Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 4:7 - ພຣະຄຳພີສັກສິ

7 ພວກເຂົາ​ເປັນ​ຄົນ​ຂາ​ພິການ ແລະ​ຢູ່​ຫ່າງໄກ​ຈາກ​ເຮືອນ, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເລີ່ມຕົ້ນ​ໃໝ່​ຈາກ​ພວກ​ທີ່​ຍັງເຫລືອ​ຢູ່ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່. ພຣະເຈົ້າຢາເວ​ຈະ​ປົກຄອງ​ພວກເຂົາ​ທີ່​ພູເຂົາ​ຊີໂອນ ແຕ່​ເວລາ​ນັ້ນ​ຈົນ​ຕະຫລອດໄປ​ເປັນນິດ.”

Uka jalj uñjjattʼäta Copia luraña




ມີກາ 4:7
32 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ກະສັດ​ຂອງເຮົາ; ຢູ່​ເທິງ​ພູເຂົາ​ຊີໂອນ ພູ​ສັກສິດ​ຂອງເຮົາ.”


ແລ້ວ​ເຊື້ອສາຍ​ຜູ້ໜຶ່ງ​ຂອງ​ດາວິດ​ກໍ​ຈະ​ຂຶ້ນ​ເປັນ​ກະສັດ ແລະ​ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ດ້ວຍ​ຄວາມຮັກ​ແລະ​ຄວາມສັດຊື່. ເພິ່ນ​ຈະ​ຟ້າວ​ລົງມື​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ແລະ​ເພິ່ນ​ຈະ​ຄອຍເບິ່ງ​ວ່າ​ມີ​ຄວາມ​ຍຸດຕິທຳ​ຫລືບໍ?)


ດວງຈັນ​ຈະ​ມືດມົວ ແລະ​ດວງອາທິດ​ຈະ​ບໍ່​ສ່ອງແສງ. ດ້ວຍວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຂຶ້ນ​ເປັນ​ກະສັດ. ພຣະອົງ​ຈະ​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ພວກ​ຜູ້ນຳ​ປະຊາຊົນ​ຈະ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ.


ເຖິງ​ແມ່ນ​ວ່າ​ໜຶ່ງ​ໃນ​ສິບ​ຄົນ​ຈະ​ຍັງເຫລືອ​ຢູ່​ກໍຕາມ ເຂົາ​ກໍ​ຈະ​ຖືກ​ທຳລາຍ​ຄືກັນ ເຂົາ​ຈະ​ເປັນ​ດັ່ງ​ກົກ​ແປກ​ທີ່​ຖືກ​ຕັດ​ເຫຼືອ​ແຕ່​ຕໍ.” (ຕໍ​ນັ້ນ​ໝາຍເຖິງ​ການ​ເລີ່ມຕົ້ນໃໝ່​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ.)


ເຖິງ​ວ່າ​ຄອບຄົວ​ເຈົ້າ​ໜ້ອຍ ແລະ​ຕໍ່າຕ້ອຍ​ທີ່ສຸດ ກໍ​ຈະ​ກາຍເປັນ​ໃຫຍ່ໂຕ​ດັ່ງ​ຊົນຊາດ​ມີ​ອຳນາດ. ເຮົາ​ຈະ​ເຮັດ​ໃຫ້​ເລື່ອງນີ້​ເກີດຂຶ້ນ​ໂດຍ​ໄວ ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ມີ​ຜູ້ໃດ​ເຄີຍ​ໄດ້​ເຫັນ​ແລະ​ເຄີຍ​ໄດ້ຍິນ​ເຊັ່ນນີ້​ມາ​ແດ່​ບໍ? ມີ​ຊົນຊາດ​ໃດ​ແດ່​ທີ່​ເກີດຂຶ້ນ​ມາ​ໄດ້​ພຽງ​ມື້​ດຽວ? ພູເຂົາ​ຊີໂອນ​ຈະ​ບໍ່​ຕ້ອງ​ທົນທຸກ​ດົນນານ ກ່ອນ​ຈະ​ເປັນ​ຊົນຊາດ​ໜຶ່ງ.


“ມະນຸດ​ເອີຍ ນີ້ແຫລະ​ແມ່ນ​ບັນລັງ​ຂອງເຮົາ. ເຮົາ​ຈະ​ຢູ່​ທີ່​ນີ້​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ ແລະ​ປົກຄອງ​ພວກເຂົາ​ຕະຫລອດໄປ. ປະຊາຊົນ​ອິດສະຣາເອນ​ຕະຫລອດ​ທັງ​ບັນດາ​ກະສັດ​ຂອງ​ພວກເຂົາ ຈະ​ຕ້ອງ​ບໍ່​ເຮັດ​ໃຫ້​ນາມ​ອັນ​ບໍຣິສຸດ​ຂອງເຮົາ​ເປັນ​ທີ່​ອັບອາຍ​ຂາຍໜ້າ​ອີກ​ຕໍ່ໄປ ໂດຍ​ຂາບໄຫວ້​ພະອື່ນ ຫລື​ໂດຍ​ຝັງສົບ​ຂອງ ກະສັດ​ຂອງ​ພວກເຂົາ​ທີ່​ໄດ້​ຕາຍໄປ​ແລ້ວ​ໃນ​ທີ່​ນີ້​ອີກ.


ໃນ​ສະໄໝ​ທີ່​ກະສັດ​ເຫຼົ່ານັ້ນ​ປົກຄອງ ພຣະເຈົ້າ​ແຫ່ງ​ສະຫວັນ​ຈະ​ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ ຊຶ່ງ​ຈະ​ບໍ່​ສູນຫາຍ​ໄປ​ຈັກເທື່ອ. ອານາຈັກ​ນີ້​ຈະ​ບໍ່​ຖືກ​ຕີ​ໃຫ້​ພ່າຍແພ້​ຈັກເທື່ອ, ແຕ່​ຈະ​ທຳລາຍ​ອານາຈັກ​ອື່ນໆ​ໃຫ້​ໝົດສິ້ນ​ໄປ ແລ້ວ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕະຫລອດໄປ​ເປັນນິດ.


ເມື່ອ​ກຳນົດ​ເຈັດ​ປີ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ກະສັດ​ຈຶ່ງ​ກ່າວ​ວ່າ, “ເຮົາ​ໄດ້​ເງີຍໜ້າ​ຂຶ້ນ​ສູ່​ທ້ອງຟ້າ ແລ້ວ​ຈິດໃຈ​ຂອງເຮົາ​ກໍ​ກາຍເປັນ​ປົກກະຕິ ເຮົາ​ຈຶ່ງ​ສັນລະເສີນ​ພຣະເຈົ້າ​ອົງ​ສູງສຸດ ທັງ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ​ແກ່​ພຣະອົງ​ຜູ້​ຊົງ​ເປັນ​ຢູ່​ຕະຫລອດໄປ. ພຣະເຈົ້າ​ຈະ​ປົກຄອງ​ຕະຫລອດໄປ ອານາຈັກ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ເປັນນິດ.


ເພິ່ນ​ໄດ້​ຮັບ​ສິດ​ອຳນາດ, ກຽດຕິຍົດ ແລະ​ອຳນາດ​ແຫ່ງ​ການ​ເປັນໃຫຍ່ ຈົນ​ວ່າ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໄດ້​ຮັບໃຊ້​ເພິ່ນ. ສິດ​ອຳນາດ​ຂອງ​ເພິ່ນ​ຈະ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.


ອຳນາດ​ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ອານາຈັກ​ທັງໝົດ​ໃນ​ແຜ່ນດິນ​ໂລກ​ນັ້ນ ຈະ​ຖືກ​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ອຳນາດ​ແຫ່ງ​ກະສັດ​ຂອງ​ພວກເຂົາ​ຈະ​ບໍ່​ສິ້ນສຸດ​ໄປ ແລະ​ບັນດາ​ຜູ້ປົກຄອງ​ທັງໝົດ​ທີ່​ເທິງ​ແຜ່ນດິນ​ໂລກ​ຈະ​ຮັບໃຊ້​ແລະ​ເຊື່ອຟັງ​ພວກເຂົາ.


ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ຊຶ່ງ​ເກີນ​ທີ່​ຈະ​ນັບ ຫລື​ຕັກຕວງ​ໄດ້. ບັດນີ້ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ແຕ່​ໃນ​ວັນ​ໜຶ່ງ ພຣະອົງ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”


ແຕ່​ທຸກຄົນ​ທີ່​ຂໍຮ້ອງ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ກໍ​ຈະ​ພົ້ນໄພ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້: ‘ເທິງ​ພູເຂົາ​ຊີໂອນ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ບາງຄົນ​ຈະ​ປົບໜີໄປ ພວກ​ທີ່​ພຣະເຈົ້າຢາເວ​ເລືອກເຟັ້ນ​ໄວ້ ຈະ​ມີ​ຊີວິດ​ຢູ່​ລອດ.”’


ແລ້ວ​ພວກເຈົ້າ​ກໍຈະ​ຮູ້ຈັກ ວ່າ ເຮົາ​ນີ້ແຫຼະ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຢູ່​ເທິງ​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ​ນັ້ນ; ສ່ວນ​ເຢຣູຊາເລັມ​ນັ້ນ​ຈະ​ເປັນ​ນະຄອນ​ທີ່​ສັກສິດ ຊາວ​ຕ່າງດ້າວ​ຈະ​ບໍ່​ຊະນະ​ນະຄອນ​ນີ້​ໄດ້​ຈັກເທື່ອ.


ພວກ​ຜູ້ຊາຍ​ທີ່​ມີ​ໄຊຊະນະ​ຂອງ​ເຢຣູຊາເລັມ ພວກເຂົາ​ຈະ​ໂຈມຕີ​ເອົາ​ເອໂດມ​ໄດ້ ແລະ​ທັງ​ຈະ​ປົກຄອງ​ພວກເຂົາ​ຄືກັນ ແລະ​ອານາຈັກ​ຈະ​ເປັນ​ຂອງ​ພຣະເຈົ້າຢາເວ.


ແຕ່​ເຮົາ​ຈະ​ນຳ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ ຄື​ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ຍັງເຫລືອ​ຢູ່. ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ມາ​ເຕົ້າໂຮມ​ກັນ ເໝືອນ​ດັ່ງ​ຝູງແກະ​ກັບຄືນ​ມາ​ສູ່​ຄອກ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ຄົນ​ອີກເທື່ອໜຶ່ງ ເໝືອນ​ຝູງແກະ​ຢູ່​ໃນ​ທົ່ງຫຍ້າ.”


ພຣະເຈົ້າ​ຈະ​ໄຂ​ຫົນທາງ​ໃຫ້​ພວກເຂົາ ແລະ​ນຳ​ພວກເຂົາ​ອອກ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ຈະ​ທະລຸ​ອອກ​ໄປ​ທາງ​ປະຕູເຂົ້າ​ເມືອງ ແລະ​ຈະ​ປົບໜີໄປ​ຢ່າງ​ອິດສະຫລະ. ພຣະເຈົ້າຢາເວ​ເອງ ຜູ້​ເປັນ​ກະສັດ​ຂອງ​ພວກເຂົາ​ຈະ​ນຳພາ​ພວກເຂົາ​ອອກ​ໄປ.


ສະນັ້ນ ເພິ່ນ​ຈຶ່ງ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຈົນເຖິງ​ເວລາ​ຍິງສາວ​ທີ່​ໃຫ້​ກຳເນີດ​ມີ​ລູກຊາຍ​ຂອງຕົນ. ແລ້ວ​ບັນດາ​ພວກ​ພີ່ນ້ອງ​ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຈະ​ມາ​ທ້ອນໂຮມກັນ​ກັບ​ປະຊາຊົນ​ຂອງ​ພວກເຂົາ​ເອງ.


ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.


ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ ຈະ​ບໍ່​ເຮັດ​ຜິດ​ຕໍ່​ຜູ້ໃດ, ຈະ​ບໍ່​ເວົ້າຕົວະ, ທັງ​ຈະ​ບໍ່​ຊອກຫາ​ຫລອກລວງ​ຜູ້ໃດ​ດ້ວຍ. ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ແລະ​ໝັ້ນຄົງ ຄື​ບໍ່​ຢ້ານກົວ​ຜູ້ໃດ.”


ເວລາ​ນັ້ນ​ກຳລັງ​ມາ ເຮົາ​ຈະ​ນຳ​ພວກເຈົ້າ​ທີ່​ຖືກ​ແຕກ​ກະຈັດ​ກະຈາຍ​ໄປ ກັບຄືນ​ມາ​ບ້ານ. ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ມີ​ຊື່ສຽງ​ໂດ່ງດັງ​ທົ່ວ​ພິພົບ ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ອີກເທື່ອໜຶ່ງ​ໃດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແລະ ເພິ່ນ​ຈະ​ປົກຄອງ​ເຊື້ອສາຍ​ຂອງ​ຢາໂຄບ​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.”


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka