ມີກາ 3:5 - ພຣະຄຳພີສັກສິ5 ພຣະເຈົ້າຢາເວກ່າວຕໍ່ບັນດາຜູ້ທຳນວາຍເຫຼົ່ານີ້ວ່າ, “ປະຊາຊົນຂອງເຮົາໄດ້ຖືກພວກຜູ້ທຳນວາຍຫລອກລວງ ຄືພວກເຂົາສັນຍາແກ່ຄົນທີ່ຈ່າຍເງິນແກ່ຕົນໃຫ້ມີສັນຕິພາບ ແຕ່ນາບຂູ່ຜູ້ທີ່ບໍ່ຈ່າຍເງິນແກ່ຕົນໃຫ້ພົບພໍ້ໄພສົງຄາມ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ຈົ່ງຮັບຟັງສິ່ງທີ່ເຮົາກ່າວ ເຮົາຕໍ່ສູ້ຜູ້ທຳນວາຍທັງຫລາຍຜູ້ທີ່ເລົ່າຄວາມຝັນຕ່າງໆຂອງຕົນ ຊຶ່ງເຕັມໄປດ້ວຍຄຳຕົວະຍົວະ. ພວກເຂົາເລົ່າຄວາມຝັນນັ້ນ ແລະນຳປະຊາຊົນຂອງເຮົາໃຫ້ຫລົງຜິດໄປ ດ້ວຍຄຳຕົວະຍົວະ ແລະຄຳໂອ້ອວດຂອງພວກເຂົາ. ເຮົາບໍ່ໄດ້ໃຊ້ ຫລືສັ່ງພວກເຂົາໄປ ແລະພວກເຂົາກໍບໍ່ໄດ້ຊ່ວຍເຫລືອປະຊາຊົນຫຍັງເລີຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເຮົາໃກ້ຈະລົງໂທດພວກເຈົ້າ ຄືພວກຜູ້ທຳນວາຍທີ່ມີນິມິດຈອມປອມ ແລະເວົ້າຄຳທຳນວາຍທີ່ນຳໄປສູ່ທາງຜິດ. ພວກເຈົ້າຈະບໍ່ໄດ້ຢູ່ໃນທີ່ນັ້ນ ເມື່ອປະຊາຊົນຂອງເຮົາມາປະຊຸມກັນ; ຊື່ພວກເຈົ້າຈະບໍ່ໄດ້ລວມເຂົ້າ ໃນບັນຊີລາຍຊື່ຂອງພົນລະເມືອງຂອງຊາດອິດສະຣາເອນ; ພວກເຈົ້າຈະບໍ່ໄດ້ກັບຄືນເມືອສູ່ດິນແດນຂອງພວກເຈົ້າອີກ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”