Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 1:9 - ພຣະຄຳພີສັກສິ

9 ບາດແຜ​ຂອງ​ນະຄອນ​ຊາມາເຣຍ​ຮັກສາ​ໃຫ້​ດີ​ບໍ່ໄດ້ ແລະ​ໄດ້​ລາມ​ມາເຖິງ​ຢູດາ ໄພພິບັດ​ໄດ້​ມາຮອດ​ປະຕູ​ເມືອງ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ບ່ອນ​ທີ່​ປະຊາຊົນ​ຂອງຂ້ອຍ​ອາໄສ​ຢູ່.”

Uka jalj uñjjattʼäta Copia luraña




ມີກາ 1:9
15 Jak'a apnaqawi uñst'ayäwi  

ທົ່ວ​ທັງ​ເມືອງ​ຈະ​ຮ້ອງໄຫ້​ຄວນຄາງ​ດັ່ງ​ຍິງ​ຜູ້ໜຶ່ງ​ກຳລັງ​ນັ່ງ​ຢູ່​ກັບ​ພື້ນດິນ ເພາະ​ສູນເສຍ​ທຸກສິ່ງ.


ໃນ​ຣາຊການ​ປີ​ທີ​ສິບສີ່​ຂອງ​ເຈົ້າ​ເຮເຊກີຢາ ກະສັດ​ແຫ່ງ​ຢູດາຍ; ເຊັນນາເກຣິບ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ບຸກໂຈມຕີ​ບັນດາ​ເມືອງ ທີ່​ມີ​ປ້ອມ​ປ້ອງກັນ​ຂອງ​ຢູດາຍ​ແລະ​ຢຶດ​ເມືອງ​ເຫຼົ່ານັ້ນ​ໄດ້.


ແລ້ວ​ເພິ່ນ​ກໍ​ສັ່ງ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ຈາກ​ເມືອງ​ລາກິດ ນຳ​ກຳລັງ​ທະຫານ​ຢ່າງ​ຫລວງຫລາຍ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ບັງຄັບ​ໃຫ້​ເຈົ້າ​ເຮເຊກີຢາ​ຍອມ​ຈຳນົນ. ຂ້າຣາຊການ​ຜູ້ນັ້ນ​ໄດ້​ຢຶດ​ຖະໜົນ​ບ່ອນ​ຊັກ​ຜ້າ ໂດຍ​ທາງ​ຄັນຄູ​ຊຶ່ງ​ສົ່ງ​ນໍ້າ​ມາ​ແຕ່​ສະ​ບ່ອນ​ສູງ.


ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ຢູ່​ຢ່າງນີ້? ເປັນຫຍັງ​ບາດແຜ​ຂອງ​ຂ້ານ້ອຍ​ຈຶ່ງ​ບໍ່​ດີ​ຈັກເທື່ອ? ເປັນຫຍັງ​ບາດແຜ​ນັ້ນ​ຈຶ່ງ​ປິ່ນປົວ​ບໍ່​ດີ? ພຣະອົງ​ຕັ້ງໃຈ​ຈະ​ໃຫ້​ຂ້ານ້ອຍ​ຕ້ອງ​ຜິດຫວັງ ດັ່ງ​ນໍ້າ​ຫ້ວຍ​ທີ່​ບົກແຫ້ງ​ລົງ​ໃນ​ລະດູຮ້ອນ​ຊັ້ນບໍ?”


ຈົ່ງ​ໄປ​ທີ່​ກີເລອາດ ປະຊາຊົນ​ເອຢິບ​ເອີຍ ຈົ່ງ​ໄປ​ຊອກ​ຫາ​ຫວ້ານຢາ​ກັນ​ເຖີດ ຫວ້ານຢາ​ຂອງ​ພວກເຈົ້າ​ໃຊ້​ການ​ບໍ່ໄດ້​ເລີຍ ເພາະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ບໍ່ໄດ້.


ຊາວ​ເມືອງ​ມາໂຣດ ຕ່າງ​ກໍ​ລໍຖ້າ​ການ​ບັນເທົາທຸກ​ດ້ວຍ​ໃຈ​ກະວົນ​ກະວາຍ ຍ້ອນ​ພຣະເຈົ້າຢາເວ​ໄດ້​ນຳ​ໄພພິບັດ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ.


ສະນັ້ນ ເຮົາ​ຈຶ່ງ​ໄດ້​ລົງມື ເຮັດ​ໃຫ້​ພວກເຈົ້າ​ເຖິງ​ຄວາມພິນາດ​ແລະ​ຄວາມ​ຈິບຫາຍ ຍ້ອນ​ພວກເຈົ້າ​ເຮັດ​ບາບ.


ບໍ່ມີ​ຫວ້ານຢາ​ຫຍັງ​ໃສ່​ບາດແຜ​ຂອງເຈົ້າ ແລະ​ບາດແຜ​ຂອງເຈົ້າ​ກໍ​ບໍ່​ສາມາດ​ປິ່ນປົວ​ໃຫ້​ດີ​ໄດ້. ທຸກຄົນ​ທີ່​ຮູ້ວ່າ​ເຈົ້າ​ຖືກ​ທຳລາຍ ຕ່າງ​ກໍ​ຕົບ​ມື​ດ້ວຍ​ຄວາມ​ຍິນດີ. ມີ​ຜູ້ໃດ​ເດນໍ ທີ່​ບໍ່ໄດ້​ຮັບ​ຄວາມ​ທົນທຸກ ຍ້ອນ​ຄວາມ​ໂຫດຫ້ຽມ​ອັນ​ບໍ່ມີ​ທີ່​ສິ້ນສຸດ​ຂອງເຈົ້າ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka