກ​ຈາກ​ເບັດເອນ​ໄປ ແລະ​ເມື່ອ​ເດີນທາງ​ມາ​ໃກ້​ຈະ​ຮອດ​ເອຟຣາທາ ນາງ​ຣາເຊັນ​ກໍ​ເຈັບ​ທ້ອງ​ຈະ​ອອກລູກ. ເທື່ອ​ນີ້​ນາງ​ຄອດ​ລູກ​ລຳບາກ​ຫລາຍ.


ຣາເຊັນ​ໄດ້​ຕາຍໄປ ແລະ​ຢາໂຄບ​ໄດ້​ຝັງສົບ​ຂອງ​ນາງ​ໄວ້ ໃກ້​ແຄມ​ທາງ​ໄປ​ເມືອງ​ເອຟຣາທາ ປັດຈຸບັນ​ນີ້​ແມ່ນ​ເມືອງ​ເບັດເລເຮັມ.


ພໍ່​ເຮັດ​ດັ່ງນີ້ ເພາະ​ເຫັນ​ແກ່​ຣາເຊັນ​ແມ່​ຂອງ​ເຈົ້າ. ພໍ່​ໂສກເສົ້າ​ຫລາຍ ເມື່ອ​ແມ່​ຂອງ​ເຈົ້າ​ຈາກ​ພໍ່​ໄປ​ໃນ​ການາອານ ຊຶ່ງ​ບໍ່​ຢູ່​ໄກ​ເທົ່າ​ໃດ​ຈາກ​ເອຟຣາທາ. ພໍ່​ໄດ້​ຝັງສົບ​ແມ່​ຂອງ​ເຈົ້າ​ໄວ້​ທີ່​ແຄມ​ທາງ​ໄປ​ສູ່​ເອຟຣາທາ.” (ເອຟຣາທາ​ແມ່ນ​ເມືອງ​ເບັດເລເຮັມ​ໃນ​ປັດຈຸບັນ​ນີ້.)


ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.


ສານມາ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເບັດເລເຮັມ ຊາວ​ເນໂຕຟັດ ຊາວ​ອາໂຣດ​ເບັດ​ໂຢອາບ ແລະ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ມານາຮາດ​ກັບ​ຊາວ​ໂຊເຣ.


ແຕ່​ຢ່າງໃດ​ກໍດີ ແມ່ນ​ເຜົ່າຢູດາ​ທີ່​ໄດ້​ເຂັ້ມແຂງ​ທີ່ສຸດ ແລະ​ໃຫ້​ຜູ້ປົກຄອງ​ຄົນ​ໜຶ່ງ​ສືບ​ມາ​ຈາກ​ເຜົ່າ​ນີ້​ແກ່​ເຜົ່າ​ທັງໝົດ.)


ທີ່​ເອຟຣາທາ​ພວກເຮົາ​ໄດ້ຍິນ​ເຖິງ​ຫີບ​ພັນທະສັນຍາ ທີ່​ທົ່ງນາ​ເຢອາຣິມ ພວກເຮົາ​ໄດ້​ພົບ​ຫີບ​ນີ້.


ກ່ອນ​ທີ່​ພູຜາ​ປ່າໄມ້​ຖືກ​ສ້າງ​ຂຶ້ນ​ມາ ກ່ອນ​ທີ່​ໂລກ​ເຮົາ​ດຳລົງ​ຄົງຕົວ​ຢູ່​ຢ່າງ​ນີ້ ພຣະອົງ​ເປັນ​ພຣະເຈົ້າ​ອົງ​ເປັນ​ຢູ່​ຊົ່ວ​ນິຣັນການ ແລະ​ເປັນ​ພຣະເຈົ້າ​ທີ່​ດຳລົງ​ຢູ່​ສືບໄປ​ເປັນນິດ.


ແຕ່​ນອກຈາກນີ້ ເຈົ້າ​ຄວນ​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ບາງຄົນ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ໜຶ່ງພັນ​ຄົນ, ໜຶ່ງຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ. ພວກ​ຜູ້ປົກຄອງ​ນັ້ນ​ຈະ​ຕ້ອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ ທັງ​ໄວ້ວາງໃຈ​ໄດ້​ແລະ​ບໍ່​ກິນ​ສິນບົນ.


ແລະ​ໄດ້​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ຈາກ​ຊາວ​ອິດສະຣາເອນ​ທັງໝົດ. ເພິ່ນ​ໄດ້​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ພັນ​ຄົນ, ຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ.


ເຊື້ອວົງ​ຂອງ​ກະສັດ​ດາວິດ​ເປັນ​ດັ່ງ​ກົກໄມ້​ທີ່​ຖືກ​ປໍ້າ​ລົງ​ແລ້ວ, ແຕ່​ຍັງ​ມີ​ກິ່ງ​ເກີດ​ອອກ​ມາ​ຈາກ​ຕໍ​ນັ້ນ​ສັນໃດ ກໍ​ຈະ​ມີ​ກະສັດ​ອົງ​ໃໝ່ ເກີດຂຶ້ນ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ສັນນັ້ນ.


ມັນ​ແມ່ນ​ພຣະປະສົງ​ທີ່​ຜູ້ຮັບໃຊ້​ຂອງ​ພຣະອົງ ໃຫຍ່ຂຶ້ນ​ດັ່ງ​ໄມ້​ພັນ​ດີ​ທັງ​ຢັ່ງຮາກ​ໃນ​ດິນ​ແຫ້ງແລ້ງ. ທ່ານ​ບໍ່ມີ​ທ່າທາງ​ຜ່າເຜີຍ ແລະ​ສະຫງ່າງາມ​ໃດໆ ເພື່ອ​ໃຫ້​ພວກເຮົາ​ສັງເກດ​ເຫັນ​ໃນ​ຕົວທ່ານ​ໄດ້. ໃນ​ຕົວທ່ານ​ນັ້ນ​ບໍ່ມີ​ຫຍັງ​ພໍ​ຈະ​ດຶງດູດ​ຈິດໃຈ ພໍ​ຈະ​ດູດດຶງ​ພວກເຮົາ​ເຂົ້າ​ໄປ​ຫາ​ທ່ານ​ໄດ້.


ເຮົາ​ໄດ້​ເຮັດ​ໃຫ້​ເພິ່ນ​ນຳພາ​ແລະ​ສັ່ງການ ບັນດາ​ຊົນຊາດ​ໄດ້​ຮູ້​ຣິດອຳນາດ​ເຮົາ​ທາງ​ເພິ່ນ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ເຈົ້າ​ເຫັນ​ໝາຍສຳຄັນ​ຢ່າງ​ໜຶ່ງ ຄື​ຍິງ​ສາວ​ຜູ້ໜຶ່ງ ຈະ​ຖືພາ​ແລະ​ຈະ​ອອກລູກ​ເປັນ​ຜູ້ຊາຍ​ແລະ​ຈະ​ມີ​ຊື່​ວ່າ, ‘ເອມານູເອນ’


ພວກ​ເຈົ້ານາຍ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ ກະສັດ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ​ດ້ວຍ. ລາວ​ຈະ​ຫຍັບ​ເຂົ້າ​ໃກ້ ເມື່ອ​ເຮົາ​ໄດ້​ເຊີນ​ລາວ ຜູ້​ທີ່​ບໍ່​ຖືກ​ເຊີນ ມີ​ຜູ້ໃດ​ແດ່​ກ້າ​ຫຍັບ​ມາ​ເຂົ້າ​ໃກ້? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ໃຫ້​ພວກເຮົາ​ພະຍາຍາມ​ຮູ້ຈັກ​ພຣະເຈົ້າຢາເວ. ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ຢ່າງ​ແນ່ນອນ​ຕອນ​ຮຸ່ງເຊົ້າ ແລະ​ແນ່ແທ້ ດັ່ງ​ຝົນ​ລະດູ​ໃບໄມ້​ປົ່ງ ທີ່​ຕົກລົງ​ໃສ່​ຜືນ​ແຜ່ນດິນ​ໂລກ.”


“ວັນ​ໜຶ່ງ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຮົາ​ຈະ​ສ້າງ​ຫໍເຕັນ​ຂອງ​ດາວິດ​ຂຶ້ນ​ໃໝ່ ຄື​ເປັນ​ດັ່ງ​ເຮືອນ​ຫລັງ​ໜຶ່ງ​ທີ່​ຮົກຮ້າງ​ເພພັງ​ນັ້ນ. ເຮົາ​ຈະ​ສ້ອມແປງ​ກຳແພງ​ອີກ​ໃໝ່ ໃຫ້​ເປັນ​ດັ່ງ​ທີ່​ເຄີຍ​ເປັນ​ມາ​ແຕ່​ດົນນານ​ແລ້ວ.


ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ບິດຕົວ​ຮ້ອງ​ຄວນຄາງ ດັ່ງ​ຍິງ​ທີ່​ກຳລັງ​ອອກລູກ​ສາ ເພາະວ່າ​ບັດນີ້​ພວກເຈົ້າ​ຈະ​ຕ້ອງ​ໜີ​ຈາກ​ເມືອງ​ນີ້​ໄປ​ອາໄສ​ຢູ່​ໃນ​ທົ່ງນາ. ພວກເຈົ້າ​ຈະ​ຕ້ອງ​ໄປ​ທີ່​ນະຄອນ​ບາບີໂລນ, ແຕ່​ຢູ່​ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ຈະ​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ພວກ​ສັດຕູ​ຂອງເຈົ້າ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ດາບ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ແລະ​ໂຈມຕີ​ຄົນລ້ຽງແກະ ທີ່​ເຮັດ​ວຽກ​ໃຫ້​ເຮົາ ຈົ່ງ​ຂ້າ​ລາວ​ເສຍ ແລະ​ຝູງແກະ​ຂອງເຮົາ​ກໍ​ຈະ​ກະຈັດ​ກະຈາຍ​ໄປ. ເຮົາ​ຈະ​ໂຈມຕີ​ປະຊາຊົນ​ຂອງເຮົາ.”


ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.


ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເມືອງ​ເບັດເລເຮັມ ແຂວງ​ຢູດາຍ​ໃນ​ສະໄໝ​ທີ່​ເຮໂຣດ​ເປັນ​ກະສັດ. ເບິ່ງແມ! ມີ​ພວກ​ໂຫຣາຈານ​ໄດ້​ມາ​ຈາກ​ທິດ​ຕາເວັນອອກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.


‘ເບັດເລເຮັມ​ໃນ​ດິນແດນ​ຢູດາຍ​ເອີຍ, ເຈົ້າ​ກໍ​ບໍ່ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ ໃນ​ບັນດາ​ເມືອງ​ໃຫຍ່ໆ​ຂອງ​ຢູດາຍ ເພາະ​ຜູ້ນຳ​ຄົນ​ໜຶ່ງ​ຈະ​ມາ​ຈາກ​ເຈົ້າ ຜູ້​ທີ່​ຈະ​ມາ​ປົກຄອງ​ປະຊາຊົນ​ຂອງເຮົາ ຄື ຊາວ​ອິດສະຣາເອນ.”’


ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້ ແລ້ວ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ອຳນາດ​ທັງໝົດ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເລີ່ມ​ກ່າວ​ຟ້ອງ​ພຣະອົງ​ວ່າ, “ພວກເຮົາ​ຈັບ​ຄົນ​ນີ້​ໄດ້ ໃນ​ຂະນະທີ່​ກຳລັງ​ຊັກຊວນ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ກໍ່​ການ​ປັ່ນປ່ວນ ໂດຍ​ຫ້າມ​ບໍ່​ໃຫ້​ເສຍສ່ວຍ​ແກ່​ຈັກກະພັດ ແລະ​ອ້າງ​ຕົນ​ວ່າ ເປັນ​ພຣະຄຣິດ​ຄື​ກະສັດ​ຜູ້ໜຶ່ງ.”


ເທິງ​ຫົວ​ຂອງ​ພຣະອົງ​ມີ​ປ້າຍ​ໄມ້​ພ້ອມ​ກັບ​ມີ​ຂໍ້​ຄວາມ​ຂຽນ​ວ່າ, “ຜູ້​ນີ້​ເປັນ​ກະສັດ​ຂອງ​ຊາດ​ຢິວ.”


ພຣະຄຳພີ​ກ່າວ​ໄວ້​ວ່າ, “ພຣະຄຣິດ​ມາ​ຈາກ​ເຊື້ອວົງ​ຂອງ​ກະສັດ​ດາວິດ ແລະ​ຈະ​ເກີດ​ຢູ່​ໃນ​ເບັດເລເຮັມ ບ້ານເກີດ​ເມືອງນອນ​ຂອງ​ດາວິດ.”


ດັ່ງນັ້ນ ເພື່ອ​ນຳພາ​ພວກເຈົ້າ ຂ້າພະເຈົ້າ​ຈຶ່ງ​ໄດ້​ແຕ່ງຕັ້ງ​ບັນດາ​ຜູ້ນຳ ທີ່​ສະຫລຽວ​ສະຫລາດ​ແລະ​ມີ​ປະສົບການ ທີ່​ພວກເຈົ້າ​ໄດ້​ເລືອກ​ມາ​ຈາກ​ແຕ່ລະເຜົ່າ​ຂອງ​ພວກເຈົ້າ ແລະ​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຂົາ​ເບິ່ງແຍງ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ໃຫ້​ບາງຄົນ​ຮັບຜິດຊອບ​ພັນ​ຄົນ, ບາງຄົນ​ຮັບຜິດຊອບ​ຮ້ອຍ​ຄົນ, ບາງຄົນ​ຮັບຜິດຊອບ​ຫ້າສິບ​ຄົນ ແລະ​ບາງຄົນ​ຮັບຜິດຊອບ​ສິບ​ຄົນ. ນອກຈາກນີ້ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ເຈົ້າໜ້າທີ່​ອື່ນໆ​ຕາມ​ເຜົ່າ​ຕ່າງໆ​ອີກ​ດ້ວຍ.


ພຣະອົງ​ຊົງ​ເປັນ​ຢູ່​ກ່ອນ​ສັບພະທຸກສິ່ງ ແລະ​ສັບພະທຸກສິ່ງ​ກໍ​ດຳລົງ​ເປັນ​ລະບຽບ​ຢູ່​ໂດຍ​ພຣະອົງ.


ພຣະເຢຊູ​ຄຣິດເຈົ້າ​ຊົງ​ເປັນ​ຢູ່​ສະເໝີ​ກັນ ທັງ​ໃນ​ເວລາ​ວານ​ນີ້ ວັນ​ນີ້ ແລະ​ສືບໆໄປ​ເປັນນິດ.


ເພາະ​ປາກົດ​ແຈ້ງ​ແລ້ວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ເຮົາ​ທັງຫລາຍ ໄດ້​ຊົງ​ສືບ​ເຊື້ອສາຍ​ມາ​ຈາກ​ຕະກຸນ​ຢູດາ ແຕ່​ເມື່ອ​ໂມເຊ​ໄດ້​ກ່າວ​ເຖິງ​ປະໂຣຫິດ ກໍ​ບໍ່ໄດ້​ກ່າວ​ເຖິງ​ຕະກຸນ​ນີ້.


ຊຶ່ງ​ມີ​ຢູ່​ແຕ່​ປະຖົມມະການ ຊຶ່ງ​ເຮົາ​ໄດ້ຍິນ ຊຶ່ງ​ເຮົາ​ໄດ້​ເຫັນ​ກັບ​ຕາ ຊຶ່ງ​ເຮົາ​ໄດ້​ພິຈາລະນາ​ເບິ່ງ ແລະ​ມື​ຂອງເຮົາ​ໄດ້​ຈັບ​ຕ້ອງ​ນັ້ນ​ກ່ຽວກັບ​ພຣະທຳ​ອັນ​ຊົງ​ຊີວິດ.


ຕາມ​ເສື້ອຄຸມ​ແລະ​ຕາມ​ກົກຂາ​ຂອງ​ພຣະອົງ ໄດ້​ມີ​ຊື່​ຂຽນ​ໄວ້​ວ່າ, “ຈອມ​ກະສັດ.” ແລະ “ຈອມ​ເຈົ້ານາຍ.”


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ​ໃນ​ຄຣິສຕະຈັກ​ເມືອງ​ຊະມີນາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ ທີ່​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ​ແລະ​ຜູ້​ທີ່​ໄດ້​ເປັນ​ຄືນ​ມາ​ອີກ ຊົງ​ກ່າວ​ດັ່ງນີ້:


ພຣະອົງ​ຊົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ສຳເລັດ​ແລ້ວ ເຮົາ​ນີ້ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ, ຜູ້ໃດ​ທີ່​ຫິວນໍ້າ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ດື່ມ​ຈາກ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.


ເວລາ​ນັ້ນ​ຍັງ​ມີ​ຊາຍໜຸ່ມ​ຊາວ​ເລວີ​ຜູ້ໜຶ່ງ ທີ່​ເຄີຍ​ຢູ່​ເມືອງ​ເບັດເລເຮັມ​ໃນ​ແຂວງ​ຢູດາຍ.


ດົນນານ​ມາ​ແລ້ວ ໃນ​ຄາວ​ທີ່​ຊາດ​ອິດສະຣາເອນ​ຍັງ​ບໍ່ທັນ​ມີ​ກະສັດ​ປົກຄອງ ໄດ້​ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ດິນແດນ. ດັ່ງນັ້ນ ຈຶ່ງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ, ເອລີເມເຫຼັກ ທີ່​ເປັນ​ຄົນ​ໃນ​ຕະກຸນ​ເອຟຣັດ ແລະ​ນາງ​ນາໂອມີ​ເມຍ​ຂອງຕົນ​ພ້ອມ​ກັບ​ລູກຊາຍ​ສອງ​ຄົນ ຄື​ມາໂລນ​ແລະ​ກີລີໂອນ; ພວກເຂົາ​ໄດ້​ໜີ​ຈາກ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ ແລະ​ໄປ​ອາໄສ​ຢູ່​ຊົ່ວຄາວ​ທີ່​ດິນແດນ​ໂມອາບ. ໃນ​ຂະນະທີ່​ພວກເຂົາ​ຢູ່​ໃນ​ດິນແດນ​ນັ້ນ


ພວກ​ຜູ້ນຳ​ແລະ​ຄົນອື່ນ​ຈຶ່ງ​ຕອບ​ວ່າ, “ແມ່ນແລ້ວ ພວກເຮົາ​ເປັນ​ພະຍານ. ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ເມຍ​ຂອງ​ເຈົ້າ​ກາຍເປັນ​ດັ່ງ​ນາງ​ຣາເຊັນ​ແລະ​ນາງ​ເລອາ​ເທີ້ນ ຄື​ຜູ້​ທີ່​ມີ​ລູກ​ຫລາຍ​ຄົນ​ກັບ​ຢາໂຄບ. ຂໍ​ໃຫ້​ເຈົ້າ​ເປັນ​ຄົນ​ຮັ່ງມີ​ໃນ​ຕະກຸນ​ເອຟຣັດ ແລະ​ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ເມືອງ​ເບັດເລເຮັມ​ດ້ວຍ.


ແຕ່​ໃນ​ມື້ນີ້ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ລຳບາກ ຕະຫລອດ​ທັງ​ຄວາມ​ຫຍຸ້ງຍາກ​ທຸກຢ່າງ ແລະ​ຂໍຮ້ອງ​ເຮົາ​ໃຫ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ພວກເຈົ້າ ດີ​ແລ້ວ ຖ້າດັ່ງນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເປັນເຜົ່າ​ແລະ​ເປັນ​ຕະກຸນ​ຊ້ອງໜ້າ​ພຣະເຈົ້າຢາເວ.”’


ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ​ຜູ້​ທີ່​ເປັນ​ຊາວ​ເອຟະຣາທາ ຈາກ​ເມືອງ​ເບັດເລເຮັມ​ໃນ​ແຂວງ​ຢູດາຍ. ເຢຊີ​ມີ​ລູກຊາຍ​ແປດ​ຄົນ. ໃນ​ສະໄໝ​ທີ່​ໂຊນ​ເປັນ​ກະສັດ ເຢຊີ​ກໍ​ເຖົ້າແກ່​ຫລາຍ​ແລ້ວ.


ແລະ​ເອົາ​ເນີຍ​ສິບ​ກ້ອນ​ນີ້​ໃຫ້​ທ່ານ​ນາຍພັນ. ຈົ່ງ​ໄປ​ເບິ່ງ​ວ່າ ພວກອ້າຍ​ຂອງ​ເຈົ້າ​ເປັນຢູ່​ຢ່າງໃດ ແລະ​ໃຫ້​ເຈົ້າ​ເອົາ​ບາງ​ສິ່ງ​ຈາກ​ພວກເຂົາ​ມາ​ນຳ ເພື່ອ​ສະແດງ​ວ່າ​ເຈົ້າ​ໄດ້​ເຫັນ​ພວກເຂົາ ແລະ​ຮູ້​ວ່າ​ພວກເຂົາ​ສະບາຍດີ.


ສະນັ້ນ ຈົ່ງ​ໄປ​ສືບ​ເບິ່ງ​ຢ່າງ​ຄັກແນ່​ວ່າ​ມັນ​ຢູ່​ບ່ອນໃດ​ແທ້ໆ ແລະ​ໃຫ້​ນຳ​ເອົາ​ລາຍລະອຽດ​ຕ່າງໆ​ມາ​ລາຍງານ​ເຮົາ​ທັນທີ ແລ້ວ​ເຮົາ​ຈະ​ໄປ​ກັບ​ພວກເຈົ້າ. ຖ້າ​ມັນ​ຍັງ​ຢູ່​ໃນ​ເຂດນັ້ນ ເຮົາ​ຈະ​ຕາມ​ໄປ​ຂ້າ​ມັນ. ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຕ້ອງ​ຊອກ​ຄົ້ນຫາ​ມັນ​ທົ່ວ​ທັງ​ດິນແດນ​ຢູດາຍ​ກໍຕາມ.”


ເພິ່ນ​ຈະ​ແຕ່ງຕັ້ງ​ເຂົາ​ບາງຄົນ​ໃຫ້​ເປັນ​ນາຍພັນ ແລະ​ໃຫ້​ບາງຄົນ​ເປັນ​ນາຍຮ້ອຍ. ລູກຊາຍ​ຂອງ​ພວກເຈົ້າ​ຈະ​ຕ້ອງ​ໄຖນາ​ແລະ​ກ່ຽວເຂົ້າ​ໃຫ້​ເພິ່ນ ແລະ​ເຮັດ​ອາວຸດ​ແລະ​ເຄື່ອງຮົບ​ປະຈຳ​ລົດຮົບ​ໃຫ້​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka