Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 3:6 - ພຣະຄຳພີສັກສິ

6 ເພາະສະນັ້ນ ພວກ​ຜູ້ທຳນວາຍ​ເອີຍ ມື້​ຂອງ​ພວກເຈົ້າ​ນັ້ນ​ເກືອບ​ຈະ​ໝົດໄປ​ແລ້ວ ຕາເວັນ​ກຳລັງ​ຕົກລົງ​ເທິງ​ພວກເຈົ້າ. ເພາະ​ພວກເຈົ້າ​ໄດ້​ນຳ​ປະຊາຊົນ​ຂອງເຮົາ​ໄປ​ໃນ​ທາງ​ຜິດ ພວກເຈົ້າ​ຈະ​ບໍ່ມີ​ນິມິດ​ໃນ​ການ​ທຳນວາຍ​ອີກ​ຕໍ່ໄປ ແລະ​ພວກເຈົ້າ​ຈະ​ກ່າວ​ຫຍັງ​ລ່ວງໜ້າ​ບໍ່ໄດ້​ອີກ.

Uka jalj uñjjattʼäta Copia luraña




ມີກາ 3:6
14 Jak'a apnaqawi uñst'ayäwi  

ພວກ​ຂ້ານ້ອຍ​ບໍ່ເຫັນ​ໝາຍສຳຄັນ​ທັງຫຼາຍ​ຕໍ່ໄປ ບໍ່ມີ​ຜູ້ທຳນວາຍ​ຈັກ​ຄົນ​ທີ່​ຫລົງເຫລືອ​ຢູ່​ໃນ​ທ່າມກາງ​ພວກ​ຂ້ານ້ອຍ ແລະ​ບໍ່ມີ​ໃຜ​ຮູ້​ວ່າ​ຍັງ​ດົນ​ປານໃດ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ງ້ວງນອນ ພ້ອມ​ທີ່​ຈະ​ລົ້ມລົງ​ນອນ​ຢ່າງ​ຫລັບ​ສະໜິດ. ພວກ​ຜູ້ທຳນວາຍ​ຄວນ​ຈະ​ເປັນ​ສາຍຕາ​ໃຫ້​ແກ່​ປະຊາຊົນ ແຕ່​ພຣະເຈົ້າ​ໄດ້​ອັດຕາ​ຂອງ​ພວກເຂົາ​ໄວ້​ສາ​ແລ້ວ.


ແລະ​ພວກເຮົາ​ກໍ​ງົມໆ​ທາວໆ​ໄປ​ເໝືອນ​ຄົນ​ຕາບອດ. ພວກເຮົາ​ລົ້ມລົງ​ໃນ​ຕອນທ່ຽງ ຄື​ກັບ​ວ່າ​ເດີນ​ໄປ​ໃນ​ຕອນ​ກາງຄືນ ຄື​ກັບ​ວ່າ​ພວກເຮົາ​ຢູ່​ໃນ​ທີ່​ມືດ​ຂອງ​ແດນ​ມໍຣະນາ.


ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກ່ອນ​ທີ່​ພຣະອົງ​ນຳ​ຄວາມ​ມືດໜາ​ມາ​ໃຫ້ ຕາມ​ເທິງ​ໜ່ວຍ​ພູເຂົາ​ນັ້ນ​ພວກເຈົ້າ​ຕ່າງ​ກໍ​ຊູນ​ສະດຸດ ກ່ອນ​ແຈ້ງ​ທີ່​ພວກເຈົ້າ​ຫວັງ​ກາຍເປັນ​ມືດ.


ແມ່​ທີ່​ເສຍ​ລູກ​ເຈັດ​ຄົນ ກໍ​ສະຫລົບ​ລົ້ມ​ຫາຍໃຈ​ປາ ສຳລັບ​ນາງ ແສງ​ກາງເວັນ​ກໍ​ປ່ຽນ​ເປັນ​ມືດ​ສາ​ແລ້ວ; ນາງ​ຖືກ​ອັບອາຍ​ຂາຍໜ້າ ແລະ​ຂົມຂື່ນ​ຈິດໃຈ ເຮົາ​ຈະ​ປ່ອຍ​ໃຫ້​ສັດຕູ​ຂ້າ​ພວກເຈົ້າ​ຜູ້​ຍັງ​ມີ​ຊີວິດ​ຢູ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


ເຮົາ​ໃກ້​ຈະ​ລົງໂທດ​ພວກເຈົ້າ ຄື​ພວກ​ຜູ້ທຳນວາຍ​ທີ່​ມີ​ນິມິດ​ຈອມປອມ ແລະ​ເວົ້າ​ຄຳທຳນວາຍ​ທີ່​ນຳ​ໄປ​ສູ່​ທາງ​ຜິດ. ພວກເຈົ້າ​ຈະ​ບໍ່ໄດ້​ຢູ່​ໃນ​ທີ່ນັ້ນ ເມື່ອ​ປະຊາຊົນ​ຂອງເຮົາ​ມາ​ປະຊຸມກັນ; ຊື່​ພວກເຈົ້າ​ຈະ​ບໍ່ໄດ້​ລວມເຂົ້າ ໃນ​ບັນຊີ​ລາຍຊື່​ຂອງ​ພົນລະເມືອງ​ຂອງ​ຊາດ​ອິດສະຣາເອນ; ພວກເຈົ້າ​ຈະ​ບໍ່ໄດ້​ກັບຄືນ​ເມືອ​ສູ່​ດິນແດນ​ຂອງ​ພວກເຈົ້າ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.


ໄພພິບັດ​ຈະ​ມາ​ເຖິງ​ພວກເຈົ້າ​ບໍ່​ຂາດສາຍ ແລະ​ຂ່າວ​ຮ້າຍ​ກໍ​ຈະ​ມາ​ເຖິງ​ພວກເຈົ້າ​ດັ່ງ​ສາຍນໍ້າ. ພວກເຈົ້າ​ຈະ​ຮ້ອງຂໍ​ໃຫ້​ບັນດາ​ຜູ້ທຳນວາຍ​ບອກ​ເຖິງ​ເຫດການ​ທີ່​ຈະ​ເກີດຂຶ້ນ​ລ່ວງໜ້າ​ສູ່​ພວກເຈົ້າ​ຟັງ. ບັນດາ​ປະໂຣຫິດ​ຈະ​ບໍ່ມີ​ຫຍັງ​ສັ່ງສອນ​ປະຊາຊົນ ແລະ​ບັນດາ​ເຖົ້າແກ່​ກໍ​ຈະ​ບໍ່​ໃຫ້​ຄຳແນະນຳ​ຫຍັງ.


ເວລາ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຮົາ​ຈະ​ໃຫ້​ການອຶດຢາກ​ເກີດຂຶ້ນ​ໃນ​ແຜ່ນດິນ. ປະຊາຊົນ​ຈະ​ຫິວເຂົ້າ​ແຕ່​ບໍ່ແມ່ນ​ຫິວ​ເຂົ້າຈີ່; ພວກເຂົາ​ຈະ​ຄໍ​ແຫ້ງ​ແຕ່​ບໍ່ແມ່ນ​ກະຫາຍ​ນໍ້າ; ພວກເຂົາ​ຈະ​ຫິວກະຫາຍ​ຖ້ອຍຄຳ​ທັງຫຼາຍ​ຂອງ​ພຣະເຈົ້າຢາເວ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ປະຊາຊົນ​ກ່າວ​ໃສ່​ຂ້າພະເຈົ້າ ແລະ​ເວົ້າ​ວ່າ, “ຢ່າ​ສູ່​ເທດສະໜາ​ໃຫ້​ພວກເຮົາ​ຟັງ​ເລີຍ. ຢ່າ​ສູ່​ສັ່ງສອນ​ພວກເຮົາ​ເຖິງ​ເລື່ອງ​ເຫຼົ່ານັ້ນ. ພຣະເຈົ້າ​ຈະ​ບໍ່​ເຮັດ​ໃຫ້​ພວກເຮົາ​ອັບອາຍ​ຂາຍໜ້າ​ດອກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka