Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 4:2 - ພຣະຄຳພີສັກສິ

2 ປະຊາຊົນ​ຂອງ​ພວກເຂົາ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ນັ້ນ. ເພາະ​ພຣະອົງ​ຈະ​ສັ່ງສອນ​ສິ່ງ​ທີ່​ຢາກ​ໃຫ້​ພວກເຮົາ​ເຮັດ​ຕາມ ພວກເຮົາ​ຈະ​ຍ່າງ​ຕາມ​ທາງ​ທີ່​ພຣະອົງ​ໄດ້​ເລືອກໄວ້. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ຈາກ​ພູເຂົາ​ຊີໂອນ​ທີ່​ຊົງ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະເຈົ້າ.”

Uka jalj uñjjattʼäta Copia luraña




ມີກາ 4:2
35 Jak'a apnaqawi uñst'ayäwi  

ຈາກ​ພູເຂົາ​ຊີໂອນ, ພຣະອົງ​ຈະ​ແຜ່​ອຳນາດ​ແຫ່ງ​ກະສັດ ໂດຍ​ກ່າວ​ວ່າ, “ຈົ່ງ​ປົກຄອງ​ສັດຕູ​ຂອງເຈົ້າ.”


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ດຳເນີນ​ຊີວິດ ຢ່າງ​ບໍ່ມີ​ຄວາມຜິດ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.


ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢູ່​ສະເໝີໄປ ເພາະ​ພຣະອົງ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້​ກົດບັນຍັດ​ຂອງ​ພຣະອົງ.


ຊ່າງ​ດີໃຈ​ແທ້ໆ​ເມື່ອ​ພວກເຂົາ​ເຊີນຊວນ ຂ້ານ້ອຍ​ດັ່ງນີ້​ວ່າ, “ໃຫ້​ພວກເຮົາ​ພາກັນ​ຂຶ້ນ​ໄປ​ຍັງ​ວິຫານ​ຂອງ​ພຣະເຈົ້າຢາເວ.”


ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ​ກໍ​ຈະ​ໄດ້​ຮໍ່າຮຽນ​ຈາກ​ພຣະອົງ ໃຫ້​ຮູ້​ທາງ​ທີ່​ພວກຕົນ​ຈະ​ປະພຶດ.


ປະຊາຊົນ​ຫລາຍ​ຊົນຊາດ​ຈະ​ພາກັນ​ກ່າວ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ເດີ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ສັ່ງສອນ​ພວກເຮົາ​ເຖິງ​ສິ່ງ​ທີ່​ພຣະອົງ​ຢາກ​ໃຫ້​ເຮັດ. ພວກເຮົາ​ຈະ​ພາກັນ​ຍ່າງ​ຕາມ​ຮ່ອມ​ແຫ່ງ​ຫົນທາງ ທີ່​ພຣະອົງ​ໄດ້​ເລືອກສັນ​ໄວ້​ແລ້ວ​ນັ້ນ. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ແຕ່​ພູເຂົາ​ຊີໂອນ​ທີ່​ພຣະອົງ​ກ່າວ​ແກ່​ປະຊາຊົນ​ນັ້ນ.”


ສ່ວນ​ປະຊາຊົນ​ຂອງ​ເຈົ້າ​ເຮົາ​ຈະ​ສັ່ງສອນ​ພວກເຂົາ​ໂດຍ​ພຣະເຈົ້າຢາເວ ຈະ​ໃຫ້​ມີ​ສັນຕິສຸກ​ແລະ​ໃຫ້​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


“ເຮົາ​ຈະ​ນຳ​ພວກເຈົ້າ​ໄປ​ຍັງ​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ ເພື່ອ​ໃຫ້​ພວກເຈົ້າ​ມີ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ເຮືອນ​ຂອງເຮົາ​ສຳລັບ​ພາວັນນາ​ອະທິຖານ ແລະ​ເຮົາ​ຈະ​ຮັບ​ເຄື່ອງບູຊາ​ຊຶ່ງ​ພວກເຈົ້າ​ຖວາຍ​ທີ່​ເທິງ​ແທ່ນ​ຂອງເຮົາ. ພຣະວິຫານ​ຂອງເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ, ‘ວິຫານ​ແຫ່ງ​ການ​ໄຫວ້ວອນ​ສຳລັບ​ທຸກ​ຊົນຊາດ.”’


ຖືກ​ແລ້ວ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນເຝົ້າຍາມ​ຈະ​ເປັ່ງ​ສຽງ​ຮ້ອງ​ອອກ​ໄປ​ຈາກ​ເຂດ​ເນີນພູ​ເອຟຣາອິມ​ວ່າ, ‘ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຊີໂອນ​ເພື່ອ​ເຝົ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.”’


ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ເພື່ອ​ວ່າ​ພຣະອົງ​ຈະ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ວ່າ ຄວນ​ຈະ​ໄປ​ທາງ​ໃດ ແລະ​ຄວນ​ຈະ​ເຮັດ​ສິ່ງໃດ.”


ຈົ່ງ​ໃຫ້​ພວກເຮົາ​ພະຍາຍາມ​ຮູ້ຈັກ​ພຣະເຈົ້າຢາເວ. ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ຢ່າງ​ແນ່ນອນ​ຕອນ​ຮຸ່ງເຊົ້າ ແລະ​ແນ່ແທ້ ດັ່ງ​ຝົນ​ລະດູ​ໃບໄມ້​ປົ່ງ ທີ່​ຕົກລົງ​ໃສ່​ຜືນ​ແຜ່ນດິນ​ໂລກ.”


ແລ້ວ​ພວກ​ທີ່​ລອດຊີວິດ​ມາ​ໄດ້​ຈາກ​ຊົນຊາດ​ຕ່າງໆ ທີ່​ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ​ນັ້ນ ກໍ​ຈະ​ໄປ​ທີ່​ນັ້ນ​ທຸກໆ​ປີ ເພື່ອ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ອົງ​ຊົງ​ເປັນ​ກະສັດ ແລະ​ເພື່ອ​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່.


ໃນ​ເວລາ​ນັ້ນ​ຈະ​ມີ​ຫລາຍ​ຊົນຊາດ​ມາ​ຫາ​ພຣະເຈົ້າຢາເວ ແລະ​ກາຍເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ຈະ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ.


ເຮົາ​ຈະ​ຍ້າຍ​ລົດຮົບ​ອອກ​ຈາກ​ເອຟຣາອີມ ແລະ​ນຳ​ຝູງ​ມ້າ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ​ດ້ວຍ; ໜ້າທະນູ​ທີ່​ໄດ້​ໃຊ້​ໃນ​ສະໜາມຮົບ​ຈະ​ຖືກ​ທຳລາຍ ພຣະອົງ​ຈະ​ສ້າງ​ສັນຕິສຸກ​ໃນ​ທ່າມກາງ​ຊົນຊາດ; ເພິ່ນ​ຈະ​ປົກຄອງ​ຈາກ​ທະເລ​ນີ້​ເຖິງ​ທະເລ​ນັ້ນ ແຕ່​ແມ່ນໍ້າ​ເອີຟຣັດ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.


ແລ້ວ​ພວກ​ສາວົກ​ເຫຼົ່ານັ້ນ ກໍ​ອອກ​ໄປ​ປະກາດ​ຂ່າວປະເສີດ​ທົ່ວ​ທຸກ​ທີ່​ທຸກ​ບ່ອນ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຮ່ວມ​ງານ​ກັບ​ພວກເພິ່ນ ແລະ​ພຣະອົງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ ການ​ປະກາດ​ຂ່າວປະເສີດ​ຂອງ​ພວກເພິ່ນ ເປັນ​ຄວາມຈິງ​ແທ້ ດ້ວຍ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເກີດຂຶ້ນ​ນັ້ນ.]


ຈົ່ງ​ປະກາດ​ນາມຊື່​ຂອງ​ພຣະອົງ ແກ່​ຄົນ​ທຸກ​ຊົນຊາດ ໂດຍ​ເລີ່ມ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ໃຫ້​ເຂົາ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ເອົາ​ການອະໄພ​ບາບກຳ.


ໃນ​ໜັງສື​ທຳນວາຍ​ມີ​ຄຳ​ຂຽນ​ໄວ້​ວ່າ, ‘ມະນຸດ​ທຸກຄົນ​ຈະ​ໄດ້​ຮັບ​ຄຳສັ່ງສອນ​ຈາກ​ພຣະເຈົ້າ’ ທຸກຄົນ​ທີ່​ໄດ້ຍິນ​ສຽງ​ພຣະບິດາ​ຂອງເຮົາ ແລະ​ໄດ້​ຮຽນຮູ້​ຈາກ​ພຣະອົງ​ກໍ​ມາ​ຫາ​ເຮົາ.


ຜູ້ໃດ​ທີ່​ເຕັມໃຈ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ ຜູ້ນັ້ນ​ກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່​ເຮົາ​ສັ່ງສອນ​ນັ້ນ ມາ​ຈາກ​ພຣະເຈົ້າ ຫລື​ເຮົາ​ກ່າວ​ຕາມໃຈ​ຂອງເຮົາ​ເອງ.


ແຕ່​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ພຣະຣາຊທານ​ຣິດເດດ ເມື່ອ​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ສະເດັດ​ມາ​ເທິງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ ໃນ​ນະຄອນ​ເຢຣູຊາເລັມ ຕະຫລອດ​ທົ່ວ​ແຂວງ​ຢູດາຍ ກັບ​ແຂວງ​ຊາມາເຣຍ ແລະ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ເມື່ອ​ໂປໂລ​ກັບ​ບາຣະນາບາ ກຳລັງ​ຍ່າງ​ອອກ​ຈາກ​ທຳມະສາລາ​ໄປ​ນັ້ນ ປະຊາຊົນ​ກໍ​ເຊີນ​ທ່ານ​ທັງສອງ​ໃຫ້​ກັບຄືນ​ມາ​ອີກ​ໃນ​ວັນ​ຊະບາໂຕ​ຕໍ່ໄປ ເພື່ອ​ກ່າວ​ເຖິງ​ຂໍ້ຄວາມ​ນີ້​ອີກ.


ຄື​ດ້ວຍ​ຣິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ ແລະ​ຣິດເດດອຳນາດ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ ຈົນ​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ​ຢ່າງ​ຄົບຖ້ວນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ ອ້ອມ​ໄປ​ຮອດ​ແຂວງ​ອີລີຣິກົນ.


“ແມ່ນ​ກົດບັນຍັດ​ທັງໝົດ​ນີ້​ແຫຼະ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ສອນ​ພວກເຈົ້າ. ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ເຫຼົ່ານີ້​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຄອບຄອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka