ມີກາ 1:4 - ພຣະຄຳພີສັກສິ4 ແລ້ວພູທັງຫລາຍກໍຈະລະລາຍສິ້ນຢູ່ໃຕ້ຕີນຂອງພຣະອົງ ດັ່ງຂີ້ເຜິ້ງລະລາຍເມື່ອມັນຖືກໄຟຮ້ອນ. ພູເຂົາທັງຫລາຍນັ້ນຈະເຈື່ອນລົງສູ່ຮ່ອມພູທັງຫລາຍ ດັ່ງນໍ້າໄຫລລົງມາແຕ່ເນີນພູແຫ່ງໜຶ່ງ. Uka jalj uñjjattʼäta |
ໃນເວລານັ້ນ ພຣະອົງຈະຢືນຢູ່ທີ່ເທິງພູເຂົາໝາກກອກເທດ ທີ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ. ແລ້ວພູເຂົາໝາກກອກເທດກໍຈະຍະອອກ ເປັນສອງສ່ວນຈາກທິດຕາເວັນອອກຫາທິດຕາເວັນຕົກ ໂດຍມີຮ່ອມພູອັນກວ້າງຂວາງຢູ່ຫວ່າງກາງ. ພູເຂົາເຄິ່ງໜຶ່ງຈະເຄື່ອນໄປທາງທິດເໜືອ ແລະອີກເຄິ່ງໜຶ່ງຈະເຄື່ອນໄປທາງທິດໃຕ້.