12 ແຕ່ຊົນຊາດເຫຼົ່ານີ້ບໍ່ຮູ້ຈັກຄວາມຄິດຂອງພຣະເຈົ້າຢາເວ ພວກເຂົາສຳນຶກບໍ່ໄດ້ເລີຍວ່າ ພຣະອົງໄດ້ວາງແຜນທ້ອນໂຮມ ເພື່ອເອົາພວກເຂົາມາລົງໂທດ ເຊັ່ນດຽວກັບໂຮມເອົາມັດເຂົ້າມາຟາດໃນລານ.
ພຣະອົງໃຫ້ຖ້ອຍຄຳແກ່ປະຊາຊົນຂອງພຣະອົງ ໃຫ້ຄຳແນະນຳ ແລະກົດບັນຍັດແກ່ອິດສະຣາເອນນັ້ນ.
ພຣະອົງບໍ່ໄດ້ເຮັດເຊັ່ນນີ້ສຳລັບຊົນຊາດອື່ນໃດ ພວກເຂົາຈຶ່ງບໍ່ໄດ້ຮູ້ຈັກກົດບັນຍັດ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ.
ແຕ່ຈັກກະພັດອັດຊີເຣຍມີແຜນການອັນຮ້າຍກາດໃນໃຈຂອງຕົນເອງ. ເພິ່ນຕັ້ງໃຈຈະທຳລາຍຫລາຍໆຊົນຊາດ.
ປະຊາຊົນອິດສະຣາເອນຂອງຂ້າພະເຈົ້າເອີຍ ພວກເຈົ້າໄດ້ຖືກຢຽບຢໍ່າເໝືອນດັ່ງນວດເຂົ້າ ແຕ່ບັດນີ້ ຂ້າພະເຈົ້າປະກາດຂ່າວດີທີ່ຂ້າພະເຈົ້າໄດ້ຍິນ ຈາກພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໃຫ້ພວກເຈົ້າຮູ້.
ແລ້ວກອງທັບທັງໝົດຂອງຊົນຊາດຕ່າງໆ ທີ່ກຳລັງໂຈມຕີນະຄອນແຫ່ງແທ່ນບູຊາຂອງພຣະເຈົ້າ ພ້ອມທັງອາວຸດຍຸດທະພັນທຸກຢ່າງຂອງພວກເຂົາ ກໍຈະສູນຫາຍໄປດັ່ງຄວາມຝັນ ດັ່ງພາບທີ່ຄົນຄິດຂຶ້ນຫາຍໄປໃນຕອນກາງຄືນ.
ພຣະເຈົ້າຢາເວກ່າວວ່າ, “ຄວາມຄິດເຮົານັ້ນ ບໍ່ຄືຄວາມຄິດຂອງພວກເຈົ້າ ແລະວິຖີທາງຂອງເຮົານັ້ນກໍແຕກຕ່າງໃດ ບໍ່ຄືວິຖີທາງຂອງພວກເຈົ້າ.
ເຮົາຜູ້ດຽວເທົ່ານັ້ນທີ່ຮູ້ແຜນການຂອງເຮົາສຳລັບພວກເຈົ້າ,’ ພຣະເຈົ້າຢາເວກ່າວວ່າ, ‘ຄືແຜນການທີ່ນຳຄວາມຈະເລີນຮຸ່ງເຮືອງມາສູ່ພວກເຈົ້າ ແລະບໍ່ແມ່ນນຳຄວາມຈິບຫາຍມາສູ່ພວກເຈົ້າ ແຕ່ເປັນແຜນການທີ່ນຳຄວາມຫວັງມາສູ່ອະນາຄົດຂອງພວກເຈົ້າ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ບາບີໂລນ ເຈົ້າຄືຄ້ອນຕີຂອງເຮົາ ເປັນທັງອາວຸດທີ່ໃຊ້ໄວ້ເຮັດເສິກຂອງເຮົາດ້ວຍ. ເຮົາໄດ້ໃຊ້ເຈົ້າໃຫ້ຢຽບຢໍ່າຊົນຊາດທັງຫລາຍ ແລະທັງໃຫ້ທຳລາຍອານາຈັກທັງຫລາຍຖິ້ມ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ໃນບໍ່ຊ້າ ສັດຕູກໍຈະຟັນແລະຢຽບຢໍ່າພວກເຂົາລົງ ດັ່ງຢຽບເມັດເຂົ້າຢູ່ທີ່ລານຟາດເຂົ້າ.”
ເຮົາຈະນຳທຸກຊົນຊາດໃຫ້ມາເຕົ້າໂຮມກັນ ແລະນຳພວກເຂົາໄປສູ່ຮ່ອມພູແຫ່ງການຕັດສິນນັ້ນ. ແລ້ວໃນທີ່ນັ້ນເຮົາກໍຈະຕັດສິນພວກເຂົາ ຕາມທີ່ພວກເຂົາທັງໝົດໄດ້ເຮັດຕໍ່ປະຊາຊົນຂອງເຮົານັ້ນ. ພວກເຂົາໄດ້ໃຫ້ຊາວອິດສະຣາເອນແຕກຊະໄປແດນອື່ນໄກ ແບ່ງແຍກອິດສະຣາເອນ ດິນແດນຂອງເຮົາດ້ວຍ.
ມືຂອງເພິ່ນຖືກະດົ້ງເພື່ອຕຽມຝັດເຂົ້າ ເພິ່ນຈະເຮັດລານເຂົ້າຂອງຕົນໃຫ້ກ້ຽງດີ ແລະຮວບຮວມເອົາເຂົ້າເມັດດີຂອງເພິ່ນ ໄວ້ໃນເລົ້າຂອງຕົນ ສ່ວນເຂົ້າເມັດລີບນັ້ນ ເພິ່ນຈະເອົາເຜົາໄຟທີ່ໄໝ້ຢູ່ເປັນນິດ.”