Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 2:8 - ພຣະຄຳພີສັກສິ

8 ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ຄືນ​ວ່າ, “ພວກເຈົ້າ​ໂຈມຕີ​ປະຊາຊົນ​ຂອງເຮົາ ຄື​ກັບ​ວ່າ​ພວກເຂົາ​ເປັນ​ສັດຕູ. ພວກ​ຜູ້ຊາຍ​ທີ່​ກັບ​ມາ​ແຕ່​ສະໜາມຮົບ ກໍ​ຄິດ​ວ່າ​ທີ່​ເຮືອນ​ຕົນ​ປອດໄພ​ແລ້ວ, ແຕ່​ພວກເຈົ້າ​ຊໍ້າພັດ​ລໍຄອຍ​ຢູ່​ທີ່​ນັ້ນ ເພື່ອ​ລັກ​ເອົາ​ແມ່ນແຕ່​ເສື້ອ​ຊັ້ນນອກ​ຂອງ​ພວກເຂົາ​ໄປ.

Uka jalj uñjjattʼäta Copia luraña




ມີກາ 2:8
10 Jak'a apnaqawi uñst'ayäwi  

ເມືອງ​ຂອງ​ພວກ​ຂ້ານ້ອຍ​ເປັນ​ເມືອງ​ໃຫຍ່, ເປັນ​ເມືອງ​ທີ່​ສະຫງົບສຸກ ແລະ​ເປັນ​ເມືອງ​ທີ່​ທ່ຽງທຳ​ໃນ​ຊາດ​ອິດສະຣາເອນ. ເຫດໃດ​ທ່ານ​ຈຶ່ງ​ທຳລາຍ​ມັນ? ທ່ານ​ຢາກ​ທຳລາຍ ຫລື​ມ້າງເພ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າຢາເວ​ຊັ້ນບໍ?”


ໝູ່​ເກົ່າ​ຂອງຂ້ອຍ​ໄດ້​ໂຈມຕີ​ໝູ່​ຂອງ​ລາວ​ເອງ ຄື​ໄດ້​ລະເມີດ​ຄຳສັນຍາ​ທີ່​ຕົນ​ໄດ້​ເຮັດ​ໄວ້.


ປະຊາຊົນ​ຂອງ​ເຜົ່າ​ມານາເຊ ແລະ​ຂອງ​ເຜົ່າ​ເອຟຣາອິມ​ໄດ້​ສູ້ຮົບ​ກັນ ແລະ​ພວກເຂົາ​ຮ່ວມກັນ​ໂຈມຕີ​ຢູດາຍ. ເຖິງ​ປານ​ນັ້ນ​ກໍຕາມ ພຣະອົງ​ຍັງ​ບໍ່​ເຊົາ​ໂກດຮ້າຍ, ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກ​ນັ້ນ​ຫັນ​ມາ​ຕໍ່ສູ້​ເຮົາ ເໝືອນ​ດັ່ງ​ໂຕສິງ​ຢູ່​ໃນ​ປ່າດົງ​ພົງໄພ​ນັ້ນ ຕ່າງ​ກໍ​ຮ້ອງ​ແຜດສຽງ​ໃສ່​ເຮົາ ດັ່ງນັ້ນ ເຮົາ​ຈຶ່ງ​ກຽດຊັງ​ພວກເຂົາ.


ແຕ່​ພວກເຈົ້າ​ຊໍ້າພັດ​ກຽດຊັງ​ຄວາມດີ ແລະ​ຮັກ​ຄວາມຊົ່ວ. ພວກເຈົ້າ​ຂູດເນື້ອເຖືອໜັງ​ປະຊາຊົນ​ຂອງເຮົາ​ທັງເປັນ.


ພວກເຈົ້າ​ກືນກິນ​ປະຊາຊົນ​ຂອງເຮົາ. ພວກເຈົ້າ​ລອກ​ໜັງ​ຂອງ​ພວກເຂົາ​ອອກ​ຫັກ​ກະດູກ​ຂອງ​ພວກເຂົາ ແລະ​ຕັດ​ເປັນ​ຕ່ອນໆ​ເໝືອນ​ຊີ້ນ​ຢູ່​ໃນ​ໝໍ້.


ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.


ພວກເຂົາ​ລ້ວນແຕ່​ເປັນ​ນັກ​ຊ່ຽວຊານ​ໃນ​ການ​ເຮັດຊົ່ວ. ບັນດາ​ເຈົ້າໜ້າທີ່ ແລະ​ຜູ້​ຕັດສິນ​ຄວາມ​ກໍ​ຖາມ​ຫາ​ສິນບົນ. ຄົນ​ທີ່​ມີ​ອິດທິພົນ​ກໍ​ເອີ່ຍ​ເຖິງ​ສິ່ງ​ທີ່​ຕົນ​ຕ້ອງການ; ສະນັ້ນ ພວກເຂົາ​ຈຶ່ງ​ວາງ​ອຸບາຍ​ໃສ່​ກັນແລະກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka