10 ພວກເຈົ້າກຳລັງສ້າງນະຄອນເຢຣູຊາເລັມ ນະຄອນຂອງພຣະເຈົ້າ ຢູ່ເທິງພື້ນຖານແຫ່ງຄາດຕະກຳແລະຄວາມອະຍຸດຕິທຳ.
ຈົ່ງບອກເມືອງນີ້ວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ຍ້ອນເຈົ້າໄດ້ຂ້າຄົນຂອງເຈົ້າເອງຢ່າງຫລວງຫລາຍ ແລະໄດ້ປະພຶດຕົນເປັນມົນທິນ ໂດຍຂາບໄຫວ້ບັນດາຮູບເຄົາຣົບ ເວລາຂອງເຈົ້າກຳລັງມາເຖິງ.
ຢູ່ໃນດິນແດນບໍ່ມີຄົນສຸດຈະຣິດເຫຼືອຢູ່ເລີຍ ບໍ່ມີຈັກຄົນດຽວ ທີ່ສັດຊື່ຕໍ່ພຣະເຈົ້າ. ທຸກຄົນຕ່າງກໍຫາໂອກາດ ເພື່ອຂ້າຟັນລັນແທງຊຶ່ງກັນແລະກັນ ທຸກຄົນຕ່າງກໍຕາມລ່າພີ່ນ້ອງຮ່ວມຊາດຂອງຕົນເອງ.
ບັນດາຂ້າຣາຊການໃນເມືອງນີ້ເປັນດັ່ງຝູງສິງທີ່ຮ້ອງຄຳຣາມ; ບັນດາຜູ້ຕັດສິນຄວາມກໍເປັນດັ່ງໝາປ່າທີ່ອຶດຫິວໃນຕອນກາງຄືນ ໂລພາໂພດຈົນບໍ່ຍອມປະກະດູກໃຫ້ເຖິງຕອນເຊົ້າ.
ປະຊາຊົນທັງໝົດຕອບວ່າ, “ໃຫ້ໂທດເລື່ອງຄວາມຕາຍຂອງລາວ ຕົກຖືກພວກເຮົາ ແລະລູກຫລານຂອງພວກເຮົາ.”
ບໍ່ຄິດເຫັນບໍວ່າ ມັນຈະເປັນປະໂຫຍດສຳລັບພວກທ່ານ ທີ່ໃຫ້ຄົນໜຶ່ງຕາຍເພື່ອປະຊາຊົນ ແທນທີ່ຈະໃຫ້ຄົນທັງຊາດຕ້ອງພິນາດຈິບຫາຍ?”