Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 2:7 - ພຣະຄຳພີສັກສິ

7 ເຈົ້າ​ຄິດ​ວ່າ​ປະຊາຊົນ​ອິດສະຣາເອນ​ຖືກ​ສາບແຊ່ງ​ຊັ້ນບໍ? ພຣະເຈົ້າຢາເວ​ໝົດ​ຄວາມ​ອົດທົນ​ແລ້ວ​ຫລື? ພຣະອົງ​ຈະ​ເຮັດ​ສິ່ງ​ເຫຼົ່ານັ້ນ​ແທ້​ບໍ? ພຣະອົງ​ຈະ​ບໍ່​ກ່າວ​ຕໍ່​ຜູ້​ທີ່​ເຮັດ​ຖືກຕ້ອງ ຢ່າງ​ເມດຕາປານີ​ດອກ​ຫລື?”

Uka jalj uñjjattʼäta Copia luraña




ມີກາ 2:7
31 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ ແລະ​ພຣະອົງ​ຊົງ​ດີ​ຕໍ່​ຂ້ານ້ອຍ ຊຶ່ງ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ.


ພຣະອົງ​ມີ​ໃຈ​ເຜື່ອແຜ່​ເພາະ​ພຣະຄຸນ​ຄວາມດີ ຂໍ​ຊົງ​ໂຜດ​ສັ່ງສອນ​ຂໍ້ຄຳສັ່ງ​ແກ່​ຂ້ານ້ອຍ​ດ້ວຍ.


ຄື​ພວກ​ທີ່​ເຊື່ອຟັງ​ພຣະເຈົ້າ​ໃນ​ທຸກສິ່ງ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ຢູ່​ສະເໝີ ທັງ​ເປັນ​ຄົນ​ເວົ້າ​ຄວາມຈິງ​ຈາກ​ຈິດໃຈ​ດ້ວຍ


ພຣະອົງ​ບໍຣິສຸດ​ຕໍ່​ຜູ້​ທີ່​ມີ​ໃຈ​ບໍຣິສຸດ ແຕ່​ພຣະອົງ​ເປັນ​ສັດຕູ​ຕໍ່​ຜູ້​ທີ່​ຊົ່ວຮ້າຍ.


ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ຕາເວັນ​ແລະ​ເປັນ​ໂລ້ກຳບັງ ຊົງ​ປະທານ​ພຣະຄຸນ​ແລະ​ສະຫງ່າຣາສີ. ດ້ວຍ​ຄວາມ​ເມດຕາ​ແລະ​ກຽດສັກສີ ພຣະເຈົ້າຢາເວ​ໃຫ້​ຂອງ​ດີ ແກ່​ຜູ້​ທີ່​ເດີນ​ຕາມ​ທາງ​ອັນ​ຊອບທຳ​ຢ່າງ​ບໍ່​ອັ້ນ.


ພຣະເຈົ້າຢາເວ​ຄຸ້ມຄອງ​ຄົນ​ສັດຊື່, ແຕ່​ພຣະອົງ​ທຳລາຍ​ຄົນ​ທີ່​ເຮັດ​ຜິດ.


ຄົນ​ສັດຊື່​ກໍ​ປອດໄພ​ແລະ​ໝັ້ນຄົງ, ແຕ່​ຄົນ​ທີ່​ບໍ່​ຊື່ກົງ ກໍ​ຈະ​ຖືກ​ຈັບ​ໄດ້.


ຜູ້​ທີ່​ສັດຊື່​ກໍ​ຊີ້​ໃຫ້​ເຫັນ​ຄວາມ​ຢຳເກງ​ພຣະເຈົ້າຢາເວ, ແຕ່​ຜູ້​ທີ່​ບໍ່​ສັດຊື່​ກໍ​ດູໝິ່ນ​ປະໝາດ​ພຣະອົງ.


ພຣະອົງ​ຊົງ​ສະສົມ​ສະຕິປັນຍາ​ໄວ້​ໃຫ້​ຄົນ​ທ່ຽງທຳ ພຣະເຈົ້າ​ຊົງ​ເປັນ​ໂລ້​ໃຫ້​ແກ່​ຜູ້​ທີ່​ດຳເນີນ​ໃນ​ຄວາມສັດຊື່.


ຜູ້​ທີ່​ໃຊ້​ຊີວິດ​ໃນ​ທາງ​ສັດຊື່​ກໍ​ຈະ​ປອດໄພ ຜູ້​ທີ່​ບໍ່​ສັດຊື່​ກໍ​ຈະ​ລົ້ມລົງ​ທັນທີ.


ເປັນຫຍັງ​ປະຊາຊົນ​ຂອງເຮົາ​ຈຶ່ງ​ບໍ່​ຍອມ​ຕອບ​ນໍ ເມື່ອ​ເຮົາ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ. ເມື່ອ​ເຮົາ​ເອີ້ນ​ຫາ ເປັນຫຍັງ​ພວກເຂົາ​ຈຶ່ງ​ບໍ່​ຕອບ​ນໍ? ຫລື​ວ່າ​ເຮົາ​ອ່ອນແອ​ຫຼາຍ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນ? ເຮົາ​ສັ່ງ​ຄຳດຽວ​ເທົ່ານັ້ນ ນໍ້າ​ໃນ​ທະເລ​ກໍ​ແຫ້ງ​ລົງ ແລະ​ແມ່ນໍ້າ​ນັ້ນ​ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ ແລ້ວ​ຝູງ​ປາ​ໃນ​ແມ່ນໍ້າ​ນັ້ນ​ກໍ​ຈະ​ຕາຍໄປ ຍ້ອນ​ນໍ້າ​ໃນ​ລຳທານ​ບໍ່ມີ​ເສຍ​ແລ້ວ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຮ້ອງ​ດັງໆ​ຈົນ​ສຸດ​ສຽງ​ເຖີດ ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ກ່ຽວກັບ​ການບາບ​ຂອງ​ພວກເຂົາ


ພຣະອົງ​ໄດ້​ກ່າວ​ແກ່​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍໄດ້​ເຊື່ອຟັງ​ພຣະອົງ​ທຸກ​ຖ້ອຍຄຳ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ເປັນ​ຂອງ​ພຣະອົງ; ສະນັ້ນ ຖ້ອຍຄຳ​ຂອງ​ພຣະອົງ​ຈຶ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້ານ້ອຍ ເຕັມ​ລົ້ນ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ແລະ​ຄວາມ​ສຸກໃຈ.


ພວກເຈົ້າ ເຊື້ອສາຍ​ຂອງ​ຢາໂຄບ ແລະ ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.


ຂໍ​ໃຫ້​ພວກ​ທີ່​ມີ​ປັນຍາ ຈົ່ງ​ເຂົ້າໃຈ​ເອົາ​ສິ່ງ​ທີ່​ມີ​ຂຽນ​ໄວ້​ນີ້; ຂໍ​ໃຫ້​ພວກເຂົາ​ຈຳ​ໃສ່ໃຈ​ໄວ້. ທາງ​ຂອງ​ພຣະເຈົ້າຢາເວ​ຖືກຕ້ອງ ແລະ​ບັນດາ​ຜູ້​ຊອບທຳ​ຍ່ອມ​ດຳເນີນ​ຕາມ​ທາງນີ້, ແຕ່​ບັນດາ​ຄົນບາບ​ຈະ​ຕຳ​ສະດຸດ ແລະ​ລົ້ມລົງ​ເພາະ​ລະເລີຍ​ທາງນີ້.


ຈົ່ງ​ຟັງ​ຂ້າພະເຈົ້າ​ເທີ້ນ ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ທີ່​ກຽດຊັງ​ຄວາມ​ຍຸດຕິທຳ​ແລະ​ປ່ຽນ​ຖືກ​ໃຫ້​ເປັນ​ຜິດ.


ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ມອບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ແກ່​ເຊຣຸບບາເບນ. ຖ້ອຍຄຳ​ນັ້ນ​ມີ​ດັ່ງນີ້: “ເຈົ້າ​ຈະ​ພົບ​ຄວາມ​ສຳເລັດ ບໍ່ແມ່ນ​ໂດຍ​ກຳລັງ​ທາງ​ທະຫານ ຫລື​ໂດຍ​ກຳລັງ​ຂອງ​ເຈົ້າເອງ ແຕ່​ໂດຍ​ພຣະວິນຍານ​ຂອງເຮົາ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ເຈົ້າ​ຄິດ​ວ່າ​ອຳນາດ​ຂອງ​ພຣະເຈົ້າຢາເວ​ມີ​ຂອບເຂດ​ຈຳກັດ​ຊັ້ນບໍ? ໃນ​ບໍ່​ຊ້າ​ນີ້ ເຈົ້າ​ຈະ​ໄດ້​ເຫັນ​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄປ​ນັ້ນ​ຈະ​ເກີດຂຶ້ນ​ແທ້​ຫລື​ບໍ່.”


ເຫດສະນັ້ນ ຈົ່ງ​ປະຕິບັດ​ໃຫ້​ໄດ້​ຜົນ​ສົມ​ກັບ​ວ່າ ພວກເຈົ້າ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່


ພວກເຂົາ​ຕອບ​ພຣະອົງ​ວ່າ, “ພໍ່​ຂອງ​ພວກເຮົາ​ແມ່ນ​ອັບຣາຮາມ.” ພຣະເຢຊູເຈົ້າ​ໄດ້​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເຈົ້າ​ກໍ​ຈະ​ເຮັດ ໃນ​ສິ່ງ​ທີ່​ອັບຣາຮາມ​ໄດ້​ເຮັດ.


ແຕ່​ເລື່ອງ​ນີ້​ໝາຍຄວາມວ່າ ສິ່ງ​ທີ່​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ແມ່ນ​ຄວາມ​ຜິດບາບ​ນັ້ນ​ແຫຼະ ຄື​ບາບ​ທີ່​ອາໄສ​ສິ່ງ​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ ເພື່ອ​ໃຫ້​ສັນດານ​ແທ້​ຂອງ​ຄວາມ​ບາບ​ຖືກ​ເປີດເຜີຍ. ສະນັ້ນ ໂດຍ​ທາງ​ກົດບັນຍັດ​ຄວາມ​ຜິດບາບ​ຈຶ່ງ​ຖືກ​ສະແດງ​ໃຫ້​ເຫັນ​ວ່າ ມັນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.


ພວກເຮົາ​ບໍ່ໄດ້​ອຳ​ຫຍັງ​ໄວ້​ໃນ​ໃຈ ຕໍ່​ພວກເຈົ້າ​ເລີຍ, ແຕ່​ແມ່ນ​ພວກເຈົ້າ​ຕ່າງຫາກ​ທີ່​ອຳ​ເລື່ອງ​ໃນ​ໃຈ​ໄວ້ ຕໍ່​ພວກເຮົາ.


ເຂົາ​ກໍ​ເຮັດ​ເໝືອນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ, ແຕ່​ວ່າ​ຣິດອຳນາດ​ຂອງ​ການ​ນັບຖື​ນັ້ນ ເຂົາ​ກໍ​ປະຕິເສດ​ເສຍ ເຈົ້າ​ຈົ່ງ​ຫລີກ​ໜີ​ເສຍ​ຈາກ​ຄົນ​ຢ່າງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka