Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 3:7 - ພຣະຄຳພີສັກສິ

7 ຜູ້ໃດ​ທີ່​ກ່າວ​ລ່ວງໜ້າ​ເຖິງ​ອະນາຄົດ ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ເພາະ​ຄວາມ​ຫລົ້ມເຫລວ​ຂອງຕົນ. ທຸກຄົນ​ໃນ​ພວກເຂົາ​ຈະ​ເສຍກຽດ ເພາະ​ພຣະເຈົ້າ​ບໍ່​ຕອບ​ພວກເຂົາ.”

Uka jalj uñjjattʼäta Copia luraña




ມີກາ 3:7
19 Jak'a apnaqawi uñst'ayäwi  

ພວກ​ຂ້ານ້ອຍ​ບໍ່ເຫັນ​ໝາຍສຳຄັນ​ທັງຫຼາຍ​ຕໍ່ໄປ ບໍ່ມີ​ຜູ້ທຳນວາຍ​ຈັກ​ຄົນ​ທີ່​ຫລົງເຫລືອ​ຢູ່​ໃນ​ທ່າມກາງ​ພວກ​ຂ້ານ້ອຍ ແລະ​ບໍ່ມີ​ໃຜ​ຮູ້​ວ່າ​ຍັງ​ດົນ​ປານໃດ.


ບັນດາ​ໝໍມົນ​ຂອງ​ຊາວ​ເອຢິບ​ບໍ່​ສາມາດ​ມາ​ປາກົດ​ຕົວ​ແຂ່ງ​ກັບ​ໂມເຊ​ໄດ້ ເພາະ​ເຂົາ​ເອງ​ກໍ​ເປັນ​ຕຸ່ມຝີ​ຄື​ກັນ​ກັບ​ຊາວ​ເອຢິບ​ຄົນອື່ນໆ.


ເຮົາ​ໄດ້​ເຮັດ​ໃຫ້​ພວກ​ໝໍດູ​ໝໍມໍ​ໂງ່ຈ້າ​ໝົດ ເຮັດ​ໃຫ້​ຜູ້​ເບິ່ງເລີກ​ເບິ່ງຍາມ​ເຫລືອອົກ​ເຫລືອໃຈ​ດ້ວຍ. ເຮົາ​ຂັດແຍ້ງ ໂຕ້ຕອບ​ຄຳເວົ້າ​ຄົມ​ຂອງ​ຄົນມີ​ປັນຍາ ແລະ​ຊີ້​ໃຫ້​ເຫັນ​ວ່າ​ປັນຍາ​ຂອງ​ພວກເຂົາ​ນັ້ນ​ໂງ່ຈ້າ.


ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


ຢ່າ​ໃຫ້​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າ​ສະອຶກ​ສະອື້ນ. ຢ່າ​ໄວ້ທຸກ​ໂດຍ​ໄປມາ​ບໍ່ມີ​ຜ້າປົກ​ຫົວ ຫລື​ຍ່າງ​ຕີນ​ເປົ່າ. ຢ່າ​ປົກ​ໜ້າ ຫລື​ກິນ​ອາຫານ​ທີ່​ຄົນ​ໄວ້ທຸກ​ກິນ.”


ແລ້ວ​ພວກເຈົ້າ​ກໍ​ຈະ​ເຮັດ​ຕາມ​ທີ່​ຂ້ອຍ​ໄດ້​ເຮັດ. ພວກເຈົ້າ​ຈະ​ບໍ່​ປົກ​ໜ້າ ຫລື​ບໍ່​ກິນ​ຂອງ​ທີ່​ຄົນ​ໄວ້ທຸກ​ກິນ.


ບຸກຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ຂີ້ທູດ ຕ້ອງ​ໃສ່​ເຄື່ອງນຸ່ງ​ຂາດ, ປ່ອຍ​ຜົມ​ໃຫ້​ຫຍຸ້ງ, ອັດ​ຮີມ​ສົບ​ດ້ານ​ເທິງ​ໄວ້ ແລະ​ຮ້ອງ​ໄປ​ວ່າ, “ເປັນ​ມົນທິນ! ເປັນ​ມົນທິນ!”


ເວລາ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຮົາ​ຈະ​ໃຫ້​ການອຶດຢາກ​ເກີດຂຶ້ນ​ໃນ​ແຜ່ນດິນ. ປະຊາຊົນ​ຈະ​ຫິວເຂົ້າ​ແຕ່​ບໍ່ແມ່ນ​ຫິວ​ເຂົ້າຈີ່; ພວກເຂົາ​ຈະ​ຄໍ​ແຫ້ງ​ແຕ່​ບໍ່ແມ່ນ​ກະຫາຍ​ນໍ້າ; ພວກເຂົາ​ຈະ​ຫິວກະຫາຍ​ຖ້ອຍຄຳ​ທັງຫຼາຍ​ຂອງ​ພຣະເຈົ້າຢາເວ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ເວລາ​ມາ​ເຖິງ ພວກເຈົ້າ​ຈະ​ຮ້ອງ​ຫາ​ພຣະເຈົ້າຢາເວ; ແຕ່​ພຣະອົງ​ຈະ​ບໍ່​ຕອບ​ພວກເຈົ້າ. ພຣະອົງ​ຈະ​ບໍ່​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ກໍ​ເພາະ​ພວກເຈົ້າ​ໄດ້​ປະພຶດ​ຊົ່ວ.


ແລ້ວ​ຊົນຊາດ​ທັງຫລາຍ​ກໍ​ຈະ​ເຫັນ​ເຫດການ​ນີ້ ແລະ​ຈະ​ອັບອາຍ​ຂາຍໜ້າ ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ມີ​ກຳລັງ​ອັນ​ຫລວງຫລາຍ​ກໍຕາມ ດ້ວຍ​ການ​ຕົກ​ຕະລຶງ ພວກເຂົາ​ຈະ​ງັບ​ປາກ​ແລະ​ອັດ​ຫູ​ໄວ້.


ເມື່ອ​ເວລາ​ມາ​ເຖິງ ຈະ​ບໍ່ມີ​ຜູ້ທຳນວາຍ​ຄົນໃດ​ອວດອ້າງ​ຈອງຫອງ​ວ່າ ຕົນ​ໄດ້​ເຫັນ​ນິມິດ ຫລື​ສະແດງ​ຕົນ​ເປັນ​ຜູ້ທຳນວາຍ ຫລື​ນຸ່ງ​ເສື້ອຄຸມ​ຂອງ​ຜູ້ທຳນວາຍ​ຫາ​ຫລອກລວງ​ປະຊາຊົນ.


ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ຖາມ​ພຣະເຈົ້າ​ວ່າ, “ພຣະອົງ​ຈະ​ໃຫ້​ພວກ​ຂ້ານ້ອຍ​ໄປ​ສູ້ຮົບ​ພວກ​ຟີລິດສະຕິນ​ຫລື​ບໍ່? ພຣະອົງ​ຈະ​ໃຫ້​ພວກ​ຂ້ານ້ອຍ​ຮົບ​ຊະນະ​ພວກເຂົາ​ຫລື​ບໍ່?” ແຕ່​ໃນ​ມື້​ນັ້ນ ພຣະອົງ​ບໍ່ໄດ້​ຕອບ​ເພິ່ນ.


ຊາມູເອນ​ກ່າວ​ຕໍ່​ກະສັດ​ໂຊນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ລົບກວນ​ຂ້ອຍ? ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ກັບມາ?” ກະສັດ​ໂຊນ​ຕອບ​ວ່າ, “ຂ້ານ້ອຍ​ມີ​ບັນຫາ​ໜັກ ພວກ​ຟີລິດສະຕິນ​ເຮັດ​ເສິກ​ຕໍ່ສູ້​ຂ້ານ້ອຍ ແລະ​ພຣະເຈົ້າ​ໄດ້​ປະຖິ້ມ​ຂ້ານ້ອຍ. ພຣະອົງ​ບໍ່​ຕອບ​ຂ້ານ້ອຍ​ເລີຍ ບໍ່​ວ່າ​ທາງ​ຜູ້ທຳນວາຍ ຫລື​ທາງ​ຄວາມຝັນ. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ເອີ້ນ​ທ່ານ​ມາ ເພື່ອ​ຢາກ​ຮູ້​ວ່າ​ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ?”


ສະນັ້ນ ເພິ່ນ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ, ແຕ່​ພຣະເຈົ້າຢາເວ​ບໍ່​ຕອບ​ເພິ່ນ​ຢ່າງໃດ​ໝົດ ບໍ່​ວ່າ​ທາງ​ຄວາມຝັນ ຫລື​ທາງ​ອຸຣິມ​ແລະ​ທຸມມິມ ຫລື​ທາງ​ຜູ້ທຳນວາຍ.


ໂຊນ​ຈຶ່ງ​ເວົ້າ​ວ່າ, “ເປັນ​ຄວາມ​ຄິດ​ທີ່​ດີ ໃຫ້​ພວກເຮົາ​ພາກັນ​ໄປ​ເທາະ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ບ່ອນ​ທີ່​ຄົນ​ຂອງ​ພຣະເຈົ້າ​ຢູ່. ໃນ​ຂະນະທີ່​ຍ່າງ​ຂຶ້ນ​ເນີນພູ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ ພວກເຂົາ​ໄດ້​ພົບ​ຍິງສາວ​ບາງຄົນ​ທີ່​ອອກ​ມາ​ຕັກ​ນໍ້າ ຈຶ່ງ​ສອບ​ຖາມ​ຍິງສາວ​ນັ້ນ​ວ່າ, “ໝໍ​ດູ​ຢູ່​ເມືອງ​ນີ້​ບໍ?” (ໃນ​ເວລາ​ນັ້ນ​ຄົນ​ເອີ້ນ​ຜູ້ທຳນວາຍ​ວ່າ ໝໍ​ດູ; ດັ່ງນັ້ນ ຖ້າ​ມີ​ຄົນ​ໃດ​ຢາກ​ຖາມ​ພຣະເຈົ້າ ເຂົາ​ຕ້ອງ​ເວົ້າ​ວ່າ, “ພວກເຮົາ​ໄປ​ຫາ​ໝໍ​ດູ​ກັນ​ເທາະ.”)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka