Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 4:13 - ພຣະຄຳພີສັກສິ

13 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ສາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ແຂງແຮງ​ເໝືອນ​ດັ່ງ​ງົວ​ກະທິງ ທີ່​ມີ​ເຂົາ​ເປັນ​ເຫຼັກ​ແລະ​ມີ​ກີບຕີນ​ເປັນ​ທອງສຳຣິດ. ພວກເຈົ້າ​ຈະ​ຢຽບຢໍ່າ​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ໝຸ່ນ​ທະລາຍ​ໄປ ເຮົາ​ຈະ​ມອບ​ສິ່ງ​ທີ່​ໄດ້​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ໄດ້​ມາ​ຈາກ​ການ​ໃຊ້​ກຳລັງ​ຢຶດເອົາ​ນັ້ນ ເຮົາ​ຈະ​ເອົາ​ມາ​ອຸທິດ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”

Uka jalj uñjjattʼäta Copia luraña




ມີກາ 4:13
28 Jak'a apnaqawi uñst'ayäwi  

ແຜ່ນດິນ​ໂລກ​ແລະ​ທຸກສິ່ງ​ຢູ່​ໃນ​ນັ້ນ ກໍ​ເປັນ​ຂອງ​ພຣະເຈົ້າຢາເວ ແຜ່ນດິນ​ໂລກ​ແລະ​ທຸກຄົນ​ທີ່​ອາໄສ​ຢູ່ ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ.


ຈາກ​ພຣະວິຫານ​ຂອງ​ພຣະອົງ​ໃນ​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ບັນດາ​ກະສັດ​ນຳ​ຂອງຂວັນ​ມາ​ຖວາຍ​ໃຫ້​ພຣະອົງ.


ກະສັດ​ຂອງ​ສະເປນ​ແລະ​ເກາະ​ດອນ​ທັງຫລາຍ ຕ່າງ​ກໍ​ຈະ​ນຳ​ຂອງ​ບັນນາການ​ມາ​ມອບ​ໃຫ້​ເພິ່ນ. ບັນດາ​ກະສັດ​ແຫ່ງ​ອາຣາເບຍ​ແລະ​ເອທີໂອເປຍ ກໍ​ຈະ​ນຳ​ເອົາ​ເຄື່ອງ​ຖວາຍ​ມາ​ມອບ​ໃຫ້.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຮັບ​ເອົາ​ເຄື່ອງ​ຖວາຍ ຈາກ​ດິນແດນ​ທີ່​ຖືກ​ແບ່ງແຍກ​ດ້ວຍ​ແມ່ນໍ້າ​ທັງຫລາຍ​ນີ້, ຈາກ​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ​ນີ້, ຈາກ​ປະຊາຊົນ​ທີ່​ມີ​ຮູບຮ່າງ​ສູງ ແລະ​ມີ​ຜິວພັນ​ກ້ຽງໃສ​ນີ້ ຊຶ່ງ​ຄົນ​ທັງ​ໂລກ​ຢ້ານກົວ​ພວກເຂົາ. ພວກເຂົາ​ຈະ​ມາ​ທີ່​ພູເຂົາ​ຊີໂອນ ຊຶ່ງ​ເປັນ​ບ່ອນຢູ່​ແຫ່ງ​ນາມຊື່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ປະຊາຊົນ​ອິດສະຣາເອນ​ຂອງ​ຂ້າພະເຈົ້າ​ເອີຍ ພວກເຈົ້າ​ໄດ້​ຖືກ​ຢຽບຢໍ່າ​ເໝືອນດັ່ງ​ນວດ​ເຂົ້າ ແຕ່​ບັດນີ້ ຂ້າພະເຈົ້າ​ປະກາດ​ຂ່າວ​ດີ​ທີ່​ຂ້າພະເຈົ້າ​ໄດ້ຍິນ ຈາກ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໃຫ້​ພວກເຈົ້າ​ຮູ້.


ພວກເຂົາ​ຈະ​ເອົາ​ເງິນ​ທີ່​ຄ້າ​ຂາຍ​ໄດ້​ນັ້ນ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ເມືອງນີ້​ຈະ​ບໍ່​ທ້ອນເງິນ​ນັ້ນ​ໄວ້​ລ້າໆ ແຕ່​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຈະ​ໃຊ້​ເງິນ​ນັ້ນ​ຊື້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ທີ່​ພວກເຂົາ​ຕ້ອງການ.


ລູກທະນູ​ຂອງ​ພວກເຂົາ​ແຫລມ ແລະ​ໜ້າທະນູ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຍິງ. ກີບ​ຕີນ​ມ້າ​ຂອງ​ພວກເຂົາ​ແຂງ​ດັ່ງ​ຫີນ ແລະ​ຕີນ​ລົດ​ກໍ​ປິ່ນ​ດັ່ງ​ລົມ​ບ້າໝູ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ບາບີໂລນ ເຈົ້າ​ຄື​ຄ້ອນຕີ​ຂອງເຮົາ ເປັນ​ທັງ​ອາວຸດ​ທີ່​ໃຊ້​ໄວ້​ເຮັດ​ເສິກ​ຂອງເຮົາ​ດ້ວຍ. ເຮົາ​ໄດ້​ໃຊ້​ເຈົ້າ​ໃຫ້​ຢຽບຢໍ່າ​ຊົນຊາດ​ທັງຫລາຍ ແລະ​ທັງ​ໃຫ້​ທຳລາຍ​ອານາຈັກ​ທັງຫລາຍ​ຖິ້ມ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ໃນ​ບໍ່​ຊ້າ ສັດຕູ​ກໍ​ຈະ​ຟັນ​ແລະ​ຢຽບຢໍ່າ​ພວກເຂົາ​ລົງ ດັ່ງ​ຢຽບ​ເມັດ​ເຂົ້າ​ຢູ່​ທີ່​ລານ​ຟາດເຂົ້າ.”


ໃນ​ສະໄໝ​ທີ່​ກະສັດ​ເຫຼົ່ານັ້ນ​ປົກຄອງ ພຣະເຈົ້າ​ແຫ່ງ​ສະຫວັນ​ຈະ​ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ ຊຶ່ງ​ຈະ​ບໍ່​ສູນຫາຍ​ໄປ​ຈັກເທື່ອ. ອານາຈັກ​ນີ້​ຈະ​ບໍ່​ຖືກ​ຕີ​ໃຫ້​ພ່າຍແພ້​ຈັກເທື່ອ, ແຕ່​ຈະ​ທຳລາຍ​ອານາຈັກ​ອື່ນໆ​ໃຫ້​ໝົດສິ້ນ​ໄປ ແລ້ວ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕະຫລອດໄປ​ເປັນນິດ.


ຄັ້ງໜຶ່ງ ຊາດ​ອິດສະຣາເອນ​ເປັນ​ດັ່ງ​ງົວ​ນ້ອຍ​ທີ່​ໄດ້​ຮັບ​ການ​ຝຶກແອບ​ດີແລ້ວ ພ້ອມ​ທີ່​ຈະ​ຢຽບ​ເຂົ້າ​ດ້ວຍ​ຄວາມ​ເຕັມໃຈ. ແຕ່​ເຮົາ​ໄດ້​ຕັດສິນໃຈ​ໃສ່​ແອກ ທີ່​ຄໍ​ອັນ​ສວຍງາມ​ຂອງມັນ ເພື່ອ​ໃຫ້​ມັນ​ເຮັດ​ວຽກ​ໜັກໜ່ວງ​ກວ່າເກົ່າ. ເຮົາ​ເຮັດ​ໃຫ້​ຢູດາ​ແກ່​ໄຖ ແລະ​ເຮັດ​ໃຫ້​ອິດສະຣາເອນ​ແກ່​ຄາດ.


ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ​ມາ​ໄດ້ ກໍ​ຈະ​ເປັນ​ດັ່ງ​ນໍ້າ​ຄ້າງ​ອັນ​ສົດຊື່ນ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ສົ່ງ​ລົງ​ມາ​ສຳລັບ​ຫລາຍ​ຊົນຊາດ ເໝືອນ​ຫ່າຝົນ​ທີ່​ຕົກ​ເທິງ​ພືດພັນ​ທີ່​ຫາກໍ່​ປົ່ງ​ໃໝ່. ພວກເຂົາ​ຈະ​ອາໄສ​ພຣະເຈົ້າ ແຕ່​ບໍ່ແມ່ນ​ອາໄສ​ມະນຸດ.


ພຣະອົງ​ໄດ້​ຍ່າງ​ຜ່ານ​ໂລກ ໂກດຮ້າຍ​ໃນ​ຈິດໃຈ ຢຽບຢໍ່າ​ທຳລາຍ​ບັນດາ​ຊົນຊາດ​ຢ່າງ​ກີ້ວໂກດ.


ແຕ່​ເມື່ອ​ເວລາ​ນັ້ນ​ມາເຖິງ ເຮົາ​ຈະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ດັ່ງ​ຫີນ​ໜັກ​ກ້ອນ​ໜຶ່ງ ຊົນຊາດ​ໃດ​ທີ່​ພະຍາຍາມ​ຍົກ​ຫີນ​ກ້ອນ​ນີ້​ຂຶ້ນ​ກໍ​ຈະ​ໄດ້​ຮັບ​ບາດເຈັບ. ຊົນຊາດ​ທັງໝົດ​ຢູ່​ໃນ​ໂລກນີ້ ຈະ​ໂຮມ​ກຳລັງ​ກັນ​ໂຈມຕີ​ນະຄອນ​ນີ້.


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ເປັນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ເພາະ​ພວກເຂົາ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ສ່ວນ​ປະຊາຊົນ​ເຢຣູຊາເລັມ​ນັ້ນ​ຈະ​ຢູ່​ໃນ​ນະຄອນ​ຢ່າງ​ປອດໄພ.


ແລ້ວ​ເພິ່ນ​ກໍໄດ້​ກ່າວ​ວ່າ, “ສິ່ງ​ເຫຼົ່ານັ້ນ​ໝາຍ​ເຖິງ​ຊາຍ​ສອງ​ຄົນ ທີ່​ພຣະເຈົ້າ​ໄດ້​ເລືອກເອົາ​ແລະ​ຫົດສົງ​ແຕ່ງຕັ້ງ​ໃຫ້​ຮັບໃຊ້ ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


ເທວະດາ​ຕົນ​ນັ້ນ​ໄດ້​ຕອບ​ວ່າ, “ລົດຮົບ​ເຫຼົ່ານີ້ ໝາຍເຖິງ​ລົມ​ທັງ​ສີ່​ທິດ ທີ່​ຫາ​ກໍ​ມາ​ແຕ່​ເຂົ້າ​ເຝົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ​ແຫ່ງ​ແຜ່ນດິນ​ໂລກ​ນີ້​ທັງໝົດ.”


ທຸກໆ​ວັນ​ຕົ້ນ​ອາທິດ​ໃດ ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ​ຈັດ​ຊັບ​ໄວ້​ຕ່າງຫາກ ຕາມ​ຊັດສ່ວນ​ທີ່​ພວກເຈົ້າ​ຫາ​ມາ​ໄດ້ ແລະ​ສະສົມ​ໄວ້​ນັ້ນ ເພື່ອ​ວ່າ ເມື່ອ​ເຮົາ​ມາ​ເຖິງ​ຈະ​ບໍ່​ຕ້ອງ​ມີ​ການ​ແຜ່​ເກັບ​ເອົາ.


ຂໍ​ໃຫ້​ເມືອງ​ມີ​ປະຕູ​ເຫຼັກ​ປ້ອງກັນ​ໄພ​ໃຫ້​ແຂງແກ່ນ ຂໍ​ໃຫ້​ມີ​ແຮງ​ຊຸກຍູ້​ຊີວິດ​ເຈົ້າ​ໃຫ້​ປອດໄພ​ຕະຫລອດ.”


ສ່ວນ​ເຄື່ອງ​ທຸກຢ່າງ​ທີ່​ເຮັດ​ດ້ວຍ​ເງິນ, ຄຳ, ທອງສຳຣິດ ຫລື​ເຫຼັກ ໃຫ້​ເປັນ​ບໍຣິສຸດ​ສຳລັບ​ພຣະເຈົ້າຢາເວ. ໃຫ້​ເກັບ​ສິ່ງ​ເຫຼົ່ານັ້ນ​ໄວ້​ໃນ​ຄັງ​ຂອງ​ພຣະເຈົ້າຢາເວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka