ມີກາ 4:10 - ພຣະຄຳພີສັກສິ10 ປະຊາຊົນເຢຣູຊາເລັມເອີຍ ຈົ່ງບິດຕົວຮ້ອງຄວນຄາງ ດັ່ງຍິງທີ່ກຳລັງອອກລູກສາ ເພາະວ່າບັດນີ້ພວກເຈົ້າຈະຕ້ອງໜີຈາກເມືອງນີ້ໄປອາໄສຢູ່ໃນທົ່ງນາ. ພວກເຈົ້າຈະຕ້ອງໄປທີ່ນະຄອນບາບີໂລນ, ແຕ່ຢູ່ໃນທີ່ນັ້ນ ພຣະເຈົ້າຢາເວຈະຊົງໄຖ່ພວກເຈົ້າໃຫ້ພົ້ນຈາກກຳມືຂອງພວກສັດຕູຂອງເຈົ້າ. Uka jalj uñjjattʼäta |
“ນີ້ແມ່ນຄຳສັ່ງຂອງກະສັດໄຊຣັດແຫ່ງເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນໄດ້ມອບອານາຈັກທັງໝົດທົ່ວທັງແຜ່ນດິນໂລກໃຫ້ຂ້າພະເຈົ້າ ແລະໄດ້ສັ່ງໃຫ້ຂ້າພະເຈົ້າຮັບຜິດຊອບໃນການສ້າງວິຫານຂອງພຣະອົງທີ່ນະຄອນເຢຣູຊາເລັມຂຶ້ນໃໝ່. ບັດນີ້ ພວກທ່ານທັງໝົດທີ່ເປັນປະຊາຊົນຂອງພຣະອົງເອີຍ ຈົ່ງໄປທີ່ນັ້ນ ແລະຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານສະຖິດຢູ່ກັບພວກທ່ານເທີ້ນ.”
ເຮົາເອງໄດ້ປຸກປັ່ນໄຊຣັດໃຫ້ດຳເນີນການ ເພື່ອສຳເລັດເປົ້າໝາຍ ແລະຈັດໃຫ້ຖືກຕ້ອງ. ເຮົາຈະເຮັດທາງທຸກເສັ້ນທີ່ລາວເດີນໄປໃຫ້ຊື່ ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ຄືເມືອງຂອງເຮົາ ແລະຈະປ່ອຍຄົນຂອງເຮົາທີ່ຖືກຈັບໃຫ້ເປັນເສລີ ບໍ່ມີຜູ້ໃດຈ້າງໃຫ້ເຮັດ ຫລືຈອບອອຍລາວດ້ວຍ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ກ່າວເລື່ອງທັງໝົດເຫຼົ່ານີ້ໄວ້.