Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 4:11 - ພຣະຄຳພີສັກສິ

11 ມີ​ຫລາຍ​ຊົນຊາດ​ໄດ້​ເຕົ້າໂຮມ​ກັນ​ເພື່ອ​ໂຈມຕີ​ພວກເຈົ້າ ເຂົາ​ເວົ້າ​ວ່າ, “ນະຄອນ​ເຢຣູຊາເລັມ​ຕ້ອງ​ຖືກ​ທຳລາຍ ພວກເຮົາ​ຈະ​ໄດ້​ເຫັນ​ເມືອງ​ນີ້​ຮົກຮ້າງ​ເພພັງ.”

Uka jalj uñjjattʼäta Copia luraña




ມີກາ 4:11
15 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ທຸກໆ​ຄົນ​ທີ່​ກຽດຊັງ​ພູເຂົາ​ຊີໂອນ ພ່າຍແພ້​ແລະ​ຖືກ​ຂັບໄລ່​ຄືນ​ໄປ​ເຖີດ.


ແລ້ວ​ພວກເຂົາ​ກໍ​ເຫັນ​ພ້ອມ​ຕາມ​ແຜນການ ໂດຍ​ເຕົ້າໂຮມ​ກັນ​ເປັນ​ພັນທະມິດ​ຕໍ່ສູ້​ພຣະອົງ.


ແຕ່​ຈັກກະພັດ​ອັດຊີເຣຍ​ມີ​ແຜນການ​ອັນ​ຮ້າຍກາດ​ໃນ​ໃຈ​ຂອງຕົນເອງ. ເພິ່ນ​ຕັ້ງໃຈ​ຈະ​ທຳລາຍ​ຫລາຍໆ​ຊົນຊາດ.


ຊົນຊາດ​ຕ່າງໆ​ທີ່​ມີ​ອຳນາດ​ພາກັນ​ອົນລະຫົນ​ວຸ້ນວາຍ ຄ້າຍ​ສຽງ​ອຶກກະທຶກ​ຂອງ​ທ້ອງ​ທະເລ ຄ້າຍ​ສຽງ​ຄື້ນ​ອັນ​ໃຫຍ່ໂຕ​ມາ​ກະທົບກັນ.


ແລ້ວ​ກອງທັບ​ທັງໝົດ​ຂອງ​ຊົນຊາດ​ຕ່າງໆ ທີ່​ກຳລັງ​ໂຈມຕີ​ນະຄອນ​ແຫ່ງ​ແທ່ນບູຊາ​ຂອງ​ພຣະເຈົ້າ ພ້ອມ​ທັງ​ອາວຸດ​ຍຸດທະພັນ​ທຸກຢ່າງ​ຂອງ​ພວກເຂົາ ກໍ​ຈະ​ສູນຫາຍ​ໄປ​ດັ່ງ​ຄວາມຝັນ ດັ່ງ​ພາບ​ທີ່​ຄົນ​ຄິດຂຶ້ນ​ຫາຍໄປ​ໃນ​ຕອນ​ກາງຄືນ.


ດັ່ງນັ້ນ ເຈົ້າ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຈຶ່ງ​ໄດ້​ຍົກທັບ​ຂອງຕົນ ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ໃນ​ເດືອນ​ທີ​ສິບ ແຫ່ງ​ຣາຊການ​ປີ​ທີ​ເກົ້າ​ຂອງ​ເຈົ້າ​ເຊເດກີຢາ. ເພິ່ນ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ນອກ​ເມືອງ ພ້ອມ​ທັງ​ໄດ້​ສ້າງ​ຂຸມ​ກຳບັງ​ອ້ອມ​ເມືອງ


ບັດນີ້​ແມ່ນ​ສິ່ງ​ນີ້​ແຫຼະ ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ: ນະຄອນ​ຕີເຣ​ເອີຍ ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ. ເຮົາ​ຈະ​ນຳ​ຊົນຊາດ​ທັງຫລາຍ​ມາ​ໂຈມຕີ​ເຈົ້າ ແລະ​ພວກເຂົາ​ຈະ​ມາ​ເໝືອນ​ຄື້ນ​ທະເລ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຈົ້າ​ແມ່ນ​ຜູ້​ທີ່​ເຮົາ​ໄດ້​ກ່າວ​ເຖິງ​ແຕ່​ດົນນານ​ມາ​ແລ້ວ ເມື່ອ​ເຮົາ​ໄດ້​ປະກາດ​ຜ່ານ​ທາງ​ບັນດາ​ຜູ້ຮັບໃຊ້​ຂອງເຮົາ ຄື​ຜູ້ທຳນວາຍ​ຂອງ​ອິດສະຣາເອນ ວ່າ​ໃນ​ມື້​ທີ່​ຈະ​ມາ​ເຖິງ​ນັ້ນ ເຮົາ​ຈະ​ນຳ​ຜູ້ໃດ​ຜູ້ໜຶ່ງ​ມາ​ໂຈມຕີ​ຊາດ​ອິດສະຣາເອນ.”


ພວກເຈົ້າ​ບໍ່ຄວນ​ສົມນໍ້າໜ້າ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນເອງ ຄື​ຊາວ​ຢູດາ​ທັງໝົດ​ທີ່​ໄດ້​ຮັບ​ເຄາະກຳ​ນັ້ນ. ພວກເຈົ້າ​ບໍ່ຄວນ​ຊົມຊື່ນ​ໃນ​ມື້​ທີ່​ພວກເຂົາ​ຫຼົ້ມຈົມ ພວກເຈົ້າ​ບໍ່ຄວນ​ຫຍໍ້ຫຍັນ​ເມື່ອ​ພວກເຂົາ​ຖືກ​ລຳບາກ.


ແລ້ວ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ກໍ​ຈະ​ເຫັນ​ສິ່ງນີ້ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ຄື​ເຫຼົ່າ​ສັດຕູ​ຜູ້​ດຽວກັນ​ທີ່​ເວົ້າ​ທັບຖົມ​ພວກເຮົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ​ຢູ່​ໃສ?” ພວກເຮົາ​ຈະ​ເຫັນ​ພວກເຂົາ​ພ່າຍແພ້​ຖືກ​ຢຽບຢໍ່າ​ລົງ ເໝືອນ​ດັ່ງ​ຢຽບ​ຂີ້ຕົມ​ຕາມ​ຖະໜົນ​ຫົນທາງ.


ແຕ່​ເມື່ອ​ເວລາ​ນັ້ນ​ມາເຖິງ ເຮົາ​ຈະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ດັ່ງ​ຫີນ​ໜັກ​ກ້ອນ​ໜຶ່ງ ຊົນຊາດ​ໃດ​ທີ່​ພະຍາຍາມ​ຍົກ​ຫີນ​ກ້ອນ​ນີ້​ຂຶ້ນ​ກໍ​ຈະ​ໄດ້​ຮັບ​ບາດເຈັບ. ຊົນຊາດ​ທັງໝົດ​ຢູ່​ໃນ​ໂລກນີ້ ຈະ​ໂຮມ​ກຳລັງ​ກັນ​ໂຈມຕີ​ນະຄອນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka