Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 1:6 - ພຣະຄຳພີສັກສິ

6 ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ກະທຳ​ໃຫ້​ຊາມາເຣຍ ເປັນ​ກອງສິ່ງ​ຮົກຮ້າງ​ເພພັງ​ຢູ່​ໃນ​ທົ່ງນາ ຄື​ເປັນ​ບ່ອນ​ໜຶ່ງ​ສຳລັບ​ປູກ​ຕົ້ນອະງຸ່ນ. ເຮົາ​ຈະ​ເທ​ກ້ອນຫີນ​ທີ່​ໃຊ້​ສ້າງ​ເມືອງ​ນັ້ນ​ລົງ​ໃນ​ຮ່ອມພູ ແລະ​ເຮົາ​ຈະ​ເຮັດ​ໃຫ້​ຮາກຖານ​ຂອງ​ເມືອງ​ພົ້ນ​ໜ້າດິນ​ຂຶ້ນມາ​ໃຫ້​ເຫັນ.

Uka jalj uñjjattʼäta Copia luraña




ມີກາ 1:6
19 Jak'a apnaqawi uñst'ayäwi  

ຖ້າ​ເພິ່ນ​ຖອຍ​ເຂົ້າ​ໃນ​ເມືອງ​ໜຶ່ງ ປະຊາຊົນ​ຂອງ​ພວກເຮົາ​ທັງໝົດ​ກໍ​ຈະ​ເອົາ​ເຊືອກ​ດຶງ​ເມືອງ​ນັ້ນ ລົງ​ສູ່​ຮ່ອມພູ​ແລະ​ຈະ​ບໍ່ມີ​ຫີນ​ກ້ອນ​ໃດໆ​ເຫຼືອ​ຢູ່​ທີ່​ຈອມພູ​ເລີຍ.”


ເມື່ອ​ປິດລ້ອມ​ຢູ່​ເຖິງ​ສາມ​ປີ ນະຄອນ​ຊາມາເຣຍ​ກໍ​ແຕກ; ຊຶ່ງ​ເປັນ​ຣາຊການ​ປີ​ທີ​ຫົກ​ຂອງ​ກະສັດ​ເຮເຊກີຢາ ແລະ​ຣາຊການ​ປີ​ທີ​ເກົ້າ​ຂອງ​ກະສັດ​ໂຮເຊຢາ.


ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຮເຊກີຢາ ຊຶ່ງ​ເປັນ​ຣາຊການ​ປີ​ທີ​ເຈັດ​ຂອງ​ກະສັດ​ໂຮເຊຢາ​ແຫ່ງ​ອິດສະຣາເອນ; ເຈົ້າ​ຊານມາເນເຊ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ບຸກຮຸກ​ອານາຈັກ​ອິດສະຣາເອນ ແລະ​ປິດລ້ອມ​ນະຄອນ​ຊາມາເຣຍ​ໄວ້.


ເຈົ້າ​ບໍ່ເຄີຍ​ໄດ້ຍິນ​ບໍ​ວ່າ ເຮົາ​ໄດ້​ຕຽມ​ແຜນການ​ທັງໝົດ​ນີ້​ໄວ້​ແຕ່ດົນ​ແລ້ວ? ແລະ​ດຽວນີ້​ເຮົາ​ກໍ​ປະຕິບັດ​ຕາມ​ແຜນການ​ນັ້ນ. ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເພື່ອ​ທຳລາຍ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ອັນ​ແໜ້ນໜາ​ໃຫ້​ເພພັງ​ລົງ​ເປັນ​ກອງ​ຫີນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ດາມັສກັດ​ຈະ​ບໍ່​ເປັນ​ນະຄອນ​ອີກ​ຕໍ່ໄປ; ແຕ່​ຈະ​ເປັນ​ພຽງ​ກອງ​ສິ່ງ​ຮົກຮ້າງ​ເພພັງ​ເທົ່ານັ້ນ.


ພຣະອົງ​ຈະ​ທຳລາຍ​ປ້ອມ​ປ້ອງກັນ​ເມືອງ​ບ່ອນ​ສູງໆ​ໃນ​ດິນແດນ​ໂມອາບ​ລົງ ແລະ​ເຮັດ​ໃຫ້​ມັນ​ຮົກຮ້າງ​ເພພັງ​ຈົນ​ກາຍເປັນ​ຂີ້ຝຸ່ນ.


ພຣະອົງ​ໄດ້​ປ່ຽນ​ເມືອງ​ຕ່າງໆ​ໃຫ້​ຮົກຮ້າງ​ເພພັງ ແລະ​ທຳລາຍ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ເຂົາເຈົ້າ. ຜາສາດ​ຣາຊວັງ​ທີ່​ເຫຼົ່າ​ສັດຕູ​ໄດ້​ສ້າງ​ຂຶ້ນ​ມາ ກໍໄດ້​ສູນເສຍ​ຕະຫລອດໄປ​ສາ​ແລ້ວ.


ພວກເຈົ້າ​ຈະ​ໄດ້​ປູກ​ຕົ້ນອະງຸ່ນ​ທີ່​ເທິງ​ພູເຂົາ​ຊາມາເຣຍ​ອີກເທື່ອໜຶ່ງ ແລະ​ພວກ​ທີ່​ປູກ​ຕົ້ນ​ອະງຸ່ນ​ກໍ​ຈະ​ໄດ້​ກິນ​ຜົນ​ຈາກ​ສວນອະງຸ່ນ​ນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ບາບີໂລນ​ເອີຍ ເຈົ້າ​ເປັນ​ດັ່ງ​ພູ​ໜ່ວຍ​ໜຶ່ງ​ທີ່​ທຳລາຍ​ທົ່ວ​ທັງໂລກ, ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ ເຮົາ​ຈະ​ຢຶດ​ເຈົ້າ​ໄວ້, ກວາດ​ເຈົ້າ​ລົງ​ກ້ຽງ​ໃຫ້​ພຽງ​ດິນ ແລະ​ປະ​ເຈົ້າ​ໃຫ້​ເປັນ​ຂີ້ເຖົ່າ.


ປະເທດ​ນັ້ນ​ຈະ​ກາຍເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ ຄື​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ອາໄສ​ຢູ່. ມັນ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຫລາຍ; ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ແລະ​ທຸກຄົນ​ທີ່​ເຫັນ​ກໍ​ຈະ​ຢ້ານກົວ​ໃຫຍ່.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”


ຄຳ​ທີ່​ເຫຼື້ອມໃສ​ແວວວັບ​ໄດ້​ຖືກ​ມົວໝອງ​ໄປ ຫີນ​ຂອງ​ພຣະວິຫານ​ກໍ​ແຕກ​ກະຈາຍ​ໄປ​ເຕັມ​ຫົນທາງ.


ເຮົາ​ຕັ້ງໃຈ​ທີ່​ຈະ​ພັງ​ກຳແພງ ຊຶ່ງ​ພວກເຂົາ​ໄດ້​ໃຊ້​ປູນຂາວ​ທາ​ໂອບ​ນັ້ນ ໃຫ້​ແຕກ​ເປັນ​ປ່ຽງໆ ແລະ​ໃຫ້​ເຫຼືອ​ໄວ້​ແຕ່​ຮາກຖານ. ມັນ​ຈະ​ລົ້ມ​ທະລາຍ​ລົງ​ທັບ​ພວກເຈົ້າ​ຕາຍ​ໝົດ. ແລ້ວ​ທຸກໆ​ຄົນ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຊາມາເຣຍ​ຕ້ອງ​ຮັບ​ໂທດ ຍ້ອນ​ເປັນ​ກະບົດ​ຕໍ່ສູ້​ເຮົາ. ຊາວ​ຊາມາເຣຍ​ຈະ​ຕາຍ​ໃນ​ສົງຄາມ; ພວກ​ແອນ້ອຍ​ຈະ​ຖືກ​ໂຍນ​ລົງ​ດິນ ແລະ​ພວກ​ແມ່ມານ​ກໍ​ຈະ​ຖືກ​ຂ້າ​ດ້ວຍ​ການ​ແຫກ​ທ້ອງ.”


ພວກເຈົ້າ​ຂົ່ມເຫັງ​ຄົນ​ຍາກຈົນ ແລະ​ລັກ​ເອົາ​ເຂົ້າຂອງ​ຂອງ​ພວກເຂົາ. ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ຫລັງ​ງາມໆ​ທີ່​ພວກເຈົ້າ​ສ້າງ​ຂຶ້ນ​ມາ​ດ້ວຍ​ຫີນ ຫລື​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ອັນ​ສວຍງາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ໄວ້.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ໂດຍ​ພຣະອົງ​ເອງ​ວ່າ: ເຮົາ​ກຽດຊັງ​ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ປະນາມ​ຫໍໂຮງ​ອັນ​ຫລູຫລາ​ຂອງ​ພວກເຂົາ. ເຮົາ​ຈະ​ມອບ​ເມືອງຫລວງ​ຂອງ​ພວກເຂົາ ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໄວ້​ໃນ​ກຳມື​ຂອງ​ສັດຕູ.”


ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.


ພຣະອົງ​ໄດ້​ກ້າວ​ອອກ​ຊ່ວຍຊູ​ປະຊາຊົນ​ຂອງ​ພຣະອົງ ຄື​ຊ່ວຍ​ເອົາ​ກະສັດ​ຜູ້​ທີ່​ພຣະອົງ​ໄດ້​ເລືອກໄວ້. ພຣະອົງ​ໄດ້​ທຳລາຍ​ເຮືອນ​ຂອງ​ຜູ້ນຳ​ຄົນຊົ່ວ​ໃຫ້​ແຫລກ​ມຸ່ນ​ໄປ ແລະ​ທຳລາຍ​ພວກ​ທີ່​ຕິດຕາມ​ໃຫ້​ດັບສູນ​ຈົນກ້ຽງ.


ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ເຫັນ​ສິ່ງ​ທັງໝົດ​ເຫຼົ່ານີ້​ແລ້ວ​ບໍ່ແມ່ນ​ບໍ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຫີນ​ທຸກໆ​ກ້ອນ​ທີ່​ຢອງ​ທັບ​ກັນ​ຢູ່​ນີ້ ຈະ​ຖືກ​ທຳລາຍ​ລົງ​ຈົນ​ບໍ່​ເຫຼືອ​ຈັກ​ກ້ອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka