6 ປະຊາຊົນກ່າວໃສ່ຂ້າພະເຈົ້າ ແລະເວົ້າວ່າ, “ຢ່າສູ່ເທດສະໜາໃຫ້ພວກເຮົາຟັງເລີຍ. ຢ່າສູ່ສັ່ງສອນພວກເຮົາເຖິງເລື່ອງເຫຼົ່ານັ້ນ. ພຣະເຈົ້າຈະບໍ່ເຮັດໃຫ້ພວກເຮົາອັບອາຍຂາຍໜ້າດອກ.
ພວກຂ້ານ້ອຍບໍ່ເຫັນໝາຍສຳຄັນທັງຫຼາຍຕໍ່ໄປ ບໍ່ມີຜູ້ທຳນວາຍຈັກຄົນທີ່ຫລົງເຫລືອຢູ່ໃນທ່າມກາງພວກຂ້ານ້ອຍ ແລະບໍ່ມີໃຜຮູ້ວ່າຍັງດົນປານໃດ.
ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຈົ້າງ້ວງນອນ ພ້ອມທີ່ຈະລົ້ມລົງນອນຢ່າງຫລັບສະໜິດ. ພວກຜູ້ທຳນວາຍຄວນຈະເປັນສາຍຕາໃຫ້ແກ່ປະຊາຊົນ ແຕ່ພຣະເຈົ້າໄດ້ອັດຕາຂອງພວກເຂົາໄວ້ສາແລ້ວ.
ພວກເຂົາບອກພວກຜູ້ທຳນວາຍໃຫ້ມິດງຽບ. ພວກເຂົາເວົ້າວ່າ, “ຢ່າເວົ້າສິ່ງທີ່ຖືກຕ້ອງສູ່ພວກເຮົາຟັງເລີຍ. ຈົ່ງບອກສິ່ງທີ່ພວກເຮົາຢາກຟັງ. ໃຫ້ພວກເຮົາຢຶດຖືສິ່ງທີ່ລວງຕາລວງໃຈໄວ້ສາ.
“ມະນຸດເອີຍ ເບິ່ງໄປທາງໃຕ້ພຸ້ນແມ.
“ມະນຸດເອີຍ ຈົ່ງປະນາມນະຄອນເຢຣູຊາເລັມ. ຈົ່ງປະນາມສະຖານທີ່ຕ່າງໆທີ່ປະຊາຊົນຂາບໄຫວ້. ຈົ່ງເຕືອນດິນແດນອິດສະຣາເອນວ່າ
ເຮົາຈະເຮັດໃຫ້ລີ້ນຂອງເຈົ້າແຂງ ເພື່ອວ່າເຈົ້າຈະບໍ່ສາມາດຕັກເຕືອນຄົນກະບົດເຫຼົ່ານີ້ໄດ້.
ແຕ່ພວກເຈົ້າບັງຄັບຄົນນາຊີຣີດື່ມເຫຼົ້າອະງຸ່ນ; ແລະຫ້າມປາມພວກຜູ້ທຳນວາຍບໍ່ໃຫ້ປະກາດຖ້ອຍຄຳຂອງເຮົາ.
ຢ່າສູ່ທຳນວາຍຢູ່ໃນເມືອງເບັດເອນນີ້ຕໍ່ໄປ. ບ່ອນນີ້ເປັນສະຖານທີ່ກະສັດນະມັດສະການຄື ເປັນພຣະວິຫານແຫ່ງອານາຈັກ.”
ບັດນີ້ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວເທີ້ນ. ເຈົ້າໄດ້ບອກໃຫ້ຂ້ອຍເຊົາທຳນວາຍ ແລະເຊົາກ່າວຕໍ່ສູ້ປະຊາຊົນອິດສະຣາເອນ.
ເພາະສະນັ້ນ ພວກຜູ້ທຳນວາຍເອີຍ ມື້ຂອງພວກເຈົ້ານັ້ນເກືອບຈະໝົດໄປແລ້ວ ຕາເວັນກຳລັງຕົກລົງເທິງພວກເຈົ້າ. ເພາະພວກເຈົ້າໄດ້ນຳປະຊາຊົນຂອງເຮົາໄປໃນທາງຜິດ ພວກເຈົ້າຈະບໍ່ມີນິມິດໃນການທຳນວາຍອີກຕໍ່ໄປ ແລະພວກເຈົ້າຈະກ່າວຫຍັງລ່ວງໜ້າບໍ່ໄດ້ອີກ.
ເຫດການນີ້ຈະເກີດຂຶ້ນເພາະພວກເຈົ້າໄດ້ເຮັດຊົ່ວ ຕາມກະສັດອົມຣີ ແລະກະສັດອາຮາບລູກຊາຍຂອງເພິ່ນ. ພວກເຈົ້າໄດ້ສືບຕໍ່ເຮັດຕາມກົດເກນຕ່າງໆຂອງພວກເຂົາ; ເພາະສະນັ້ນ ເຮົາຈຶ່ງຈະນຳພວກເຈົ້າໄປສູ່ຄວາມຈິບຫາຍ ແລະທຸກຄົນຈະດູຖູກພວກເຈົ້າ. ປະຊາຊົນ ທຸກບ່ອນຈະເຮັດຕໍ່ພວກເຈົ້າດ້ວຍຄວາມຫຍໍ້ຫຍັນ.”
ແຕ່ເພື່ອບໍ່ໃຫ້ເລື່ອງນີ້ແຜ່ອອກໄປຕື່ມອີກ ໃນທ່າມກາງຄົນທັງຫລາຍ ຈົ່ງສັ່ງຫ້າມແລະຂູ່ຄົນເຫຼົ່ານີ້ ບໍ່ໃຫ້ກ່າວອອກນາມຊື່ຂອງພຣະເຢຊູເຈົ້າເປັນເດັດຂາດ.”
“ພວກເຮົາສັ່ງຫ້າມພວກເຈົ້າຢ່າງເຄັ່ງຄັດແລ້ວ ບໍ່ໃຫ້ສັ່ງສອນໃນນາມຂອງຊາຍຄົນນີ້, ແຕ່ພວກເຈົ້າໄດ້ເຮັດໃຫ້ຄຳສັ່ງສອນຂອງພວກເຈົ້າແຜ່ອອກໄປທົ່ວນະຄອນເຢຣູຊາເລັມ ແລະປາຖະໜາໃຫ້ຄວາມຜິດກ່ຽວກັບຄວາມຕາຍຂອງຜູ້ນັ້ນ ຕົກໃສ່ພວກເຮົາ.”
ພວກເຂົາຈຶ່ງເອີ້ນພວກອັກຄະສາວົກເຂົ້າມາ ເມື່ອຂ້ຽນແລ້ວກໍສັ່ງຫ້າມບໍ່ໃຫ້ເວົ້າອອກນາມຊື່ພຣະເຢຊູເຈົ້າອີກຈັກເທື່ອ ແລ້ວກໍປ່ອຍຕົວໄປ.
ພວກເຈົ້າຊ່າງດື້ດ້ານແທ້ນໍ ໃຈຂອງພວກເຈົ້າຊ່າງຄືກັບໃຈຄົນທີ່ບໍ່ນັບຖືພຣະເຈົ້າ ຫູຂອງພວກເຈົ້າຊ່າງໜັກຕໍ່ພຣະຄຳແທ້ໆ ບັນພະບຸລຸດຂອງພວກເຈົ້າເປັນຢ່າງໃດ ພວກເຈົ້າກໍເປັນຢ່າງນັ້ນ ຄືເຈົ້າທັງຫລາຍຂັດຂວາງພຣະວິນຍານບໍຣິສຸດເຈົ້າຢູ່ສະເໝີ.