ມີກາ 3:12 - ພຣະຄຳພີສັກສິ12 ເພາະສະນັ້ນ ຍ້ອນພວກເຈົ້າ ພູເຂົາຊີໂອນຈະຖືກໄຖເໝືອນໄຖນາ ນະຄອນເຢຣູຊາເລັມຈະກາຍເປັນກອງສິ່ງຮົກຮ້າງເພພັງ ແລະເນີນພູບ່ອນທີ່ຕັ້ງພຣະວິຫານກໍຈະກາຍເປັນປ່າ. Uka jalj uñjjattʼäta |
“ເມື່ອເຈົ້າເຮເຊກີຢາເປັນກະສັດແຫ່ງຢູດາຍນັ້ນ ຜູ້ທຳນວາຍມີກາແຫ່ງໂມເຣເຊັດໄດ້ບອກປະຊາຊົນທຸກຄົນວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້: ‘ພູເຂົາຊີໂອນເອີຍ ເຈົ້າຈະຖືກໄຖດັ່ງໄຖນາ ນະຄອນເຢຣູຊາເລັມຈະເປັນກອງສິ່ງເພພັງຮົກຮ້າງ ສ່ວນເທິງເນີນພູບ່ອນທີ່ຕັ້ງວິຫານ ກໍຈະກາຍເປັນປ່າດົງພົງໄພຈົນສິ້ນ.’
ສະນັ້ນ ບັດນີ້ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງກ່າວວ່າ, ‘ເຮົາຈະນຳເອົາການທຳລາຍທັງໝົດ ທີ່ເຮົາໄດ້ສັນຍາໄວ້ນັ້ນ ມາສູ່ປະຊາຊົນຢູດາຍ ແລະຊາວນະຄອນເຢຣູຊາເລັມ. ເຮົາຈະເຮັດເຊັ່ນນີ້ເພາະພວກເຈົ້າບໍ່ໄດ້ເຊື່ອຟັງ ເມື່ອເຮົາໄດ້ກ່າວແກ່ພວກເຈົ້າ ແລະພວກເຈົ້າບໍ່ໄດ້ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ.”’