Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 5:12 - ພຣະຄຳພີສັກສິ

12 ເຮົາ​ຈະ​ທຳລາຍ​ເຄື່ອງແຄ້ວ​ຂອງຄົງ​ອັນ​ວິເສດ ທີ່​ພວກເຈົ້າ​ໃຊ້​ນັ້ນ ແລະ​ຈະ​ບໍ່​ໃຫ້​ມີ​ໝໍມໍ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ມີກາ 5:12
14 Jak'a apnaqawi uñst'ayäwi  

ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຍນ​ຮູບເຄົາຣົບ​ເປັນ​ເງິນ​ເປັນ​ຄຳ ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຖິ້ມ​ເສຍ ແລະ​ປະ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ໂຕໜູ​ແລະ​ໂຕ​ເຈຍ.


ແຕ່​ບາບ​ຂອງ​ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ ກໍ​ຕໍ່​ເມື່ອ​ຫີນ​ແທ່ນບູຊາ​ຂອງ​ຜູ້​ທີ່​ບໍ່​ນັບຖື​ພຣະເຈົ້າ​ຖືກ​ທຳລາຍ​ດັ່ງ​ຂີ້​ສໍຂາວ ແລະ​ທັງ​ບໍ່ມີ​ສັນຍາລັກ​ຕ່າງໆ​ຂອງ​ເຈົ້າແມ່​ອາເຊຣາ ຫລື​ແທ່ນ​ເຜົາ​ເຄື່ອງຫອມ​ບູຊາ​ເຫຼືອ​ຢູ່​ເລີຍ.


ສ່ວນ​ໄມ້​ທີ່​ເຫຼືອ​ນັ້ນ​ພັດ​ເອົາ​ໄປ​ເຮັດ​ຮູບເຄົາຣົບ ແລ້ວ​ກົ້ມ​ລົງ ແລະ​ຂາບໄຫວ້​ທັງ​ພາວັນນາ​ອະທິຖານ​ຕໍ່​ຮູບເຄົາຣົບ ໂດຍ​ເວົ້າ​ວ່າ, “ພະ​ຂອງຂ້ອຍ ໂຜດ​ຊ່ວຍ​ຂ້ອຍ​ດ້ວຍ​ເຖີດ.”


ພວກເຂົາ​ຈະ​ຈູດ​ເຮືອນ​ຂອງເຈົ້າ​ຖິ້ມ ແລະ​ປ່ອຍ​ໃຫ້​ພວກຜູ້ຍິງ​ເຫັນ​ໂທດກຳ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຊົາ​ເປັນ​ຍິງໂສເພນີ ແລະ​ເຊົາ​ໃຫ້​ຂອງຂວັນ​ແກ່​ທຸກຄົນ​ທີ່​ເຈົ້າ​ຮັກ.


ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ​ຈະ​ມີ​ນໍ້າ​ບໍ່​ໜຶ່ງ​ໄຫລ​ອອກ​ມາ ເພື່ອ​ຊຳລະ​ບາບ​ຂອງ​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຂອງ​ປະຊາຊົນ​ເຢຣູຊາເລັມ ເພາະ​ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ.


ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ໃນ​ດິນແດນ​ທີ່​ພວກເຈົ້າ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ ປະຊາຊົນ​ເຊື່ອ​ໝໍ​ດູ ໝໍ​ມໍ​ແລະ​ສ່ຽງໂຊກ, ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບໍ່​ໃຫ້​ພວກເຈົ້າ​ປະຕິບັດ​ເຊັ່ນນັ້ນ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka