ມີກາ 2:11 - ພຣະຄຳພີສັກສິ11 ປະຊາຊົນເຫຼົ່ານີ້ ຕ້ອງການຜູ້ທຳນວາຍທີ່ທ່ຽວໄປມາເວົ້າຕົວະ ແລະຫລອກລວງໂດຍເວົ້າວ່າ, ‘ຂ້ອຍຂໍທຳນວາຍວ່າ ເຫຼົ້າອະງຸ່ນແລະສຸຣາຈະຫລັ່ງໄຫລມາສຳລັບພວກເຈົ້າ.’ Uka jalj uñjjattʼäta |
ແຕ່ພຣະເຈົ້າຢາເວໄດ້ຕອບຄືນວ່າ, “ພວກຜູ້ທຳນວາຍກຳລັງໃຊ້ນາມຂອງເຮົາກ່າວຖ້ອຍຄຳບໍ່ຈິງ ເຮົາບໍ່ໄດ້ໃຊ້ພວກເຂົາໄປ ແລະບໍ່ໄດ້ສັ່ງ ຫລືເວົ້າແມ່ນແຕ່ຄຳດຽວກັບພວກເຂົາ. ນິມິດທັງຫລາຍທີ່ພວກເຂົາເວົ້າເຖິງນັ້ນບໍ່ໄດ້ມາຈາກເຮົາ ການທຳນວາຍຂອງພວກເຂົາບໍ່ມີປະໂຫຍດ ແລະເປັນສິ່ງທີ່ພວກເຂົາຄິດຝັນເອົາເອງ.
ພຣະເຈົ້າຢາເວກ່າວວ່າ, “ຈົ່ງຮັບຟັງສິ່ງທີ່ເຮົາກ່າວ ເຮົາຕໍ່ສູ້ຜູ້ທຳນວາຍທັງຫລາຍຜູ້ທີ່ເລົ່າຄວາມຝັນຕ່າງໆຂອງຕົນ ຊຶ່ງເຕັມໄປດ້ວຍຄຳຕົວະຍົວະ. ພວກເຂົາເລົ່າຄວາມຝັນນັ້ນ ແລະນຳປະຊາຊົນຂອງເຮົາໃຫ້ຫລົງຜິດໄປ ດ້ວຍຄຳຕົວະຍົວະ ແລະຄຳໂອ້ອວດຂອງພວກເຂົາ. ເຮົາບໍ່ໄດ້ໃຊ້ ຫລືສັ່ງພວກເຂົາໄປ ແລະພວກເຂົາກໍບໍ່ໄດ້ຊ່ວຍເຫລືອປະຊາຊົນຫຍັງເລີຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”