Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 3:11 - ພຣະຄຳພີສັກສິ

11 ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”

Uka jalj uñjjattʼäta Copia luraña




ມີກາ 3:11
39 Jak'a apnaqawi uñst'ayäwi  

ຜູ້ຕັດສິນ​ຂີ້ໂກງ​ຍ່ອມ​ຮັບ​ສິນບົນ ຈຶ່ງ​ໃຊ້​ໜ້າທີ່​ຂອງຕົນ​ບິດເບືອນ​ຄວາມ​ຍຸດຕິທຳ.


ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ ແລະ​ເປັນ​ເພື່ອນ​ຂອງ​ບັນດາ​ນັກປຸ້ນ; ພວກເຂົາ​ຮັບ​ເອົາ​ຂອງຂວັນ​ແລະ​ສິນຈ້າງ​ລາງວັນ​ເປັນ​ປະຈຳ. ພວກເຂົາ​ບໍ່ເຄີຍ​ເວົ້າ​ຕາງ​ເດັກ​ກຳພ້າ​ໃນ​ສານ ຫລື​ຟັງ​ຄຳ​ໃຫ້​ການ​ຂອງ​ແມ່ໝ້າຍ ເມື່ອ​ພວກເຂົາ​ມີ​ຄະດີ.


ແຕ່​ເຖິງ​ປານນັ້ນ ພວກເຈົ້າ​ກໍ​ຍັງ​ພູມໃຈ​ໃນ​ຕົວເອງ ວ່າ​ເປັນ​ໄພ່ພົນ​ແຫ່ງ​ນະຄອນ​ບໍຣິສຸດ​ຂອງ​ພຣະເຈົ້າ ວ່າ​ຕົນ​ສຸດຂາດ​ນຳ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຄື​ພຣະນາມ​ຂອງ​ພຣະອົງ.


ແຕ່​ຍ້ອນ​ສິນຈ້າງ​ລາງວັນ ພວກເຈົ້າ​ປ່ອຍ​ໃຫ້​ຄົນຜິດ​ໜີໄປ​ລ້າໆ ແລະ​ບໍ່​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຄົນ​ບໍ່ມີຄວາມຜິດ.


ພວກເຂົາ​ເປັນ​ຄື​ໝາ​ທີ່​ກິນ​ແລ້ວ​ບໍ່​ຮູ້ຈັກ​ອີ່ມ. ພວກ​ຜູ້ນຳ​ເຫຼົ່ານີ້​ບໍ່ມີ​ຄວາມ​ເຂົ້າໃຈ. ພວກເຂົາ​ແຕ່ລະຄົນ​ເຮັດ​ໄປ​ຕາມ​ໃຈ​ບັນຊາ ແລະ​ຊອກຫາ​ຜົນປະໂຫຍດ​ສ່ວນຕົວ.


ສຳລັບ​ປະຊາຊົນ​ຜູ້​ທີ່​ບໍ່​ຍອມ​ຟັງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ພວກເຂົາ​ຕ່າງ​ກໍ​ສືບຕໍ່​ບອກ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ.’ ພວກເຂົາ​ບອກ​ທຸກຄົນ​ທີ່​ດື້ດ້ານ​ວ່າ, ‘ໄພພິບັດ​ຈະ​ບໍ່​ມາ​ຖືກ​ພວກເຈົ້າ​ຈັກເທື່ອ.”’


ພວກ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ທັງໝົດ ກໍ​ໄດ້​ຍິນ​ຂ້າພະເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ


ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຕ່າງ​ກໍ​ປະຕິເສດ​ພຣະອົງ ໂດຍ​ເວົ້າ​ວ່າ, “ພຣະອົງ​ບໍ່ມີ​ຣິດອຳນາດ​ຫຍັງ​ດອກ. ພວກເຮົາ​ຈະ​ບໍ່ມີ​ຄວາມ​ຍາກ​ລຳບາກ; ພວກເຮົາ​ຈະ​ບໍ່ມີ​ເສິກ ແລະ​ຄວາມ​ອຶດຢາກ.”


ຍ້ອນ​ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ ພະຍາຍາມ​ຈະ​ຫາ​ເງິນ​ໃນ​ທາງ​ທີ່​ບໍ່​ສັດຊື່; ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ຢ່າ​ເຊື່ອ​ຄຳຫລອກລວງ​ທີ່​ວ່າ, ‘ພວກເຮົາ​ປອດໄພ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.’


