ມີກາ 2:3 - ພຣະຄຳພີສັກສິ3 ເພາະສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ, “ເຮົາກຳລັງວາງແຜນນຳໄພພິບັດມາສູ່ພວກເຈົ້າ ແລະພວກເຈົ້າຈະຫລົບຫລີກໄປບໍ່ໄດ້. ພວກເຈົ້າກຳລັງນຳຄວາມເດືອດຮ້ອນມາສູ່ພວກເຈົ້າເອງ ແລະຕໍ່ໄປ ພວກເຈົ້າຈະບໍ່ໄດ້ຍ່າງຢ່າງອວດອົ່ງທະນົງຕົວອີກຕໍ່ໄປ. Uka jalj uñjjattʼäta |
ເພາະສະນັ້ນ ບັດນີ້ພຣະເຈົ້າຢາເວກ່າວວ່າ ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ; ພວກເຈົ້າບໍ່ໃຫ້ພີ່ນ້ອງຊາວອິດສະຣາເອນໄດ້ຮັບອິດສະຫລະພາບ. ດີແລ້ວ ບັດນີ້ເຮົາຈະໃຫ້ພວກເຈົ້າໄດ້ມີອິດສະຫລະພາບ, ພຣະເຈົ້າຢາເວກ່າວວ່າ ຄືອິດສະຫລະພາບທີ່ຈະຕາຍໂດຍສົງຄາມ, ການເຈັບໄຂ້ໄດ້ປ່ວຍ ແລະການຕາຍອຶດຕາຍຫິວ. ເຮົາຈະເຮັດໃຫ້ທຸກໆຊົນຊາດໃນໂລກນີ້ຢ້ານກົວຫຼາຍ ຕໍ່ສິ່ງທີ່ເຮົາຈະເຮັດກັບພວກເຂົາ.