6 ພຣະເຈົ້າຢາເວກ່າວວ່າ, “ເວລານັ້ນກຳລັງມາເຖິງ ເມື່ອເຮົາຈະເຕົ້າໂຮມປະຊາຊົນທີ່ເຮົາໄດ້ລົງໂທດ ຄືພວກທີ່ໄດ້ທົນທຸກທໍລະມານ ເພາະຕົກເປັນຊະເລີຍໃນຕ່າງຖິ່ນ.
ພຣະເຈົ້າຢາເວກຳລັງສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ພຣະອົງກຳລັງນຳພວກທີ່ຖືກຈັບໄປນັ້ນກັບຄືນມາ.
ຄວາມເຈັບປວດຍັງລົບກວນຂ້ານ້ອຍຢູ່ບໍ່ຂາດ ຂ້ານ້ອຍເກືອບຈະລົ້ມລົງແລ້ວ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ທີ່ນຳປະຊາຊົນອິດສະຣາເອນຂອງພຣະອົງ ກັບຄືນມາແຕ່ການເປັນຊະເລີຍໃນຕ່າງຖິ່ນໄດ້ສັນຍາວ່າ ພຣະອົງຍັງຈະນຳປະຊາຊົນອື່ນໆມາຮ່ວມກັບພວກເຂົາ.
ໃນວັນນັ້ນ ເຊື້ອສາຍຂອງຢູດາຈະຮ່ວມກັບເຊື້ອສາຍຂອງອິດສະຣາເອນ ແລະພວກເຂົາຈະກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນທາງທິດເໜືອພ້ອມກັນ ແລະຈະຄືນມາສູ່ດິນແດນທີ່ເຮົາໄດ້ມອບໃຫ້ບັນພະບຸລຸດຂອງພວກເຂົາ ເປັນກຳມະສິດອັນຖາວອນ.”
ເຮົາຈະນຳເອົາພວກເຂົາມາຈາກທິດເໜືອ ເຕົ້າໂຮມເອົາພວກເຂົາມາຈາກທີ່ສຸດແຜ່ນດິນໂລກ ຄົນຕາບອດແລະເສຍຂາກໍຈະຄືນມາກັບພວກເຂົາ ທັງຜູ້ຍິງຖືພາແລະຜູ້ທີ່ຫາກໍອອກລູກດ້ວຍ. ພວກເຂົາຈະກັບຄືນມາ ດັ່ງຝູງຊົນອັນໃຫຍ່ຫລວງ ພວກເຂົາຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່.
ເຮົາຈະນຳພວກເຈົ້າອອກມາຈາກທຸກໆຊົນຊາດ ແລະທຸກໆປະເທດ ເພື່ອນຳພາພວກເຈົ້າມາສູ່ດິນແດນຂອງພວກເຈົ້າເອງ.
ແຕ່ເຮົາຈະນຳພວກເຈົ້າມາເຕົ້າໂຮມກັນ ຄືພວກເຈົ້າຜູ້ເປັນປະຊາຊົນອິດສະຣາເອນທັງໝົດທີ່ຍັງເຫລືອຢູ່. ເຮົາຈະນຳພວກເຈົ້າເຂົ້າມາເຕົ້າໂຮມກັນ ເໝືອນດັ່ງຝູງແກະກັບຄືນມາສູ່ຄອກ. ດິນແດນຂອງພວກເຈົ້າຈະເຕັມໄປດ້ວຍຝູງຄົນອີກເທື່ອໜຶ່ງ ເໝືອນຝູງແກະຢູ່ໃນທົ່ງຫຍ້າ.”
ເວລານັ້ນກຳລັງມາ ເຮົາຈະລົງໂທດພວກເຂົາ ຄືຜູ້ທີ່ກົດຂີ່ພວກເຈົ້າ; ເຮົາຈະຊ່ວຍກອບກູ້ເອົາຜູ້ຄົນພິການທັງຫລາຍ ແລະນຳເອົາພວກຊະເລີຍໃຫ້ກັບຄືນມາບ້ານ. ເຮົາຈະປ່ຽນຄວາມອັບອາຍມາເປັນກຽດແກ່ພວກເຂົາ ແລະທັງໂລກຈະຍ້ອງຍໍສັນລະເສີນພວກເຂົາ.
ດ້ວຍວ່າ, ບຸດມະນຸດໄດ້ມາເພື່ອຊອກຫາ ແລະໂຜດເອົາຄົນທີ່ຫລົງເສຍໄປແລ້ວນັ້ນໃຫ້ລອດພົ້ນ.”
ມີຝູງແກະອື່ນທີ່ເປັນຝູງແກະຂອງເຮົາ ແຕ່ບໍ່ຢູ່ໃນຄອກນີ້ ເຮົາຈະຕ້ອງພາແກະເຫຼົ່ານັ້ນມາເໝືອນກັນ ພວກເຂົາຈະຟັງສຽງຂອງເຮົາ ເຮົາຈະເຕົ້າໂຮມພວກເຂົາເຂົ້າເປັນຝູງດຽວທີ່ມີຜູ້ລ້ຽງແຕ່ຜູ້ດຽວ.