ສະນັ້ນ ເຮົາ​ຈຶ່ງ​ຈະ​ມອບ​ທົ່ງນາ​ຂອງ​ພວກເຂົາ​ໃຫ້​ຄົນ​ໃໝ່​ເປັນ​ເຈົ້າຂອງ ແລະ​ມອບ​ເມຍ​ຂອງ​ພວກເຂົາ​ໃຫ້​ເປັນ​ຂອງ​ຊາຍ​ອື່ນ. ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ພະຍາຍາມ​ຫາ​ເງິນ​ໃນ​ທາງ​ບໍ່​ສັດຊື່. ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ບາງຄົນ​ຮັບຈ້າງ​ຂ້າ​ຄົນ. ບາງຄົນ​ໃຫ້​ກູ້ຢືມ​ເອົາ​ກຳໄລ​ນຳ​ພີ່ນ້ອງ​ຮ່ວມ​ຊາດ​ຊາວ​ອິດສະຣາເອນ ແລະ​ສ້າງຮັ່ງ​ຄູນມີ​ໂດຍ​ເອົາລັດ​ເອົາປຽບ​ພວກເຂົາ. ພວກເຂົາ​ໄດ້​ລືມໄລ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ບັນດາ​ເຈົ້ານາຍ​ຂອງ​ອິດສະຣາເອນ​ເປັນ​ດັ່ງ​ໝາປ່າ​ທີ່​ກຳລັງ​ຈີກ​ສັດ ຊຶ່ງ​ພວກ​ຕົນ​ໄດ້​ຂ້າ​ນັ້ນ​ເປັນ​ຕ່ອນໆ. ພວກເຂົາ​ກໍ່​ການ​ຄາດຕະກຳ​ເພື່ອ​ສ້າງຮັ່ງ​ຄູນມີ​ໃຫ້​ແກ່​ຕົນ.


“ມະນຸດ​ເອີຍ ຈົ່ງ​ປະນາມ​ບັນດາ​ພວກ​ຜູ້ລ້ຽງແກະ​ຂອງ​ຊາດ​ອິດສະຣາເອນ. ຈົ່ງ​ປະກາດ​ສູ່​ພວກເຂົາ​ຟັງ ແລະ​ບອກ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ດັ່ງນີ້: ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ຜູ້ລ້ຽງແກະ​ຂອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ດູແລ​ຕົນເອງ​ແຕ່​ບໍ່ໄດ້​ດູແລ​ຝູງແກະ​ເລີຍ.


ຫລັງຈາກ​ດື່ມ​ເຫຼົ້າ​ອະງຸ່ນ​ຢ່າງ​ໜັກ​ແລ້ວ ພວກເຂົາ​ກໍ​ຍິນດີ​ໄປ​ກັບ​ພວກ​ໂສເພນີ ແລະ​ມັກ​ເຮັດ​ໃຫ້​ເສຍ​ຊື່ສຽງ​ຫລາຍກວ່າ​ໄດ້​ຊື່ສຽງ.


ພວກເຈົ້າ​ຮັ່ງມີ​ຂຶ້ນ ຍ້ອນ​ປະຊາຊົນ​ຂອງເຮົາ​ເຮັດ​ບາບ; ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ ເຮັດ​ບາບ​ຫລາຍ​ຂຶ້ນ​ຕື່ມ.


ເມື່ອ​ພວກເຈົ້າ​ມີ​ຊີວິດ​ຢູ່ ຈົ່ງ​ຕັ້ງ​ເປົ້າໝາຍ​ເຮັດ​ແຕ່​ສິ່ງ​ທີ່​ດີ ບໍ່ແມ່ນ​ເຮັດ​ສິ່ງທີ່​ຊົ່ວຮ້າຍ; ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ກໍ​ຈະ​ສະຖິດ​ຢູ່​ກັບ​ພວກເຈົ້າ​ຢ່າງ​ແທ້ຈິງ ດັ່ງ​ທີ່​ພວກເຈົ້າ​ເວົ້າ​ອ້າງ​ເຖິງ​ພຣະອົງ​ນັ້ນ.


ຄົນບາບ​ທີ່​ຢູ່​ທ່າມກາງ​ປະຊາຊົນ​ຂອງເຮົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຄື​ຜູ້​ທີ່​ເວົ້າ​ວ່າ, ‘ພຣະເຈົ້າ​ຈະ​ບໍ່​ໃຫ້​ໄພ​ອັນຕະລາຍ​ຢ່າງໃດ​ມາ​ໃກ້​ພວກເຮົາ​ດອກ.”’


ພຣະເຈົ້າຢາເວ​ກ່າວ​ຕໍ່​ບັນດາ​ຜູ້ທຳນວາຍ​ເຫຼົ່ານີ້​ວ່າ, “ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ພວກ​ຜູ້ທຳນວາຍ​ຫລອກລວງ ຄື​ພວກເຂົາ​ສັນຍາ​ແກ່​ຄົນ​ທີ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ມີ​ສັນຕິພາບ ແຕ່​ນາບຂູ່​ຜູ້​ທີ່​ບໍ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ພົບພໍ້​ໄພ​ສົງຄາມ.


ພວກເຂົາ​ລ້ວນແຕ່​ເປັນ​ນັກ​ຊ່ຽວຊານ​ໃນ​ການ​ເຮັດຊົ່ວ. ບັນດາ​ເຈົ້າໜ້າທີ່ ແລະ​ຜູ້​ຕັດສິນ​ຄວາມ​ກໍ​ຖາມ​ຫາ​ສິນບົນ. ຄົນ​ທີ່​ມີ​ອິດທິພົນ​ກໍ​ເອີ່ຍ​ເຖິງ​ສິ່ງ​ທີ່​ຕົນ​ຕ້ອງການ; ສະນັ້ນ ພວກເຂົາ​ຈຶ່ງ​ວາງ​ອຸບາຍ​ໃສ່​ກັນແລະກັນ.


ບັນດາ​ຂ້າຣາຊການ​ໃນ​ເມືອງນີ້​ເປັນ​ດັ່ງ​ຝູງ​ສິງ​ທີ່​ຮ້ອງ​ຄຳຣາມ; ບັນດາ​ຜູ້​ຕັດສິນ​ຄວາມ​ກໍ​ເປັນ​ດັ່ງ​ໝາປ່າ​ທີ່​ອຶດຫິວ​ໃນ​ຕອນ​ກາງຄືນ ໂລພາ​ໂພດ​ຈົນ​ບໍ່​ຍອມ​ປະ​ກະດູກ​ໃຫ້​ເຖິງ​ຕອນເຊົ້າ.


ບັນດາ​ຜູ້ທຳນວາຍ​ຂາດ​ຄວາມ​ຮັບຜິດຊອບ​ແລະ​ສໍ້ໂກງ; ບັນດາ​ປະໂຣຫິດ​ຕ່າງ​ກໍ​ເຮັດ​ໃຫ້​ສິ່ງ​ສັກສິດ​ເປັນ​ມົນທິນ ແລະ​ບິດເບືອນ​ກົດບັນຍັດ​ຂອງ​ພຣະເຈົ້າ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຂົາ​ເອງ.


“ເຮົາ​ຢາກ​ໃຫ້​ມີ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ອັດ​ປະຕູ​ພຣະວິຫານ​ໄວ້ ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກເຈົ້າ​ເຂົ້າ​ໄປ​ໄຕ້​ໄຟ​ຢ່າງ​ບໍ່ມີ​ປະໂຫຍດ ທີ່​ເທິງ​ແທ່ນບູຊາ​ຂອງເຮົາ. ເຮົາ​ບໍ່​ພໍໃຈ​ນຳ​ພວກເຈົ້າ,” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ແລະ​ເຮົາ​ຈະ​ບໍ່​ຮັບ​ເຄື່ອງບູຊາ​ຂອງ​ພວກເຈົ້າ​ທີ່​ນຳ​ມາ​ຖວາຍ​ແກ່​ເຮົາ.


“ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ອິດສະຣາເອນ​ໝິ່ນປະໝາດ​ພວກເຈົ້າ​ຄືນ ຍ້ອນ​ພວກເຈົ້າ​ບໍ່ໄດ້​ປະຕິບັດ​ຕາມ​ຄວາມປະສົງ​ຂອງເຮົາ ແລະ​ເມື່ອ​ພວກເຈົ້າ​ສັ່ງສອນ​ປະຊາຊົນ​ຂອງເຮົາ ພວກເຈົ້າ​ກໍ​ບໍ່ໄດ້​ປະຕິບັດ​ຕໍ່​ທຸກຄົນ​ໃຫ້​ສະເໝີ​ພາບ​ກັນ.”


ໂມເຊ​ໃຈຮ້າຍ​ແລະ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂໍ​ພຣະອົງ​ຢ່າ​ຮັບ​ເຄື່ອງ​ຖວາຍ​ໃດໆ ທີ່​ຄົນ​ເຫຼົ່ານີ້​ນຳ​ມາ​ເລີຍ. ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ພວກເຂົາ; ແມ່ນແຕ່​ລໍ​ໂຕໜຶ່ງ​ຂ້ານ້ອຍ​ກໍ​ບໍ່ໄດ້​ເອົາ​ມາ​ຈາກ​ພວກເຂົາ.”


ດັ່ງນັ້ນ ບັນດາ​ຜູ້ນຳ​ຂອງ​ຊາວ​ໂມອາບ​ແລະ​ຂອງ​ຊາວ​ມີດີອານ ຈຶ່ງ​ອອກ​ເດີນທາງ​ໄປ​ຫາ​ບາລາອາມ ພ້ອມ​ທັງ​ນຳ​ເງິນ​ຄ່າ​ພິທີ​ສາບແຊ່ງ​ໄປ​ນຳ​ດ້ວຍ ແລະ​ບອກ​ຄຳເວົ້າ​ຂອງ​ເຈົ້າ​ບາຫລາກ​ໃຫ້​ແກ່​ເພິ່ນ.


ແລະ ຢ່າ​ຄິດ​ໃນ​ໃຈ​ວ່າ ພວກເຮົາ​ມີ​ອັບຣາຮາມ​ເປັນ​ພໍ່​ເຄົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ບັນດານ​ໃຫ້​ກ້ອນຫີນ​ເຫຼົ່ານີ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ກໍໄດ້


ຕ້ອງ​ບໍ່​ເປັນ​ຄົນ​ມືນເມົາ ແລະ ຫຍາບຊ້າ​ສາໂຫດ ແຕ່​ເປັນ​ຄົນ​ມີ​ໃຈ​ສຸພາບ​ອ່ອນໂຍນ ບໍ່​ເປັນ​ຄົນ​ມັກ​ຜິດຖຽງ​ກັນ ບໍ່​ເປັນ​ຄົນ​ຮັກ​ເງິນຄຳ


ຈຳເປັນ​ຕ້ອງ​ໃຫ້​ພວກເຂົາ​ງັບ​ປາກ​ເສຍ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງໝົດ​ປັ່ນປ່ວນ​ວຸ້ນວາຍ​ໄປ ໂດຍ​ສອນ​ສິ່ງ​ທີ່​ບໍ່ຄວນ​ສອນ​ເພື່ອ​ຫາ​ລາຍໄດ້​ໃນ​ທາງ​ບໍ່​ສັດຊື່.


“ຈົ່ງ​ລ້ຽງ​ຝູງແກະ ທີ່​ພຣະເຈົ້າ​ໄດ້​ຝາກ​ໄວ້​ກັບ​ພວກເຈົ້າ ຈົ່ງ​ລ້ຽງ​ຮັກສາ​ດ້ວຍ​ຄວາມ​ເຕັມໃຈ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ບໍ່ແມ່ນ​ດ້ວຍ​ໃຈ​ຂົມຂື່ນ, ຈົ່ງ​ເຮັດ​ວຽກ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ເສຍ​ສະຫລະ ບໍ່ແມ່ນ​ເພື່ອ​ເຫັນແກ່​ຄ່າຈ້າງ​ລາງວັນ ແຕ່​ດ້ວຍ​ໃຈ​ເຫຼື້ອມໃສ.”


ວິບັດ ຈົ່ງ​ມີ​ແກ່​ພວກເຂົາ ເພາະ​ພວກເຂົາ​ໄດ້​ຕິດຕາມ​ທາງ​ຂອງ​ກາອິນ​ໄປ ແລະ​ເພື່ອ​ເຫັນແກ່​ສິນຈ້າງ​ລາງວັນ ພວກເຂົາ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ຜິດ ເໝືອນ​ດັ່ງ​ທີ່​ບາລາອາມ​ໄດ້​ເຮັດ ແລະ​ພວກເຂົາ​ໄດ້​ຈິບຫາຍ​ໄປ ດ້ວຍ​ການ​ກະບົດ​ຕາມ​ຢ່າງ​ຂອງ​ໂກຣາ.


ແຕ່​ພວກເຂົາ​ບໍ່ໄດ້​ປະພຶດ​ຕາມ​ແບບຢ່າງ​ຂອງ​ພໍ່ ພວກເຂົາ​ສົນໃຈ​ນຳ​ແຕ່​ເງິນຄຳ​ເທົ່ານັ້ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮັບ​ສິນບົນ​ແລະ​ບໍ່ໄດ້​ຕັດສິນ​ຢ່າງ​ສັດຊື່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka