Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 4:8 - ພຣະຄຳພີສັກສິ

8 ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ເປັນ​ບ່ອນ​ທີ່​ພຣະເຈົ້າ​ເຝົ້າເບິ່ງ​ປະຊາຊົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ຢູ່​ເທິງ​ຫໍຄອຍ; ເຈົ້າ​ຈະ​ເປັນ​ເມືອງເອກ​ແຫ່ງ​ຣາຊອານາຈັກ​ອີກເທື່ອໜຶ່ງ ທີ່​ເຈົ້າ​ໄດ້​ເຄີຍ​ເປັນ​ມາ​ແລ້ວ.

Uka jalj uñjjattʼäta Copia luraña




ມີກາ 4:8
23 Jak'a apnaqawi uñst'ayäwi  

ຢາໂຄບ​ໄດ້​ຍົກຍ້າຍ​ໄປ​ຕໍ່ ແລະ​ຕັ້ງ​ຄ້າຍພັກ​ອາໄສ​ຢູ່​ທາງ​ດ້ານ​ໜຶ່ງ​ອີກ​ຂອງ​ຫໍຄອຍ​ເອເດ.


ແຕ່​ກະສັດ​ດາວິດ​ຢຶດເອົາ​ປ້ອມ​ປ້ອງກັນ​ແຫ່ງ​ຊີໂອນ​ໄດ້ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ບ່ອນ​ນີ້​ວ່າ, “ເມືອງ​ຂອງ​ດາວິດ.”


ປາລານ​ລູກຊາຍ​ຂອງ​ອູໄຊ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ໂດຍ​ເລີ່ມ​ທີ່​ແຈ​ຂອງ​ກຳແພງ ແລະ​ຫໍຄອຍ​ຊັ້ນເທິງ​ຂອງ​ວັງ ແລະ​ໃກ້​ກັບ​ເດີ່ນ​ຫຍ້າ; ເປດາອີຢາ​ລູກຊາຍ​ຂອງ​ປາຣົດ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຈົນຮອດ​ຈຸດໜຶ່ງ​ຢູ່​ທາງດ້ານ​ຕາເວັນອອກ ຊຶ່ງ​ຢູ່​ໃກ້​ກັບ​ປະຕູ​ນໍ້າ​ແລະ​ຫໍຄອຍ​ເຝົ້າຍາມ​ຂອງ​ພຣະວິຫານ. (ບ່ອນ​ນີ້​ຢູ່​ໃກ້​ກັບ​ສ່ວນ​ໜຶ່ງ​ໃນ​ເມືອງ​ທີ່​ເອີ້ນ​ວ່າ​ໂອເຟນ ບ່ອນ​ທີ່​ພວກ​ກຳມະກອນ​ເຮັດ​ວຽກ​ໃນ​ພຣະວິຫານ​ອາໄສ​ຢູ່.)


ຈົ່ງ​ໄຂ​ປະຕູ​ອອກ​ໃຫ້​ກວ້າງ ຈົ່ງ​ໄຂ​ປະຕູ​ອັນເກົ່າແກ່ ແລະ​ກະສັດ​ອົງ​ຊົງ​ສະຫງ່າຣາສີ​ຈະ​ສະເດັດ​ເຂົ້າ​ໄປ.


ພຣະເຈົ້າ​ຊີ້​ໃຫ້​ເຫັນ​ວ່າ​ພຣະອົງ​ໃຫ້​ມີ​ຄວາມ​ປອດໄພ ກັບ​ພຣະອົງ​ທີ່​ປ້ອມ​ປ້ອງກັນ​ໃນ​ນະຄອນ​ນັ້ນ.


ໂຜດ​ນຳ​ຂ້ານ້ອຍ​ໄປ​ສູ່​ບ່ອນ​ທີ່​ປອດໄພ ເປັນ​ບ່ອນ​ທີ່​ຂ້ານ້ອຍ​ລີ້ໄພ​ຢູ່​ໄດ້ ເພາະ​ພຣະອົງ​ຄື​ປ້ອມ​ປ້ອງກັນ​ຂອງ​ຂ້ານ້ອຍ ເປັນ​ບ່ອນ​ທີ່​ແໜ້ນໜາ​ຕໍ່ສູ້​ສັດຕູ​ຂອງ​ຂ້ານ້ອຍ​ໄດ້.


ສ່ວນ​ຄໍ​ນ້ອງ​ນັ້ນ ກໍ​ເປັນ​ດັ່ງ​ຫໍຄອຍ​ດາວິດ​ໃດ ທັງກົມ​ທັງກ້ຽງໃສ ມີ​ສ້ອຍ​ຮູບ​ໂລ້​ຄຳ​ພັນ​ອັນ​ຄ້ອງ​ໄວ້.


ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຜູ້ນຳ ແລະ​ທີ່ປຶກສາ ດັ່ງ​ພວກເຈົ້າ​ເຄີຍ​ມີ​ມາ​ຕັ້ງແຕ່​ດົນນານ. ແລ້ວ​ຄົນ​ກໍ​ຈະ​ເອີ້ນ​ນະຄອນ​ເຢຣູຊາເລັມ​ວ່າ ນະຄອນ​ທີ່​ຊອບທຳ​ແລະ​ສັດຊື່.”


ມື້ນີ້​ສັດຕູ​ໄດ້​ມາຮອດ​ເມືອງ​ໂນບ​ແລ້ວ ແລະ​ຢູ່​ໃນ​ທີ່ນັ້ນ​ພວກເຂົາ​ກຳລັງ​ຍົກ​ກຳປັ້ນ​ໃສ່​ພູເຂົາ​ຊີໂອນ ຄື​ໃສ່​ນະຄອນ​ເຢຣູຊາເລັມ.


ລາວ​ຂຸດ​ທັງ​ພູນ​ດິນ​ຫລັງຈາກ​ເກັບ​ກ້ອນ​ຫີນ​ອອກ​ໄປ ແລ້ວ​ຈຶ່ງ​ໄດ້​ປູກ​ເບ້ຍ​ພັນ​ອະງຸ່ນ​ດີໆ​ທັງນັ້ນ​ໃສ່. ລາວ​ປຸກ​ຫໍຄອຍ​ຫລັງ​ໜຶ່ງ​ໄວ້​ສຳລັບ​ເຝົ້າ​ສວນອະງຸ່ນ ລາວ​ເຈາະ​ອ່າງ​ຫີນ​ໄວ້​ສຳລັບ​ບີບ​ໝາກອະງຸ່ນ​ດ້ວຍ. ແລ້ວ​ກໍ​ຕັ້ງໃຈ​ລໍ​ຄອຍຖ້າ ຈົນ​ໝາກອະງຸ່ນ​ສຸກງອມ ແຕ່​ໝາກອະງຸ່ນ​ທີ່​ສຸກ​ພັດ​ມີ​ຣົດ​ສົ້ມ​ທັງໝົດ.


ໃນ​ສະໄໝ​ທີ່​ກະສັດ​ເຫຼົ່ານັ້ນ​ປົກຄອງ ພຣະເຈົ້າ​ແຫ່ງ​ສະຫວັນ​ຈະ​ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ ຊຶ່ງ​ຈະ​ບໍ່​ສູນຫາຍ​ໄປ​ຈັກເທື່ອ. ອານາຈັກ​ນີ້​ຈະ​ບໍ່​ຖືກ​ຕີ​ໃຫ້​ພ່າຍແພ້​ຈັກເທື່ອ, ແຕ່​ຈະ​ທຳລາຍ​ອານາຈັກ​ອື່ນໆ​ໃຫ້​ໝົດສິ້ນ​ໄປ ແລ້ວ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕະຫລອດໄປ​ເປັນນິດ.


ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ໄດ້​ຮັບ​ອຳນາດ​ແຫ່ງ​ກະສັດ ແລະ​ຈະ​ຮັກສາ​ອຳນາດ​ນັ້ນ​ໄວ້​ໄດ້​ຕະຫລອດໄປ.”


ພວກ​ຜູ້ຊາຍ​ທີ່​ມີ​ໄຊຊະນະ​ຂອງ​ເຢຣູຊາເລັມ ພວກເຂົາ​ຈະ​ໂຈມຕີ​ເອົາ​ເອໂດມ​ໄດ້ ແລະ​ທັງ​ຈະ​ປົກຄອງ​ພວກເຂົາ​ຄືກັນ ແລະ​ອານາຈັກ​ຈະ​ເປັນ​ຂອງ​ພຣະເຈົ້າຢາເວ.


ແຕ່​ເຮົາ​ຈະ​ນຳ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ ຄື​ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ຍັງເຫລືອ​ຢູ່. ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ມາ​ເຕົ້າໂຮມ​ກັນ ເໝືອນ​ດັ່ງ​ຝູງແກະ​ກັບຄືນ​ມາ​ສູ່​ຄອກ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ຄົນ​ອີກເທື່ອໜຶ່ງ ເໝືອນ​ຝູງແກະ​ຢູ່​ໃນ​ທົ່ງຫຍ້າ.”


ເຮົາ​ຈະ​ຍ້າຍ​ລົດຮົບ​ອອກ​ຈາກ​ເອຟຣາອີມ ແລະ​ນຳ​ຝູງ​ມ້າ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ​ດ້ວຍ; ໜ້າທະນູ​ທີ່​ໄດ້​ໃຊ້​ໃນ​ສະໜາມຮົບ​ຈະ​ຖືກ​ທຳລາຍ ພຣະອົງ​ຈະ​ສ້າງ​ສັນຕິສຸກ​ໃນ​ທ່າມກາງ​ຊົນຊາດ; ເພິ່ນ​ຈະ​ປົກຄອງ​ຈາກ​ທະເລ​ນີ້​ເຖິງ​ທະເລ​ນັ້ນ ແຕ່​ແມ່ນໍ້າ​ເອີຟຣັດ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.


ບັດນີ້ ຈົ່ງ​ກັບ​ມາ​ດ້ວຍ​ຄວາມຫວັງ​ເຖີດ ພວກ​ທີ່​ເປັນ​ຊະເລີຍ​ເອີຍ ໃຫ້​ກັບ​ມາ​ສູ່​ບ່ອນ​ທີ່​ປອດໄພ​ສຳລັບ​ພວກເຈົ້າ. ບັດນີ້ ເຮົາ​ບອກ​ພວກເຈົ້າ​ວ່າ​ຈະ​ໄດ້​ຮັບ​ສອງ​ເທື່ອ​ເທົ່າຕົວ ພອນ​ສຳລັບ​ສິ່ງ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ທົນທຸກ​ນັ້ນ.


ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.


ຊົນຊາດ​ອິດສະຣາເອນ​ນັ້ນ ຈະ​ຢຽບຢໍ່າ​ເຫຼົ່າ​ສັດຕູ​ລົງ ແລະ​ກວາດລ້າງ​ພວກ​ທີ່​ຍັງເຫລືອ ຈົນ​ຮອດ​ຄົນ​ສຸດທ້າຍ.”


“ຈົ່ງ​ຟັງ​ຄຳອຸປະມາ​ເລື່ອງ​ໜຶ່ງ​ອີກ ມີ​ຄົນ​ໜຶ່ງ​ທີ່​ເຮັດ​ສວນ​ອະງຸ່ນ ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ຢຽບ​ໝາກ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້. ເພິ່ນ​ໄດ້​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ອອກ​ໄປ​ຈາກ​ທີ່​ນັ້ນ.


ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ເລີ່ມຕົ້ນ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ, “ມີ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ, ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ບີບຄັ້ນ​ເອົາ​ນໍ້າ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້​ດ້ວຍ, ຕໍ່ມາ ເພິ່ນ​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ປະເທດ​ອື່ນ.


ສູງ​ກວ່າ​ບັນດາ​ວິນຍານ​ທີ່​ຄອບຄອງ, ຜູ້​ມີ​ອຳນາດ, ຜູ້​ມີ​ຣິດເດດ, ຜູ້​ມີ​ອານຸພາບ ແລະ​ເໜືອ​ກວ່າ​ນາມຊື່​ທັງປວງ​ທີ່​ເຂົາ​ເອີ່ຍ​ຂຶ້ນ ບໍ່ແມ່ນ​ໃນ​ສະໄໝ​ນີ້​ເທົ່ານັ້ນ ແຕ່​ວ່າ​ໃນ​ສະໄໝ​ທີ່​ຈະ​ມາ​ເຖິງ​ດ້ວຍ.


ກາງຄືນ​ຈະ​ບໍ່ມີ​ອີກ​ຕໍ່ໄປ ແລະ​ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ໂຄມໄຟ ຫລື​ແສງ​ຕາເວັນ, ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປັນ​ແສງ​ສະຫວ່າງ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ປົກຄອງ​ຢູ່​ຕະຫລອດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka