Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 3:8 - ພຣະຄຳພີສັກສິ

8 ແຕ່​ສຳລັບ​ຂ້າພະເຈົ້າ​ແລ້ວ ພຣະເຈົ້າຢາເວ​ໃຫ້​ຂ້າພະເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານ ຕະຫລອດ​ທັງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ພຣະອົງ​ໃຫ້​ຂ້າພະເຈົ້າ​ມີ​ຄວາມ​ເຂົ້າໃຈ​ໃນ​ຄວາມ​ຍຸດຕິທຳ ແລະ​ມີ​ຄວາມ​ກ້າຫານ​ເພື່ອ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ແມ່ນ​ຫຍັງ​ຄື​ການບາບ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ມີກາ 3:8
28 Jak'a apnaqawi uñst'ayäwi  

ຂ້ອຍ​ອົດທົນ​ໄວ້​ໄດ້​ຍາກ ເພາະ​ຢາກ​ເວົ້າ​ອອກ​ມາ ຂ້ອຍ​ກີດກັ້ນ​ຖ້ອຍຄຳ​ທີ່​ຈະ​ເວົ້າ​ນັ້ນ​ບໍ່ໄດ້.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຮ້ອງ​ດັງໆ​ຈົນ​ສຸດ​ສຽງ​ເຖີດ ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ກ່ຽວກັບ​ການບາບ​ຂອງ​ພວກເຂົາ


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສະຖິດ​ກັບ​ເຮົາ. ເພາະ​ພຣະເຈົ້າຢາເວ​ໄດ້​ຫົດສົງ​ແຕ່ງຕັ້ງ​ເຮົາ​ໄວ້ ເພື່ອ​ນຳ​ເອົາ​ຂ່າວ​ປະເສີດ​ໄປ​ສູ່​ຜູ້​ຍາກຈົນ ເພື່ອ​ປິ່ນປົວ​ຄົນ​ລະທົມ​ໃຈ​ແລະ​ຊອກຊໍ້າ ເພື່ອ​ປະກາດ​ການ​ປົດປ່ອຍ​ແກ່​ຊະເລີຍເສິກ ແລະ​ເສລີພາບ​ແກ່​ຜູ້​ທີ່​ຖືກ​ຂັງ​ຄຸກ.


ພຣະອົງ​ໃຊ້​ເຮົາ​ໄປ​ປະກາດ​ວ່າ​ເວລາ​ໄດ້​ມາເຖິງ ເມື່ອ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ ແລະ​ເພື່ອ​ເອົາ​ຊະນະ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ພຣະອົງ​ໄດ້​ໃຊ້​ເຮົາ​ໄປ​ອອຍໃຈ​ຜູ້​ເສົ້າໂສກ


ຈົ່ງ​ຟັງ​ເຖີດ ເຢເຣມີຢາ​ເອີຍ ທຸກຄົນ​ໃນ​ດິນແດນ​ນີ້ ຄື​ບັນດາ​ກະສັດ​ແຫ່ງ​ຢູດາຍ, ພວກ​ຂ້າຣາຊການ, ພວກ​ປະໂຣຫິດ ແລະ​ປະຊາຊົນ​ທົ່ວໄປ, ຈະ​ຕໍ່ສູ້​ເຈົ້າ. ແຕ່​ວັນ​ນີ້​ເຮົາ​ໃຫ້​ກຳລັງ​ແກ່​ເຈົ້າ ເພື່ອ​ເຈົ້າ​ຈະ​ຕ້ານທານ​ພວກເຂົາ​ໄດ້; ເຈົ້າ​ຈະ​ເປັນ​ດັ່ງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ, ມີ​ເສົາ​ເປັນ​ເຫຼັກ ແລະ​ມີ​ກຳແພງ​ເປັນ​ທອງສຳຣິດ. ພວກເຂົາ​ຈະ​ເອົາ​ຊະນະ​ເຈົ້າ​ບໍ່ໄດ້ ເພາະ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ແຕ່​ເມື່ອ​ຂ້ານ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລືມໄລ​ພຣະອົງ ທັງ​ຈະ​ບໍ່​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະອົງ​ຕໍ່ໄປ​ອີກ.” ແລ້ວ​ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ຮ້ອນຮົນ​ຢູ່​ພາຍໃນ ດັ່ງ​ໄຟ​ລຸກໄໝ້​ເຜົາຜານ​ໃນ​ຈິດໃຈ​ຂ້ານ້ອຍ​ຢູ່. ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ລະງັບ​ມັນ​ໃຫ້​ໄດ້​ຜົນ ແຕ່​ກໍ​ທົນ​ລະງັບ​ມັນ​ຕໍ່ໄປ​ບໍ່ໄດ້.


ຂ້າແດ່​ພຣະເຈົ້າຢາເວ ຄວາມ​ໂກດຮ້າຍ​ທີ່​ພຣະອົງ​ມີ​ຕໍ່​ພວກເຂົາ​ນັ້ນ ກໍ​ລຸກໄໝ້​ຢູ່​ໃນ​ຂ້ານ້ອຍ​ຄືກັນ ແລະ​ຂ້ານ້ອຍ​ກໍ​ທົນ​ຕໍ່ໄປ​ບໍ່ໄດ້​ແລ້ວ.” ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ລະບາຍ​ຄວາມ​ໂກດຮ້າຍ​ຂອງເຮົາ​ອອກ​ໃສ່​ເດັກນ້ອຍ​ທີ່​ທ້ອງ​ຖະໜົນ ແລະ​ໃນ​ທີ່​ປະຊຸມ​ຕ່າງໆ​ຂອງ​ພວກ​ຊາວ​ໜຸ່ມ. ຜົວ​ແລະ​ເມຍ​ຈະ​ຖືກ​ຈັບ​ໄປ ແລະ​ແມ່ນແຕ່​ຄົນ​ຊະຣາ​ກໍ​ຈະ​ບໍ່ໄດ້​ຖືກ​ຍົກເວັ້ນ.


ຜູ້ທຳນວາຍ​ຂອງ​ພວກເຈົ້າ​ບໍ່ມີ​ຫຍັງ​ກ່າວ​ຈາ ນອກຈາກ​ກ່າວ​ຄຳ​ຫລອກລວງ​ເທົ່ານັ້ນ; ພວກເຂົາ​ເທດສະໜາ​ຫລອກລວງ​ບອກ​ວ່າ, ການບາບ​ເຈົ້າ​ບໍ່ມີ ພວກເຂົາ​ໃຫ້​ເຈົ້າ​ຄິດວ່າ​ບໍ່​ຈຳເປັນ​ຕ້ອງ​ກັບໃຈໃໝ່.


“ມະນຸດ​ເອີຍ ຈົ່ງ​ຊີ້​ໃຫ້​ນະຄອນ​ເຢຣູຊາເລັມ​ເຫັນ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ນາງ​ໄດ້​ເຮັດ.


ມະນຸດ​ເອີຍ ເຈົ້າ​ພ້ອມ​ແລ້ວ​ຫລື ທີ່​ຈະ​ຕັດສິນ​ລົງໂທດ​ພວກເຂົາ? ຖ້າດັ່ງນັ້ນ ລົງໂທດ​ພວກເຂົາ​ສາ. ຈົ່ງ​ເຕືອນ​ພວກເຂົາ​ໃຫ້​ລະນຶກເຖິງ ສິ່ງ​ອັນ​ໜ້າກຽດຊັງ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ.


“ມະນຸດ​ເອີຍ ເຈົ້າ​ຕຽມພ້ອມ​ແລ້ວ​ບໍ​ທີ່​ຈະ​ຕັດສິນ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຄາດຕະກຳ? ຈົ່ງ​ບອກ​ໃຫ້​ເມືອງ​ນີ້​ຟັງ​ຢ່າງ​ແຈ່ມແຈ້ງ​ເຖິງ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ນາງ​ໄດ້​ເຮັດ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ເຈົ້າ​ພ້ອມ​ທີ່​ຈະ​ຕັດສິນ​ໂອໂຮລາ ແລະ​ໂອໂຮລີບາ​ແລ້ວ​ຫລື? ຈົ່ງ​ກ່າວໂທດ​ພວກເຂົາ​ຍ້ອນ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.


ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ສູ່​ຂ້າພະເຈົ້າ​ເຕັມ​ກຳລັງ ແລະ​ຂະນະທີ່​ພຣະວິນຍານ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ​ນັ້ນ ຂ້າພະເຈົ້າ​ກໍ​ຮູ້ສຶກ​ວ່າ​ຂົມຂື່ນ ແລະ​ຄຽດແຄ້ນ​ຫລາຍ.


“ມະນຸດ​ເອີຍ ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ຮູ້​ເຖິງ​ເລື່ອງ​ພຣະວິຫານ ແລະ​ໃຫ້​ພວກເຂົາ​ສຶກສາ​ແຜນຜັງ​ຂອງ​ພຣະວິຫານ​ນັ້ນ. ໃຫ້​ພວກເຂົາ​ລະອາຍ​ໃຈ​ໃນ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ.


ພຣະອົງ​ບໍ່ໄດ້​ເປັນ​ເໝືອນ​ດັ່ງ​ພວກ​ທຳມະຈານ, ແຕ່​ພຣະອົງ​ໄດ້​ສັ່ງສອນ​ດ້ວຍ​ຣິດອຳນາດ.


ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງຕົນ ລູກຊາຍ​ຂອງ​ເຊເບດາຍ (ພຣະເຢຊູເຈົ້າ​ຕັ້ງ​ຊື່​ໃຫ້​ວ່າ ໂບອະເນເຄ ຊຶ່ງ​ມີ​ຄວາມໝາຍ​ວ່າ “ລູກ​ຟ້າຮ້ອງ” ຫລື​ຄົນ​ໃຈ​ຮຸນແຮງ),


ຄຳສັ່ງສອນ ແລະ​ຄຳ​ເທດສະໜາ​ຂອງເຮົາ ກໍ​ບໍ່ແມ່ນ​ຄຳ​ສະຫລຽວ​ສະຫລາດ ອັນ​ກ້ຽວກ່ອມ​ໃຈ​ດ້ວຍ​ປັນຍາ​ຂອງ​ມະນຸດ, ແຕ່​ແມ່ນ​ຄຳ​ຊຶ່ງ​ໄດ້​ສຳແດງ​ພຣະວິນຍານ ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka