ມີກາ 2:2 - ພຣະຄຳພີສັກສິ2 ເມື່ອພວກເຂົາຕ້ອງການໄຮ່ນາ ພວກເຂົາກໍຢຶດເອົາໂລດ ເມື່ອພວກເຂົາຕ້ອງການບ້ານເຮືອນ ພວກເຂົາກໍຢຶດເອົາໂລດ. ບໍ່ມີຄອບຄົວຂອງຄົນໃດ ຫລືຊັບສົມບັດຂອງຜູ້ໃດຈະປອດໄພ. Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ພວກຜູ້ປົກຄອງຊາດອິດສະຣາເອນເອີຍ ພວກເຈົ້າໄດ້ເຮັດບາບມາດົນນານແລ້ວ ຈົ່ງເຊົາເຮັດການຮຸນແຮງ ແລະການກົດຂີ່ຂອງພວກເຈົ້ານັ້ນສາ. ຈົ່ງເຮັດສິ່ງທີ່ຖືກຕ້ອງແລະຍຸດຕິທຳ. ຈົ່ງເຊົາຂັບໄລ່ປະຊາຊົນຂອງເຮົາ ໃຫ້ໜີຈາກດິນແດນທີ່ເປັນກຳມະສິດຂອງພວກເຂົາສາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ພຣະອົງໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ເຈົ້າເຫັນສິ່ງນັ້ນບໍ? ປະຊາຊົນຢູດາຍເຫຼົ່ານີ້ບໍ່ແມ່ນແຕ່ພໍໃຈເຮັດໃນສິ່ງທີ່ໜ້າກຽດຊັງ ແລະເຮັດໃຫ້ຄວາມຮຸນແຮງລຸກລາມໄປທົ່ວທັງປະເທດເທົ່ານັ້ນ. ເບິ່ງແມ, ພວກເຂົາຍັງຕ້ອງມາເຮັດສິ່ງເຫຼົ່ານັ້ນໃນວິຫານນີ້ ແລະຍົວະໃຫ້ເຮົາໂກດຮ້າຍຕື່ມອີກ. ເບິ່ງດຸ, ພວກເຂົາດູໝິ່ນປະໝາດເຮົາສໍ່າໃດ ທັງເຮັດໃຫ້ເຮົາຂັດເຄືອງໃຈຫລາຍທີ່ສຸດ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”