Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 2:9 - ພຣະຄຳພີສັກສິ

9 ພວກເຈົ້າ​ໄດ້​ຂັບໄລ່​ຜູ້ຍິງ​ທີ່​ເປັນ​ປະຊາຊົນ​ຂອງເຮົາ​ໃຫ້​ອອກ​ຈາກ​ເຮືອນ​ອັນ​ຜາສຸກ​ຂອງ​ພວກເຂົາ ແລະ​ພວກເຈົ້າ​ໄດ້​ເອົາ​ກຽດສັກສີ​ໜີໄປ​ຕະຫລອດ ຄື​ກຽດສັກສີ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກ​ລູກ​ຂອງ​ພວກເຂົາ​ນັ້ນ.

Uka jalj uñjjattʼäta Copia luraña




ມີກາ 2:9
14 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ພຣະນາມ​ອັນ​ຊົງຣິດ​ຂອງ​ພຣະອົງ​ນັ້ນ ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເຕັມ​ໄປ​ທົ່ວ​ແຜ່ນດິນ​ໂລກ. ອາແມນ ອາແມນ.


ຜ້າເຕັນ​ຂອງ​ພວກເຮົາ​ຖືກ​ທຳລາຍ​ເຊືອກ​ກໍ​ຂາດ​ໝົດ ລູກໆ​ພວກເຮົາ​ຈຳ​ຕ້ອງ​ພາກ​ຈາກ​ພວກເຮົາ​ໄປສິ້ນ; ຈຶ່ງ​ບໍ່ມີ​ຜູ້ໃດ​ຊ່ວຍ​ຍົກ​ຜ້າເຕັນ​ລົ້ມ​ນັ້ນ​ຂຶ້ນ​ມາ ບໍ່ມີ​ຜູ້ໃດ​ເກາະ​ຜ້າກັ້ງ​ຜ້າເຕັນ​ຂຶ້ນ​ຊ່ວຍ.”


“ເຮົາ​ຈະ​ໃຫ້​ຊົນຊາດ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງເຮົາ ແລະ​ທັງ​ຈະ​ໃຫ້​ພວກເຂົາ​ໄດ້​ເຫັນ​ເຮົາ​ໃຊ້​ຣິດອຳນາດ ເຮັດ​ຕາມ​ການ​ຕັດສິນໃຈ​ອັນ​ຊອບທຳ​ຂອງເຮົາ.


ພວກເຈົ້າ​ໄດ້​ນຳ​ເອົາ​ປະຊາຊົນ​ຢູດາ​ແລະ​ເຢຣູຊາເລັມ ໄປ​ຈາກ​ປະເທດ​ຂອງ​ພວກເຂົາ ເພື່ອ​ຂາຍ​ໃຫ້​ແກ່​ຊາວ​ກຣີກ.


ພວກເຂົາ​ຢຽບ​ຢໍ່າ ຜູ້​ທີ່​ອ່ອນແອ​ແລະ​ຜູ້​ຂາດ​ທີ່ເພິ່ງ ແລະ​ປະຕິເສດ​ຄຳຮ້ອງຂໍ​ຂອງ​ຄົນ​ຍາກຈົນ. ລູກຊາຍ​ກັບ​ພໍ່​ໄດ້​ນອນ​ນຳ​ສາວ​ທາດຮັບໃຊ້​ຜູ້​ດຽວກັນ; ດັ່ງນັ້ນ ຈຶ່ງ​ເປັນ​ການ​ດູໝິ່ນ​ປະໝາດ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.


ເມື່ອ​ພວກເຂົາ​ຕ້ອງການ​ໄຮ່​ນາ ພວກເຂົາ​ກໍ​ຢຶດເອົາ​ໂລດ ເມື່ອ​ພວກເຂົາ​ຕ້ອງການ​ບ້ານເຮືອນ ພວກເຂົາ​ກໍ​ຢຶດເອົາ​ໂລດ. ບໍ່ມີ​ຄອບຄົວ​ຂອງ​ຄົນໃດ ຫລື​ຊັບສົມບັດ​ຂອງ​ຜູ້ໃດ​ຈະ​ປອດໄພ.


ທະເລ​ມີ​ນໍ້າ​ເຕັມ​ຢູ່​ສັນໃດ ແຜ່ນດິນ​ໂລກ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮອບຮູ້ ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສັນນັ້ນ.


ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ ພຣະອົງ​ເອງ​ຈະ​ເປັນ​ກຳແພງ​ໄຟ​ອ້ອມ​ເພື່ອ​ປົກປ້ອງ​ນະຄອນ​ນີ້​ໄວ້ ແລະ​ພຣະອົງ​ຈະ​ສະຖິດ​ຢູ່​ໃນ​ທີ່ນັ້ນ ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [


ພວກເຂົາ​ສໍ້ໂກງ​ເອົາ​ສິ່ງ​ຂອງ ຂອງ​ບັນດາ​ແມ່ໝ້າຍ ແລະ​ເຮັດ​ທຳ​ທ່າ​ພາວັນນາ​ອະທິຖານ​ໃຫ້​ຍືດຍາວ ຄົນ​ພວກ​ນີ້​ຈະ​ຖືກ​ໂທດ​ໜັກ​ທີ່ສຸດ.”


ນອກຈາກນີ້ ພວກເຂົາ​ຍັງ​ສໍ້ໂກງ​ເອົາ​ສິ່ງຂອງ ຂອງ​ພວກ​ແມ່ໝ້າຍ ແລະ​ເຮັດ​ທຳທ່າ​ພາວັນນາ​ອະທິຖານ​ຢ່າງ​ຍືດຍາວ ໂທດ​ຂອງ​ຄົນ​ເຫຼົ່ານີ້​ແມ່ນ​ໜັກ​ທີ່ສຸດ.”


ແຕ່​ເຮົາ​ທັງຫລາຍ​ບໍ່ມີ​ຜ້າປົກ​ໜ້າ​ແລ້ວ ຕົວ​ພວກເຮົາ​ຈຶ່ງ​ສະທ້ອນ​ແສງ​ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະ​ສະຫງ່າຣາສີ​ທີ່​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຊຶ່ງ​ເປັນ​ພຣະວິນຍານ​ນັ້ນ ກໍ​ຊົງ​ເຮັດ​ໃຫ້​ເຮົາ​ທັງຫລາຍ​ປ່ຽນ​ມີ​ລັກສະນະ​ເໝືອນ​ພຣະອົງ ໂດຍ​ມີ​ສະຫງ່າຣາສີ​ເປັນ​ລຳດັບ​ຂຶ້ນ​ໄປ.


ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ຂ້າແດ່​ພະຣາຊາ ຂໍ​ທ່ານ​ຟັງ​ຂ້ານ້ອຍ​ເວົ້າ​ສາ​ກ່ອນ ຖ້າ​ແມ່ນ​ພຣະເຈົ້າຢາເວ​ໃຫ້​ທ່ານ​ເປັນ​ຜູ້​ຕໍ່ສູ້​ຂ້ານ້ອຍ​ແລ້ວ ການ​ຖວາຍບູຊາ​ຢ່າງ​ໜຶ່ງ​ກໍ​ຈະ​ກະທຳ​ໃຫ້​ພຣະອົງ​ປ່ຽນໃຈ, ແຕ່​ຖ້າ​ແມ່ນ​ມະນຸດ​ເປັນ​ຜູ້​ກະທຳ​ເອງ ກໍ​ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພຣະເຈົ້າຢາເວ​ຕົກ​ຖືກ​ພວກເຂົາ ເພາະ​ພວກເຂົາ​ເອງ​ເປັນ​ຜູ້​ຕາມລ່າ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພຣະເຈົ້າຢາເວ ແລະ​ໃຫ້​ຂ້ານ້ອຍ​ໄປ​ອາໄສ​ຢູ່​ໃນ​ປະເທດ​ທີ່​ຂ້ານ້ອຍ​ຈຳເປັນ​ຕ້ອງ​ຂາບໄຫວ້​ພະອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka