ມີກາ 4:1 - ພຣະຄຳພີສັກສິ1 ໃນຍຸກຈະມາເຖິງພູໜ່ວຍທີ່ວິຫານຂອງພຣະເຈົ້າຢາເວຕັ້ງຢູ່ອາໄສ ຈະສູງກວ່າພູໜ່ວຍໃດໆ ທີ່ຕັ້ງຢູ່ທີ່ນັ້ນ. ພູໜ່ວຍນັ້ນ ຈະຢູ່ສູງກວ່າບັນດາພູເຂົາທັງປວງ ຫລາຍໆຊົນຊາດຈະຫລັ່ງໄຫລມາສູ່ພູໜ່ວຍນີ້. Uka jalj uñjjattʼäta |
ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ.
“ເມື່ອເຈົ້າເຮເຊກີຢາເປັນກະສັດແຫ່ງຢູດາຍນັ້ນ ຜູ້ທຳນວາຍມີກາແຫ່ງໂມເຣເຊັດໄດ້ບອກປະຊາຊົນທຸກຄົນວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້: ‘ພູເຂົາຊີໂອນເອີຍ ເຈົ້າຈະຖືກໄຖດັ່ງໄຖນາ ນະຄອນເຢຣູຊາເລັມຈະເປັນກອງສິ່ງເພພັງຮົກຮ້າງ ສ່ວນເທິງເນີນພູບ່ອນທີ່ຕັ້ງວິຫານ ກໍຈະກາຍເປັນປ່າດົງພົງໄພຈົນສິ້ນ.’
ຂົງເຂດທັງໝົດ ແຕ່ເກບາທາງທິດເໜືອຫາຣິມໂມນທາງທິດໃຕ້ ຈະເປັນບ່ອນຮາບພຽງ. ນະຄອນເຢຣູຊາເລັມຈະສູງເດັ່ນໃນດິນແດນທີ່ອ້ອມຮອບນັ້ນ; ນະຄອນນີ້ຈະມີອານາເຂດຢຽດອອກໄປ ແຕ່ປະຕູເບັນຢາມິນຈົນຮອດປະຕູແຈ ບ່ອນທີ່ປະຕູເມືອງແຕ່ກ່ອນຕັ້ງຢູ່ ແລະຈາກຫໍຄອຍຮານາເນນ ເຖິງບ່ອນບີບເຫຼົ້າອະງຸ່ນຂອງກະສັດ.
ນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດທົ່ວໂລກ ຈາກທິດຕາເວັນອອກເຖິງທິດຕາເວັນຕົກ. ໃນທຸກທີ່ທຸກບ່ອນມີຄົນເຜົາເຄື່ອງຫອມຖວາຍແກ່ນາມຊື່ຂອງເຮົາ ແລະໄດ້ນຳເຄື່ອງບູຊາທີ່ບໍຣິສຸດມາຖວາຍແກ່ນາມຊື່ຂອງເຮົາ. ເພາະນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. (