5 ເພາະສະນັ້ນ ເມື່ອເວລາມາເຖິງສຳລັບດິນແດນທີ່ຈະຖືກມອບຄືນ ໃຫ້ແກ່ປະຊາຊົນຂອງພຣະເຈົ້າຢາເວຈະບໍ່ມີຜູ້ໜຶ່ງຜູ້ໃດໃນພວກເຈົ້າໄດ້ຮັບສ່ວນແບ່ງ.
ຈົນໃນທີ່ສຸດ ພຣະເຈົ້າຢາເວໄດ້ຂັບໄລ່ພວກເຂົາໃຫ້ໜີຫ່າງຈາກສາຍຕາຂອງພຣະອົງ, ຕາມທີ່ພຣະອົງໄດ້ຕັກເຕືອນໄວ້ຜ່ານທາງຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ. ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ຖືກກວາດໄປເປັນຊະເລີຍທີ່ອັດຊີເຣຍ ຈົນເຖິງເທົ່າທຸກວັນນີ້.
ພຣະອົງກ່າວວ່າ, “ເຮົາຈະມອບດິນແດນການາອານໃຫ້ ດິນແດນນັ້ນຈະເປັນກຳມະສິດ ຂອງພວກເຈົ້າເທົ່ານັ້ນ.”
ໃນຕະກຸນຂອງເດລາອີຢາ, ໂຕບີຢາ ແລະເນໂກດາ ທີ່ໄດ້ກັບຄືນມາຈາກເມືອງເຕັນເມລາ, ເຕັນຮັກຊາ, ເຄຣຸບ, ອັດໂດນ ແລະອິມເມ, ແຕ່ພວກເຂົາພິສູດບໍ່ໄດ້ວ່າ ພວກຕົນເປັນເຊື້ອສາຍຂອງຊາວອິດສະຣາເອນ ມີ 642 ຄົນ.
ອະນາຄົດຂອງຂ້ານ້ອຍແມ່ນຢູ່ໃນກຳມືຂອງພຣະອົງ ຂອງປະທານອັນດີເລີດທຸກອັນຊົງເປັນຜູ້ໂຜດໃຫ້.
ປະຊາຊົນອິດສະຣາເອນຈະບໍ່ໄດ້ຢູ່ໃນດິນແດນຂອງພຣະເຈົ້າຢາເວອີກຕໍ່ໄປ, ແຕ່ພວກເຂົາຈະຕ້ອງກັບຄືນໄປປະເທດເອຢິບ ແລະກິນອາຫານທີ່ຫວງຫ້າມໃນອັດຊີເຣຍ.
ສະນັ້ນ ໂມເຊຈຶ່ງປະກາດຕໍ່ຊາວອິດສະຣາເອນວ່າ, “ອັນນີ້ ແມ່ນດິນແດນທີ່ພວກເຈົ້າຈະໄດ້ຮັບໂດຍວິທີໃຊ້ສະຫລາກ ຄືດິນແດນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ເກົ້າເຜົ່າເຄິ່ງ.
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
ຢ່ານັບລູກທີ່ເກີດນອກການແຕ່ງງານ ຫລືລູກຫລານຂອງລາວເຖິງສິບຊົ່ວເຊັ່ນຄົນ ເຂົ້າເປັນປະຊາຊົນຂອງພຣະເຈົ້າຢາເວ.
ໃນພາຍຄັ້ງໜ້າ ລູກຫລານຂອງພວກເຂົາໃນສາມສີ່ຊົ່ວເຊັ່ນຄົນ ອາດຈະຖືກນັບເຂົ້າເປັນປະຊາຊົນຂອງພຣະເຈົ້າຢາເວກໍໄດ້.”
ອົງພຣະຜູ້ສູງສຸດໄດ້ໃຫ້ ຊາດຕ່າງໆມີດິນແດນຂອງຕົນ; ພຣະອົງໄດ້ກຳນົດບ່ອນໃຫ້ລູກຫລານຂອງອິດສະຣາເອນ ເປັນບ່ອນທີ່ພວກເຂົາຈະອາໄສຢູ່ນັ້ນ.
ໂຢຊວຍໄດ້ໃຊ້ສະຫລາກໃຫ້ພວກເຂົາຢູ່ທີ່ຊີໂລຊ້ອງໜ້າພຣະເຈົ້າຢາເວ ແລະໄດ້ມອບດິນແດນໃຫ້ແກ່ທຸກໆເຜົ່າທີ່ເຫຼືອຢູ່ນັ້ນ ຕາມສ່ວນແບ່ງຂອງໃຜລາວ.
ຈົ່ງເລືອກເອົາສາມຄົນ ຈາກແຕ່ລະເຜົ່າໃຫ້ຂ້າພະເຈົ້າ. ຂ້າພະເຈົ້າຈະໃຊ້ພວກເຂົາອອກໄປທົ່ວທັງດິນແດນ ເພື່ອແຕ້ມແຜນທີ່ເຂດແດນ ຊຶ່ງພວກເຂົາຢາກໄດ້ເປັນກຳມະສິດ ແລ້ວໃຫ້ພວກເຂົາກັບຄືນມາຫາຂ້າພະເຈົ້າ.