4 ເມື່ອເວລາມາເຖິງ ພວກເຈົ້າຈະຮ້ອງຫາພຣະເຈົ້າຢາເວ; ແຕ່ພຣະອົງຈະບໍ່ຕອບພວກເຈົ້າ. ພຣະອົງຈະບໍ່ຟັງຄຳພາວັນນາອະທິຖານຂອງພວກເຈົ້າ ກໍເພາະພວກເຈົ້າໄດ້ປະພຶດຊົ່ວ.
ເມື່ອຄວາມເດືອດຮ້ອນແລ່ນມາຕຳພວກເຂົາ ພຣະເຈົ້າຈະຟັງສຽງຂອງພວກເຂົາຫລືບໍ່?
ເປັນການບໍ່ມີປະໂຫຍດທີ່ພວກເຂົາຈະຮ້ອງອອກມາ ພຣະເຈົ້າອົງຍິ່ງໃຫຍ່ບໍ່ຫລຽວແລ ແລະບໍ່ໄດ້ຍິນພວກເຂົາຊໍ້າ.
ພວກເຂົາຮ້ອງຫາຜູ້ຊ່ວຍ ແຕ່ບໍ່ມີຜູ້ໃດຊ່ວຍພວກເຂົາ ພວກເຂົາຮ້ອງຫາພຣະເຈົ້າຢາເວແຕ່ພຣະອົງບໍ່ຕອບ.
ເມື່ອນັ້ນແຫລະ ເຈົ້າຈະເອີ້ນຫາປັນຍາ, ແຕ່ເຮົາຈະບໍ່ຕອບເຈົ້າ. ເຈົ້າຈະຊອກຫາເຮົາໃນທົ່ວທຸກບ່ອນ, ແຕ່ເຈົ້າຈະບໍ່ພົບເຮົາ.
ຜູ້ໃດທີ່ບໍ່ປະຕິບັດຕາມກົດບັນຍັດ ພຣະເຈົ້າກໍຈະກຽດຊັງຄຳພາວັນນາອະທິຖານຂອງຜູ້ນັ້ນ.
ເມື່ອພວກເຈົ້າຍົກມືຂຶ້ນພາວັນນາອະທິຖານຫາເຮົາ, ເຮົາກໍຈະບໍ່ຫລຽວເບິ່ງພວກເຈົ້າ. ແມ່ນວ່າພວກເຈົ້າຈະພາວັນນາອະທິຖານຢ່າງໃດກໍຕາມ ເຮົາກໍຈະບໍ່ຟັງເພາະມືພວກເຈົ້າເປິເປື້ອນດ້ວຍເລືອດ.
ແຕ່ຄົນຊົ່ວຊ້າ ພັດໄດ້ຮັບຄວາມຫາຍຍະນະ; ສິ່ງທີ່ພວກເຂົາໄດ້ກະທຳໃຫ້ຜູ້ອື່ນນັ້ນ ບັດນີ້ ສິ່ງນັ້ນໄດ້ຕາມມາສະໜອງພວກເຂົາເອງ.
ສະນັ້ນ ເຮົາຄືພຣະເຈົ້າຢາເວຈຶ່ງເຕືອນພວກເຂົາວ່າ ເຮົາກຳລັງຈະນຳໄພພິບັດມາສູ່ພວກເຂົາ ແລະພວກເຂົາຈະຫລົບຫລີກໜີໄປບໍ່ໄດ້. ເມື່ອພວກເຂົາຮ້ອງຂໍເຮົາໃຫ້ຊ່ວຍເຫລືອ ເຮົາຈະບໍ່ຟັງສຽງຂອງພວກເຂົາ.
ຖ້າພວກເຂົາຖືສິນອົດອາຫານ ເຮົາກໍຈະບໍ່ຟັງພວກເຂົາຮ້ອງໄຫ້ຂໍຄວາມຊ່ວຍເຫລືອ; ແລະຖ້າພວກເຂົາເຜົາສັດບູຊາແລະຖວາຍອາຫານແກ່ເຮົາ ເຮົາກໍຈະບໍ່ພໍໃຈກັບພວກເຂົາ ແຕ່ເຮົາຈະຂ້າພວກເຂົາໃນສົງຄາມ ໃນການອຶດຕາຍ ແລະໃນການເຈັບໄຂ້ໄດ້ປ່ວຍ.”
ບາງຄົນຈະຕໍ່ສູ້ພວກບາບີໂລນ ຄືພວກທີ່ຈະປະຊາກສົບໄວ້ເຕັມເຮືອນທັງຫລາຍ ເປັນຊາກສົບຂອງພວກທີ່ເຮົາກຳລັງຈະທຳລາຍດ້ວຍຄວາມໂກດຮ້າຍ ແລະໂມໂຫຂອງເຮົາ. ເຮົາໄດ້ຫັນໜ້າໜີຈາກເມືອງນີ້ເພາະຄວາມຊົ່ວຊ້າ ຊຶ່ງຊາວເມືອງນີ້ໄດ້ກະທຳ.
ຄືບັນດາຜູ້ທຳນວາຍກໍເວົ້າແຕ່ຄຳບໍ່ຈິງ ພວກປະໂຣຫິດກໍປົກຄອງຕາມຄຳສັ່ງຂອງພວກຜູ້ທຳນວາຍ ແລະປະຊາຊົນຂອງເຮົາກໍບໍ່ໄດ້ຄັດຄ້ານຫຍັງເລີຍ. ແຕ່ພວກເຂົາຈະເຮັດຢ່າງໃດໃນບັ້ນປາຍ?”
ພວກເຂົາຈະໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາ. ເຮົາຈະບໍ່ໄວ້ຊີວິດ ຫລືສະແດງຄວາມເມດຕາໃດໆຕໍ່ພວກເຂົາ. ເຖິງແມ່ນພວກເຂົາຈະຮ້ອງພາວັນນາອະທິຖານຕໍ່ເຮົາ ຈົນສຸດສຽງກໍຕາມ ແຕ່ເຮົາຈະບໍ່ຟັງພວກເຂົາ.”
ຜູ້ໃດທີ່ກ່າວລ່ວງໜ້າເຖິງອະນາຄົດ ຜູ້ນັ້ນກໍຈະໄດ້ຮັບຄວາມອັບອາຍຂາຍໜ້າ ເພາະຄວາມຫລົ້ມເຫລວຂອງຕົນ. ທຸກຄົນໃນພວກເຂົາຈະເສຍກຽດ ເພາະພຣະເຈົ້າບໍ່ຕອບພວກເຂົາ.”
ແຕ່ແຜ່ນດິນໂລກຈະກາຍເປັນຖິ່ນແຫ້ງແລ້ງກັນດານ ຍ້ອນຄວາມຊົ່ວຂອງຄົນທີ່ອາໄສຢູ່ໃນທີ່ນັ້ນ.
ຍ້ອນພວກເຂົາບໍ່ເຊື່ອຟັງເມື່ອເຮົາກ່າວ, ເຮົາຈຶ່ງບໍ່ຕອບຄຳພາວັນນາອະທິຖານຂອງພວກເຂົາ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
ເມື່ອວັນພິພາກສາມາເຖິງ ຫລາຍຄົນຈະເວົ້າກັບເຮົາວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກຂ້ານ້ອຍໄດ້ປະກາດຖ້ອຍຄຳຂອງພຣະເຈົ້າໃນນາມຂອງພຣະອົງ ພວກຂ້ານ້ອຍໄດ້ຂັບໄລ່ຜີມານຮ້າຍອອກ ແລະໄດ້ເຮັດການອັດສະຈັນຫລາຍປະການໃນນາມຂອງພຣະອົງບໍ່ແມ່ນບໍ’
ເມື່ອເຈົ້າຂອງເຮືອນລຸກຂຶ້ນແລະອັດປະຕູແລ້ວ ເຈົ້າທັງຫລາຍກໍຈະຢືນຢູ່ຂ້າງນອກ ເລີ່ມເອີ້ນເພິ່ນທັງເຄາະປະຕູ ແລະວິງວອນຂໍວ່າ, ‘ພຣະອົງເຈົ້າເອີຍ ໂຜດໄຂປະຕູໃຫ້ພວກຂ້ານ້ອຍແດ່ທ້ອນ.’ ແລ້ວເພິ່ນກໍຈະຕອບເຈົ້າທັງຫລາຍວ່າ, ‘ເຮົາບໍ່ຮູ້ຈັກພວກເຈົ້າ ແລະບໍ່ຮູ້ວ່າພວກເຈົ້າມາແຕ່ໃສ!’
ພວກເຮົາຮູ້ຢູ່ວ່າ ພຣະເຈົ້າບໍ່ຊົງຟັງຄົນບາບ ແຕ່ຖ້າຜູ້ໃດຢຳເກງພຣະເຈົ້າ ແລະເຮັດໄປຕາມນໍ້າພຣະໄທຂອງພຣະອົງ ພຣະອົງກໍຊົງຟັງຜູ້ນັ້ນ.
ເພາະວ່າ ໃນການພິພາກສາ ພຣະເຈົ້າຈະບໍ່ຊົງສຳແດງຄວາມເມດຕາ ຕໍ່ຜູ້ທີ່ບໍ່ໄດ້ສະແດງຄວາມເມດຕາ ສ່ວນຄວາມເມດຕາ ຍ່ອມມີໄຊຊະນະເໜືອການພິພາກສາ.
ເມື່ອເວລາມາເຖິງ ພວກເຈົ້າຈະຈົ່ມຢ່າງຂົມຂື່ນໃນຈິດໃຈ ເພາະກະສັດທີ່ພວກເຈົ້າໄດ້ເລືອກເອົານັ້ນ, ແຕ່ພຣະເຈົ້າຢາເວຈະບໍ່ຟັງຄຳຈົ່ມໃດໆຂອງພວກເຈົ້າທັງສິ້ນ.”