11 ເຮົາຈະທຳລາຍເມືອງທັງຫລາຍໃນດິນແດນຂອງພວກເຈົ້າ ແລະທັບມ້າງຄ້າຍປ້ອງກັນທັງໝົດຂອງພວກເຈົ້າ.
ດິນແດນຂອງພວກເຈົ້າໄດ້ຖືກທຳລາຍ ແລະບ້ານເມືອງຂອງພວກເຈົ້າກໍໄດ້ຖືກເຜົາຜານຈົນໝົດກ້ຽງ. ຊາວຕ່າງດ້າວໄດ້ເຂົ້າຢຶດຄອງດິນແດນ ແລະທຳລາຍທຸກສິ່ງ ຕໍ່ໜ້າຕໍ່ຕາຂອງພວກເຈົ້າຈົນໝົດກ້ຽງ.
ໂອພຣະເຈົ້າເອີຍ ພຣະອົງໄດ້ປະຖິ້ມປະຊາຊົນຂອງພຣະອົງສາແລ້ວ ຄືເຊື້ອສາຍຂອງຢາໂຄບ ດິນແດນເຕັມແຕ່ການໃຊ້ເວດມົນຄາຖາ ຈາກທິດຕາເວັນອອກແລະຈາກຟີລິດສະຕິນ. ປະຊາຊົນຕ່າງກໍເຮັດຕາມປະເພນີຂອງຊາວຕ່າງຊາດ.
ແຕ່ບາບຂອງຊາດອິດສະຣາເອນຈະໄດ້ຮັບການໃຫ້ອະໄພ ກໍຕໍ່ເມື່ອຫີນແທ່ນບູຊາຂອງຜູ້ທີ່ບໍ່ນັບຖືພຣະເຈົ້າຖືກທຳລາຍດັ່ງຂີ້ສໍຂາວ ແລະທັງບໍ່ມີສັນຍາລັກຕ່າງໆຂອງເຈົ້າແມ່ອາເຊຣາ ຫລືແທ່ນເຜົາເຄື່ອງຫອມບູຊາເຫຼືອຢູ່ເລີຍ.
ຂ້າພະເຈົ້າຈຶ່ງຖາມວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ເຫດການເຊັ່ນນັ້ນຈະເປັນຢູ່ຢ່າງນີ້ເຫິງນານປານໃດ?” ພຣະອົງຕອບວ່າ, “ຈົນກວ່າເມືອງຕ່າງໆຖືກທຳລາຍແລະຮ້າງເປົ່າ ໝູ່ບ້ານທັງຫລາຍບໍ່ມີຄົນຢູ່ອາໄສແລະຜືນແຜ່ນດິນງຽບເຫງົາເປົ່າປ່ຽວ.
ໃນທຸກໆໝູ່ບ້ານຂອງອານາຈັກຢູດາຍ ອົງພຣະຜູ້ເປັນເຈົ້າໄດ້ທຳລາຍຢ່າງບໍ່ເມດຕາຈັກດີ້ ທັງປ້ອມລ້ອມກຳແພງດ້ວຍທີ່ປ້ອງກັນດິນແດນ ໃຫ້ອານາຈັກກັບຜູ້ປົກຄອງຖືກອັບອາຍຂາຍໜ້າ.
ເຈົ້າຈະຕັດສິນໃຈຮຸກຮານປະເທດທີ່ຂາດບ່ອນເພິ່ງ ຊຶ່ງປະຊາຊົນຢູ່ຢ່າງສັນຕິສຸກແລະປອດໄພໃນເມືອງ ທີ່ບໍ່ມີກຳແພງອ້ອມແລະຂາດການປ້ອງກັນ.
ສົງຄາມຈຶ່ງຈະເກີດຂຶ້ນກັບປະຊາຊົນຂອງພວກເຈົ້າ ແລະປ້ອມທັງໝົດຂອງພວກເຈົ້າກໍຈະຖືກທຳລາຍລົງ. ມັນຈະເປັນດັ່ງວັນທີ່ກະສັດຊັນມານ ໄດ້ທຳລາຍເມືອງເບັດອາກເບັນໃນສະໜາມຮົບ ຈົນບັນດາຜູ້ເປັນແມ່ແລະລູກໆຖືກຢຽບຕາຍໝົດກ້ຽງ.
ພຣະອົງນຳກຳລັງການທຳລາຍມາສູ່ຜູ້ມີກຳລັງ ແລະສະພາບຮົກຮ້າງເພພັງມາສູ່ເມືອງມີທີ່ໝັ້ນ.
ເທວະດາຕົນນັ້ນໄດ້ສັ່ງຂ້າພະເຈົ້າໃຫ້ມອບຖ້ອຍຄຳຈາກພຣະເຈົ້າຢາເວແກ່ເຊຣຸບບາເບນ. ຖ້ອຍຄຳນັ້ນມີດັ່ງນີ້: “ເຈົ້າຈະພົບຄວາມສຳເລັດ ບໍ່ແມ່ນໂດຍກຳລັງທາງທະຫານ ຫລືໂດຍກຳລັງຂອງເຈົ້າເອງ ແຕ່ໂດຍພຣະວິນຍານຂອງເຮົາ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.