3 ພວກເຈົ້າກືນກິນປະຊາຊົນຂອງເຮົາ. ພວກເຈົ້າລອກໜັງຂອງພວກເຂົາອອກຫັກກະດູກຂອງພວກເຂົາ ແລະຕັດເປັນຕ່ອນໆເໝືອນຊີ້ນຢູ່ໃນໝໍ້.
ພຣະເຈົ້າຢາເວຖາມວ່າ, “ພວກເຂົາບໍ່ມີປັນຍາຫລືນີ້? ຄົນຊົ່ວຊ້າເຫຼົ່ານີ້ໂງ່ຈ້າກັນໝົດຫລືນີ້? ພວກເຂົາມີຊີວິດຢູ່ເພື່ອປຸ້ນຈີ້ປະຊາຊົນຂອງເຮົາ ແລະບໍ່ເຄີຍພາວັນນາອະທິຖານຫາເຮົາຈັກເທື່ອ.”
ເມື່ອຄົນຊົ່ວໂຈມຕີທັງຫາທາງທີ່ຈະສັງຫານ ພວກເຂົາກໍຈະຖືກຕ້ານທານໂດຍເຕະສະດຸດລົ້ມ.
ຜູ້ທີ່ເອົາປຽບຢ່າງໂຫດຫ້ຽມຕໍ່ຄົນທຸກແລະຄົນຂັດສົນນັ້ນ ຄືວິທີໃຊ້ຊີວິດຂອງເຂົາ ຄົນຢ່າງນີ້ກໍມີ.
ພຣະເຈົ້າຢາເວກຳລັງນຳຄົນເຫຼົ່ານີ້ມາຕັດສິນ ຄືບັນດາເຖົ້າແກ່ແລະບັນດາຜູ້ນຳປະຊາຊົນຂອງພຣະອົງ. ພຣະອົງກ່າວຟ້ອງດັ່ງນີ້: “ພວກເຈົ້າໄດ້ປຸ້ນເອົາສວນອະງຸ່ນ ແລະໃນເຮືອນຂອງພວກເຈົ້າກໍເຕັມໄປດ້ວຍສິ່ງຂອງ ທີ່ພວກເຈົ້າໄດ້ຢຶດເອົາມາຈາກຄົນຍາກຈົນ.
ພວກເຈົ້າບໍ່ມີສິດທີ່ຈະຢຽບຢໍ່າປະຊາຊົນຂອງເຮົາ ແລະເອົາລັດເອົາປຽບຄົນຍາກຈົນ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
ພວກເຂົາເວົ້າວ່າ, ‘ພວກເຮົາຈະປຸກເຮືອນຂຶ້ນອີກ ໃນໄວໆນີ້. ເມືອງນີ້ເປັນດັ່ງໝໍ້ຄົວກິນແລະພວກເຮົາກໍເປັນດັ່ງຊີ້ນໃນໝໍ້.’
ຈົ່ງເອົາຊີ້ນດີທີ່ສຸດໃສ່ລົງໃນໝໍ້ຂາງ ຊີ້ນຂາໂຕ້ ຊີ້ນສັນຂາ ເລືອກກະດູກແນວດີໆດ້ວຍ.
ຈົ່ງຟັງເລື່ອງນີ້ເຖີດ ພວກທີ່ຢຽບຢໍ່າຄົນຂັດສົນແລະພະຍາຍາມທຳລາຍຄົນຍາກຈົນຢູ່ໃນປະເທດ. ພວກເຈົ້າເວົ້າກັບຕົນເອງວ່າ, “ພວກເຮົາລໍຖ້າຢາກໃຫ້ວັນເດືອນຂຶ້ນໃໝ່ເຫຼົ່ານີ້ຜ່ານພົ້ນໄປເກືອບບໍ່ໄຫວ ເພາະພວກເຮົາຢາກຂາຍເຂົ້າສາລີ.
ອົງພຣະຜູ້ເປັນເຈົ້າຕອບຄືນວ່າ, “ພວກເຈົ້າໂຈມຕີປະຊາຊົນຂອງເຮົາ ຄືກັບວ່າພວກເຂົາເປັນສັດຕູ. ພວກຜູ້ຊາຍທີ່ກັບມາແຕ່ສະໜາມຮົບ ກໍຄິດວ່າທີ່ເຮືອນຕົນປອດໄພແລ້ວ, ແຕ່ພວກເຈົ້າຊໍ້າພັດລໍຄອຍຢູ່ທີ່ນັ້ນ ເພື່ອລັກເອົາແມ່ນແຕ່ເສື້ອຊັ້ນນອກຂອງພວກເຂົາໄປ.
ບັນດາຂ້າຣາຊການໃນເມືອງນີ້ເປັນດັ່ງຝູງສິງທີ່ຮ້ອງຄຳຣາມ; ບັນດາຜູ້ຕັດສິນຄວາມກໍເປັນດັ່ງໝາປ່າທີ່ອຶດຫິວໃນຕອນກາງຄືນ ໂລພາໂພດຈົນບໍ່ຍອມປະກະດູກໃຫ້ເຖິງຕອນເຊົ້າ.