Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 4:4 - ພຣະຄຳພີສັກສິ

4 ທຸກໆ​ຄົນ​ຈະ​ຢູ່​ນຳກັນ​ຢ່າງ​ສະຫງົບສຸກ ທ່າມກາງ​ສວນອະງຸ່ນ​ແລະ​ຕົ້ນ​ໝາກເດື່ອ ແລະ​ບໍ່ມີ​ຜູ້ໃດ​ຈະ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ເລີຍ ປາກ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ມີກາ 4:4
25 Jak'a apnaqawi uñst'ayäwi  

ຕາບໃດ​ທີ່​ກະສັດ​ໂຊໂລໂມນ​ຍັງ​ມີ​ຊີວິດ​ຢູ່ ປະຊາຊົນ​ທົ່ວ​ທັງ​ຢູດາຍ ແລະ​ອິດສະຣາເອນ​ຕ່າງ​ກໍ​ຢູ່​ກັນ​ຢ່າງ​ປອດໄພ, ແຕ່ລະ​ຄອບຄົວ​ກໍ​ມີ​ສວນອະງຸ່ນ ແລະ​ສວນ​ໝາກເດື່ອເທດ​ເປັນ​ຂອງ​ຕົນເອງ.


ດັ່ງນັ້ນ ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ສ້າງ​ວິຫານ ສຳລັບ​ພຣະນາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ຕໍ່​ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ວ່າ, ‘ລູກຊາຍ​ຂອງ​ເຈົ້າ​ຜູ້​ທີ່​ເຮົາ​ຈະ​ໃຫ້​ເປັນ​ກະສັດ​ສືບແທນ​ເຈົ້າ​ນັ້ນ ຈະ​ສ້າງ​ວິຫານ​ສຳລັບ​ນາມຊື່​ຂອງ​ເຮົາ.’


ເຈົ້າ​ກໍ​ບໍ່​ຕ້ອງ​ຢ້ານ​ເຫຼົ່າ​ສັດຕູ​ອີກ​ຕໍ່ໄປ; ແລະ​ຈະ​ມີ​ຫລາຍ​ຄົນ​ໃຫ້​ຄວາມ​ຊ່ວຍເຫລືອ​ເຈົ້າ.


ຂໍ​ໃຫ້​ດິນແດນ​ໄດ້​ນຳ​ຄວາມ​ຈະເລີນ​ຮຸ່ງເຮືອງ​ມາ ຂໍ​ໃຫ້​ດິນແດນ​ປະສົບ​ແຕ່​ຄວາມ​ຊອບທຳ​ເຖີດ.


ເຈົ້າ​ຈະ​ບໍ່ໄດ້​ກັງວົນ​ເຖິງ​ຄວາມພິນາດ​ທີ່​ມາ​ຢ່າງ​ກະທັນຫັນ ຫລື​ລົມພະຍຸ​ຮ້າຍ​ທີ່​ມາ​ຖືກ​ຄົນຊົ່ວ.


ແຕ່​ຖ້າ​ພວກເຈົ້າ​ປະຕິເສດ​ແລະ​ກະບົດ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ. ເພາະວ່າ​ປາກ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວໄວ້.”


ເມືອງຕ່າງໆ​ຂອງ​ຊີເຣຍ​ຈະ​ເປົ່າຮ້າງ​ຫວ່າງຄົນ​ຕະຫລອດໄປ. ເມືອງ​ເຫຼົ່ານັ້ນ​ຈະ​ເປັນ​ທົ່ງຫຍ້າ ໃຫ້​ຝູງແກະ​ແລະ​ຝູງງົວ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄລ່​ພວກມັນ​ໜີໄປ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ໃນວັນ​ນັ້ນ ຫລັກ​ຊຶ່ງ​ມັດ​ໄວ້​ຢ່າງ​ໝັ້ນຄົງ​ກໍ​ຈະ​ຫລຸດ ແລະ​ຕົກລົງ. ອັນ​ນັ້ນ​ຈະ​ແມ່ນ​ຈຸດຈົບ​ຂອງ​ທຸກໆສິ່ງ​ທີ່​ເກາະຫ້ອຍ​ຢູ່​ເທິງ​ນັ້ນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ລົງໂທດ​ຄົນ​ຂອງ​ພຣະອົງ ພວກເຂົາ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ທີ່​ເຈັບປວດ.


ຄວາມ​ສະຫງົບສຸກ ແລະ​ຄວາມ​ປອດໄພ​ຈະ​ມີ​ຕະຫລອດໄປ ເພາະ​ທຸກຄົນ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


ຢ່າ​ເຊື່ອຟັງ​ເຮເຊກີຢາ​ເລີຍ ກະສັດ​ແຫ່ງ​ອັດຊີເຣຍ​ສັ່ງ​ພວກເຈົ້າ ໃຫ້​ອອກ​ມາ​ຈາກ​ເມືອງ ແລະ​ຍອມ​ຈຳນົນ​ສາ. ເຈົ້າ​ທຸກຄົນ​ຈະ​ໄດ້​ຮັບ​ອະນຸຍາດ ໃຫ້​ກິນ​ໝາກອະງຸ່ນ​ຢູ່​ໃນ​ສວນອະງຸ່ນ​ຂອງ​ພວກ​ເຈົ້າເອງ ແລະ​ກິນ​ໝາກເດື່ອ​ຈາກ​ຕົ້ນ​ໝາກເດື່ອ​ຂອງ​ພວກເຈົ້າ​ເອງ ແລະ​ດື່ມ​ນໍ້າ​ຈາກ​ສ້າງ​ຂອງ​ພວກເຈົ້າ​ເອງ​ໄດ້


ແລ້ວ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ປາກົດ​ແຈ້ງ ທຸກ​ປະຊາຊາດ​ກໍ​ຈະ​ໄດ້​ເຫັນ​ພຣະ​ສະຫງ່າຣາສີ​ນັ້ນ ປາກ​ຂອງ​ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ໄວ້.”


ຄວາມ​ຍຸດຕິທຳ​ແລະ​ຄວາມ​ຖືກຕ້ອງ​ຈະ​ໃຫ້​ເຈົ້າ​ເຂັ້ມແຂງ​ຂຶ້ນ ເຈົ້າ​ຈະ​ພົ້ນ​ຈາກ​ການກົດຂີ່​ແລະ​ຈາກ​ຄວາມຢ້ານ.


ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ເນື່ອງ​ຈາກ​ບົວລະບັດ​ຮັບໃຊ້​ເຮົາ. ເຮົາ​ຈະ​ໃຫ້​ເຈົ້າ​ໄດ້​ຮັບກຽດ​ໃນ​ທົ່ວ​ທັງໂລກນີ້ ແລະ​ເຈົ້າ​ກໍ​ຈະ​ມ່ວນຊື່ນ​ເບີກບານ​ໃຈ​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ຢາໂຄບ​ບັນພະບຸລຸດ​ຂອງ​ເຈົ້າ.” ປາກ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ເຮົາ​ຈະ​ແຕ່ງຕັ້ງ​ໃຫ້​ມີ​ຜູ້​ລ້ຽງດູ​ພວກເຂົາ. ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຢ້ານ ຫລື​ສະທ້ານ​ຕົກໃຈກົວ​ອີກ​ຕໍ່ໄປ ແລະ​ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຂົາ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


“ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຢ່າ​ຢ້ານ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ແຕກຕື່ນ​ເທາະ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ມາ​ຈາກ​ແດນ​ຫ່າງໄກ ຈາກ​ດິນແດນ​ພວກເຈົ້າ​ຕົກ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບຄືນ​ມາ​ບ້ານ ທັງ​ມີ​ຊີວິດ​ຢ່າງ​ສັນຕິສຸກ ຈະ​ປອດໄພ​ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຈົ້າ​ຢ້ານ.


ເຮົາ​ຈະ​ເຮັດ​ພັນທະສັນຍາ​ປະກັນ​ຄວາມ​ປອດໄພ​ໃຫ້​ແກ່​ພວກເຂົາ. ເຮົາ​ຈະ​ກຳຈັດ​ສັດຮ້າຍ​ທັງໝົດ​ອອກ​ໄປ​ຈາກ​ດິນແດນ ເພື່ອ​ແກະ​ຂອງເຮົາ​ຈະ​ໄດ້​ຢູ່​ຢ່າງ​ປອດໄພ​ຕາມ​ທົ່ງນາ​ຫລື​ໃນ​ປ່າ.


ຊາດ​ອື່ນໆ​ທັງຫລາຍ​ຈະ​ບໍ່​ມາ​ປຸ້ນຈີ້​ພວກເຂົາ​ອີກ​ຕໍ່ໄປ ແລະ​ສັດປ່າ​ທັງຫລາຍ​ຈະ​ບໍ່​ກັດ​ກິນ​ພວກເຂົາ​ອີກ. ພວກເຂົາ​ຈະ​ຢູ່​ຢ່າງ​ປອດໄພ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ.


ເຈົ້າ​ຈະ​ຕັດສິນໃຈ​ຮຸກຮານ​ປະເທດ​ທີ່​ຂາດ​ບ່ອນ​ເພິ່ງ ຊຶ່ງ​ປະຊາຊົນ​ຢູ່​ຢ່າງ​ສັນຕິສຸກ​ແລະ​ປອດໄພ​ໃນ​ເມືອງ ທີ່​ບໍ່ມີ​ກຳແພງ​ອ້ອມ​ແລະ​ຂາດ​ການ​ປ້ອງກັນ.


ພວກເຂົາ​ຈະ​ຢູ່​ຢ່າງ​ປອດໄພ​ໃນ​ດິນແດນ​ຂອງ​ຕົນເອງ​ອີກເທື່ອໜຶ່ງ ໂດຍ​ບໍ່ມີ​ຜູ້ໃດ​ນາບ​ຂູ່​ພວກເຂົາ​ອີກ ພວກເຂົາ​ກໍ​ຈະ​ສາມາດ​ລືມ​ການ​ທີ່​ພວກເຂົາ​ຖືກ​ອັບອາຍ​ຂາຍໜ້າ ເພາະ​ການ​ທໍລະຍົດ​ຕໍ່​ເຮົາ​ນັ້ນ.


ເຮົາ​ຈະ​ນຳ​ຄວາມ​ສະຫງົບສຸກ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ສາມາດ​ນອນຫລັບ​ສະບາຍ​ຢ່າງ​ຫາຍ​ກັງວົນ. ເຮົາ​ຈະ​ກຳຈັດ​ຝູງສັດ​ທີ່​ນຳ​ອັນຕະລາຍ​ມາ​ສູ່​ທີ່​ດິນແດນ​ທຳມາ​ຫາກິນ​ຂອງ​ພວກເຈົ້າ ແລະ​ໃນ​ທີ່ນັ້ນ​ເສິກ​ສົງຄາມ​ຈະ​ບໍ່ມີ​ອີກ​ຕໍ່ໄປ.


ສະນັ້ນ ເພິ່ນ​ຈຶ່ງ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຈົນເຖິງ​ເວລາ​ຍິງສາວ​ທີ່​ໃຫ້​ກຳເນີດ​ມີ​ລູກຊາຍ​ຂອງຕົນ. ແລ້ວ​ບັນດາ​ພວກ​ພີ່ນ້ອງ​ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຈະ​ມາ​ທ້ອນໂຮມກັນ​ກັບ​ປະຊາຊົນ​ຂອງ​ພວກເຂົາ​ເອງ.


ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ ຈະ​ບໍ່​ເຮັດ​ຜິດ​ຕໍ່​ຜູ້ໃດ, ຈະ​ບໍ່​ເວົ້າຕົວະ, ທັງ​ຈະ​ບໍ່​ຊອກຫາ​ຫລອກລວງ​ຜູ້ໃດ​ດ້ວຍ. ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ແລະ​ໝັ້ນຄົງ ຄື​ບໍ່​ຢ້ານກົວ​ຜູ້ໃດ.”


ເມື່ອ​ວັນ​ນັ້ນ​ມາເຖິງ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ຈະ​ເຊີນ​ເອົາ​ເພື່ອນບ້ານ​ຂອງຕົນ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ນຳ ເພາະ​ມີ​ຄວາມ​ສະຫງົບສຸກ​ແລະ​ຄວາມ​ປອດໄພ ຢູ່​ໃນ​ສວນອະງຸ່ນ​ແລະ​ຢູ່​ໃຕ້​ຕົ້ນ​ໝາກເດື່ອເທດ​ທັງຫລາຍ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka