Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 2:12 - ພຣະຄຳພີສັກສິ

12 ແຕ່​ເຮົາ​ຈະ​ນຳ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ ຄື​ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ຍັງເຫລືອ​ຢູ່. ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ມາ​ເຕົ້າໂຮມ​ກັນ ເໝືອນ​ດັ່ງ​ຝູງແກະ​ກັບຄືນ​ມາ​ສູ່​ຄອກ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ຄົນ​ອີກເທື່ອໜຶ່ງ ເໝືອນ​ຝູງແກະ​ຢູ່​ໃນ​ທົ່ງຫຍ້າ.”

Uka jalj uñjjattʼäta Copia luraña




ມີກາ 2:12
28 Jak'a apnaqawi uñst'ayäwi  

ເມື່ອ​ເບລາ​ຕາຍໄປ​ແລ້ວ ໂຢບັບ ລູກຊາຍ​ຂອງ​ເຊຣາ ຈາກ​ເມືອງ​ໂບຊະຣາ ກໍໄດ້​ຂຶ້ນ​ປົກຄອງ​ແທນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ໃນ​ວັນ​ນັ້ນ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ຈົນຮອດ​ຊາຍແດນ​ຂອງ​ປະເທດ​ເອຢິບ ພຣະເຈົ້າຢາເວ​ຈະ​ເຕົ້າໂຮມ​ປະຊາຊົນ​ຂອງ​ພຣະອົງ​ແຕ່ລະຄົນ​ດັ່ງ​ຝັດ​ແກບ​ອອກ​ຈາກ​ເມັດ​ເຂົ້າ.


ດາບ​ຂອງ​ພຣະອົງ​ຈະ​ເຕັມ​ໄປ​ດ້ວຍ​ເລືອດ​ແລະ​ໄຂມັນ ດັ່ງ​ເລືອດ​ແລະ​ໄຂມັນ​ຂອງ​ແກະ ແລະ​ແບ້​ທີ່​ຄົນ​ໄດ້​ຂ້າ​ເພື່ອ​ຖວາຍບູຊາ. ພຣະເຈົ້າຢາເວ​ຈະ​ຖວາຍ​ເຄື່ອງບູຊາ​ນີ້​ຢູ່​ໃນ​ເມືອງ​ໂບຊະຣາ; ພຣະອົງ​ຈະ​ໃຫ້​ການ​ຂ້າ​ລ້າງຜານ​ນີ້​ເກີດຂຶ້ນ​ໃນ​ດິນແດນ​ເອໂດມ.


ໃນ​ເມືອງ​ທີ່​ຮົກຮ້າງ​ເພພັງ​ນັ້ນ ແກະນ້ອຍ​ຈະ​ມີ​ຫຍ້າ​ກິນ ແລະ​ແບ້​ນ້ອຍ​ກໍ​ຈະ​ພົບ​ທົ່ງຫຍ້າ.


ເຮົາ​ຈະ​ທ້ອນໂຮມ​ເອົາ​ປະຊາຊົນ​ຂອງເຮົາ​ທີ່​ຍັງເຫລືອ​ຢູ່ ອອກ​ມາ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ລູກ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ.


ໃນວັນນັ້ນ ເຊື້ອສາຍ​ຂອງ​ຢູດາ​ຈະ​ຮ່ວມ​ກັບ​ເຊື້ອສາຍ​ຂອງ​ອິດສະຣາເອນ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທາງ​ທິດເໜືອ​ພ້ອມກັນ ແລະ​ຈະ​ຄືນມາ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນພະບຸລຸດ​ຂອງ​ພວກເຂົາ ເປັນ​ກຳມະສິດ​ອັນ​ຖາວອນ.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ເຮົາ​ຈະ​ຊອກຫາ​ແລະ​ເບິ່ງແຍງ​ລ້ຽງດູ​ແກະ​ຂອງເຮົາ​ເອງ


ເຮົາ​ຈະ​ນຳ​ເອົາ​ພວກເຂົາ​ອອກ​ມາ​ຈາກ​ຕ່າງ​ປະເທດ, ເຕົ້າໂຮມ​ເຂົ້າກັນ ແລະ​ນຳ​ກັບຄືນ​ໄປ​ສູ່​ດິນແດນ​ຂອງ​ພວກ​ເຂົາເອງ. ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ໜ່ວຍ​ພູ​ແລະ​ລຳນໍ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຈະ​ລ້ຽງດູ​ພວກເຂົາ​ຢູ່​ຕາມ​ທົ່ງຫຍ້າ​ອັນ​ຂຽວສົດ.


ແຕ່​ເຮົາ​ຈະ​ຊ່ວຍກູ້​ເອົາ​ແກະ​ຂອງເຮົາ ແລະ​ຈະ​ບໍ່​ໃຫ້​ພວກເຂົາ​ຖືກ​ຂົ່ມເຫັງ​ອີກ​ຕໍ່ໄປ. ເຮົາ​ຈະ​ຕັດສິນ​ແກະ​ແຕ່ລະໂຕ​ຂອງເຮົາ ແລະ​ແຍກ​ໂຕດີ​ອອກ​ຈາກ​ໂຕ​ບໍ່​ດີ.


ພວກເຈົ້າ​ຜູ້​ເປັນ​ຝູງແກະ​ຂອງເຮົາ​ເອີຍ ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ອີກ​ຄັ້ງ​ໜຶ່ງ ເຮົາ​ຈະ​ໃຫ້​ຊາວ​ອິດສະຣາເອນ ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເຮົາ; ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ເພີ່ມ​ຂຶ້ນ​ເປັນ​ຈຳນວນພົນ​ອັນ​ຫລວງຫລາຍ ດັ່ງ​ຝູງແກະ.


ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ເຮົາ​ຈະ​ເອົາ​ປະຊາຊົນ​ຂອງເຮົາ​ອອກ​ມາ​ຈາກ​ຊົນຊາດ​ທັງຫລາຍ ບ່ອນ​ທີ່​ພວກເຂົາ​ໄດ້​ຖືກ​ຈັບ​ໄປ, ຈະ​ທ້ອນໂຮມ​ພວກເຂົາ​ເຂົ້າກັນ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ຂອງ​ພວກເຂົາ​ເອງ.


ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ຈະ​ຮ່ວມ​ເຂົ້າ​ກັນ​ອີກ. ພວກເຂົາ​ຈະ​ເລືອກເອົາ​ຜູ້ນຳ​ຄົນດຽວ​ສຳລັບ​ພວກຕົນ ພວກເຂົາ​ຈະ​ຮຸ່ງເຮືອງ​ແລະ​ອຸດົມສົມບູນ​ອີກເທື່ອໜຶ່ງ. ແມ່ນແລ້ວ ວັນ​ຂອງ​ຢິດຊະເຣນ ຈະ​ເປັນ​ວັນ​ຍິ່ງໃຫຍ່!


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ເມືອງ​ເຕມານ ແລະ​ຈະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ໂບຊະຣາ.”


ພຣະເຈົ້າ​ຈະ​ໄຂ​ຫົນທາງ​ໃຫ້​ພວກເຂົາ ແລະ​ນຳ​ພວກເຂົາ​ອອກ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ຈະ​ທະລຸ​ອອກ​ໄປ​ທາງ​ປະຕູເຂົ້າ​ເມືອງ ແລະ​ຈະ​ປົບໜີໄປ​ຢ່າງ​ອິດສະຫລະ. ພຣະເຈົ້າຢາເວ​ເອງ ຜູ້​ເປັນ​ກະສັດ​ຂອງ​ພວກເຂົາ​ຈະ​ນຳພາ​ພວກເຂົາ​ອອກ​ໄປ.


ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ເປັນ​ບ່ອນ​ທີ່​ພຣະເຈົ້າ​ເຝົ້າເບິ່ງ​ປະຊາຊົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ຢູ່​ເທິງ​ຫໍຄອຍ; ເຈົ້າ​ຈະ​ເປັນ​ເມືອງເອກ​ແຫ່ງ​ຣາຊອານາຈັກ​ອີກເທື່ອໜຶ່ງ ທີ່​ເຈົ້າ​ໄດ້​ເຄີຍ​ເປັນ​ມາ​ແລ້ວ.


ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ​ມາ​ໄດ້ ກໍ​ຈະ​ເປັນ​ດັ່ງ​ນໍ້າ​ຄ້າງ​ອັນ​ສົດຊື່ນ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ສົ່ງ​ລົງ​ມາ​ສຳລັບ​ຫລາຍ​ຊົນຊາດ ເໝືອນ​ຫ່າຝົນ​ທີ່​ຕົກ​ເທິງ​ພືດພັນ​ທີ່​ຫາກໍ່​ປົ່ງ​ໃໝ່. ພວກເຂົາ​ຈະ​ອາໄສ​ພຣະເຈົ້າ ແຕ່​ບໍ່ແມ່ນ​ອາໄສ​ມະນຸດ.


ພວກເຂົາ​ທີ່​ຖືກ​ປະໄວ້​ຢູ່​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ກໍ​ຈະ​ເປັນ​ດັ່ງ​ສິງ​ໂຕໜຶ່ງ ທີ່​ກຳລັງ​ຊອກຫາ​ອາຫານ​ໃນ​ປ່າ​ຫລື​ຕາມ​ທົ່ງຫຍ້າ: ມັນ​ເຂົ້າ​ໄປ​ຄຸບ​ເອົາ​ແກະ​ຢູ່​ໃນ​ຝູງ ແລະ​ຈີກ​ເປັນ​ຕ່ອນໆ ແລະ​ຄວາມຫວັງ​ໃດໆ​ທີ່​ຈະ​ຊ່ວຍກູ້​ເອົາ​ກໍ​ບໍ່ມີ.


ໂຜດ​ໃຊ້​ຄ້ອນເທົ້າ​ຂອງ​ພຣະອົງ​ລ້ຽງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ເຖີດ ຄື​ປະຊາຊົນ​ທີ່​ເປັນ​ຂອງ​ພຣະອົງ​ພວກດຽວ​ໃນ​ປ່າ. ໃນ​ອ້ອມແອ້ມ​ພວກເຂົາ​ນັ້ນ​ມີ​ດິນ​ດີ. ໂຜດ​ປ່ອຍ​ໃຫ້​ພວກເຂົາ​ໄປ ແລະ​ລ້ຽງ​ພວກເຂົາ​ໃນ​ທົ່ງຫຍ້າ​ຂອງ​ເມືອງ​ບາຊານ ແລະ​ກີເລອາດ ດັ່ງ​ໃນ​ຄາວກ່ອນ​ແຕ່​ດົນນານ​ມາ​ແລ້ວ.


ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.


ເວລາ​ນັ້ນ​ກຳລັງ​ມາ ເຮົາ​ຈະ​ນຳ​ພວກເຈົ້າ​ທີ່​ຖືກ​ແຕກ​ກະຈັດ​ກະຈາຍ​ໄປ ກັບຄືນ​ມາ​ບ້ານ. ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ມີ​ຊື່ສຽງ​ໂດ່ງດັງ​ທົ່ວ​ພິພົບ ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ອີກເທື່ອໜຶ່ງ​ໃດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka