Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 1:3 - ພຣະຄຳພີສັກສິ

3 ພຣະເຈົ້າຢາເວ​ກຳລັງ​ມາ​ແຕ່​ບ່ອນ​ສະຖິດ​ຂອງ​ພຣະອົງ ພຣະອົງ​ຈະ​ສະເດັດ​ມາ​ຍ່າງ​ເທິງ​ບ່ອນສູງ​ທັງຫລາຍ​ຂອງ​ແຜ່ນດິນ​ໂລກ.

Uka jalj uñjjattʼäta Copia luraña




ມີກາ 1:3
15 Jak'a apnaqawi uñst'ayäwi  

ແມ່ນແລ້ວ ຈົ່ງ​ຈ້ອງຕາ​ເບິ່ງ​ຢຽບຢໍ່າ​ພວກເຂົາ​ລົງ ຢຽບ​ຄົນຊົ່ວ​ໃຫ້​ໝຸ່ນ​ທະລາຍ ໃນ​ບ່ອນ​ທີ່​ພວກເຂົາ​ຢືນ​ຢູ່​ນັ້ນ.


ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ຢູ່​ເທິງ​ຟ້າ​ສະຫວັນ ພຣະອົງ​ປາຖະໜາ​ສິ່ງໃດ​ກໍ​ກະທຳ​ສິ່ງນັ້ນ.


ພຣະເຈົ້າຢາເວ​ຈະ​ປົກປ້ອງ​ພູເຂົາ​ຊີໂອນ; ແຕ່​ປະຊາຊົນ​ຊາວ​ໂມອາບ​ຈະ​ຖືກ​ຢຽບຢໍ່າ​ລົງ ເໝືອນກັນ​ກັບ​ຄົນ​ຢຽບຢໍ່າ​ເຟືອງ​ເພື່ອ​ເຮັດ​ຝຸ່ນ.


ພຣະເຈົ້າຢາເວ​ກຳລັງ​ມາ​ແຕ່​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່ ເພື່ອ​ລົງໂທດ​ປະຊາກອນ​ໃນ​ໂລກນີ້ ເພາະ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ. ຄາດຕະກອນ​ທີ່​ໄດ້​ຂ້າ​ຄົນ​ຢ່າງ​ລັບລີ້​ຈະ​ຖືກ​ເປີດເຜີຍ ແລະ​ພື້ນດິນ​ກໍ​ຈະ​ບໍ່​ເຊື່ອງຊ້ອນ​ຊາກສົບ​ຂອງ​ຜູ້​ທີ່​ໄດ້​ຖືກ​ຂ້າ​ອີກ​ຕໍ່ໄປ.


ຕໍ່ມາ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ດັງ​ກ້ອງ​ຂຶ້ນ​ທາງຫລັງ​ຂອງ​ຂ້າພະເຈົ້າ​ວ່າ, “ຈົ່ງ​ສັນລະເສີນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ທີ່​ເທິງ​ຟ້າສະຫວັນ.”


ພຣະອົງ​ໄດ້​ສ້າງ​ໜ່ວຍ​ພູ​ທັງຫລາຍ ແລະ​ໄດ້​ບັນດານ​ໃຫ້​ລົມ​ພັດ​ມາ​ດ້ວຍ. ພຣະອົງ​ໄດ້​ໃຫ້​ມະນຸດ​ຮູ້​ຄວາມຄິດ​ຂອງ​ພຣະອົງ ພຣະອົງ​ປ່ຽນແປງ​ກາງເວັນ​ໃຫ້​ເປັນ​ກາງຄືນ​ໄດ້. ພຣະອົງ​ດຳເນີນການ​ຢູ່​ເໜືອ​ແຜ່ນດິນ​ໂລກ​ເຮົາ ພຣະນາມ​ຂອງ​ພຣະອົງ​ຄື ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະອົງ​ແຕະຕ້ອງ​ແຜ່ນດິນ ໂລກ​ເຮົາ​ກໍ​ຫວັ່ນໄຫວ​ໂລດ ທຸກໆຄົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ກໍ​ໂສກເສົ້າ​ເສຍໃຈ ທົ່ວ​ທັງໂລກ​ຟົ້ງ​ຂຶ້ນ​ໂຍບລົງ​ດັ່ງ​ແມ່ນໍ້ານິນ​ໃນ​ເອຢິບ​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ ຊົງ​ເປັນ​ກຳລັງ​ຂອງ​ຂ້ານ້ອຍ. ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ແລ່ນ​ທຸ່ນທ່ຽງ​ເໝືອນ​ດັ່ງ​ກວາງ ແລະ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ ຢູ່​ທີ່​ເທິງ​ພູ​ທັງຫລາຍ​ນັ້ນ.


ໃນ​ເວລາ​ນັ້ນ ພຣະອົງ​ຈະ​ຢືນ​ຢູ່​ທີ່​ເທິງ​ພູເຂົາ​ໝາກກອກເທດ ທີ່​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ. ແລ້ວ​ພູເຂົາ​ໝາກກອກເທດ​ກໍ​ຈະ​ຍະ​ອອກ ເປັນ​ສອງ​ສ່ວນ​ຈາກ​ທິດ​ຕາເວັນອອກ​ຫາ​ທິດ​ຕາເວັນຕົກ ໂດຍ​ມີ​ຮ່ອມພູ​ອັນ​ກວ້າງຂວາງ​ຢູ່​ຫວ່າງກາງ. ພູເຂົາ​ເຄິ່ງ​ໜຶ່ງ​ຈະ​ເຄື່ອນ​ໄປ​ທາງ​ທິດເໜືອ ແລະ​ອີກ​ເຄິ່ງ​ໜຶ່ງ​ຈະ​ເຄື່ອນ​ໄປ​ທາງ​ທິດໃຕ້.


ພຣະອົງ​ໃຫ້​ພວກເຂົາ​ປົກຄອງ​ໄດ້ ພູພຽງ​ອັນ​ກວ້າງໃຫຍ່ ແລະ​ກິນ​ພືດຜົນ​ທີ່​ໃຫຍ່​ຂຶ້ນ ໃນ​ທົ່ງນາ​ນັ້ນ​ໄດ້​ທັງໝົດ. ພວກເຂົາ​ພົບ​ຮັງ​ເຜິ້ງ​ປ່າ ຢູ່​ທ່າມກາງ​ໂງ່ນຫີນ ແລະ​ທີ່​ເທິງ​ໜ້າ​ດິນ​ແຂງ ຕົ້ນ​ໝາກກອກເທດ​ກໍ​ເກີດຂຶ້ນ.


ເຈົ້າ​ນັ້ນ​ຊ່າງ​ມີ​ຄວາມສຸກ​ແທ້ ພຽງ​ໃດ​ເຈົາ​ຮູ້​ບໍ່? ຊາດ​ອິດສະຣາເອນ​ເອີຍ! ບໍ່ມີ​ໃຜ​ເປັນ​ເໝືອນ​ດັ່ງ​ພວກເຈົ້າ ເປັນ​ຊົນຊາດ​ໜຶ່ງ​ທີ່​ພຣະເຈົ້າ​ໄດ້​ຊ່ວຍເຫຼືອ​ເອົາ. ພຣະເຈົ້າຢາເວ​ເປັນ​ໂລ້​ຕ້ານທານ​ແລະ​ເປັນ​ດາບ​ປາບ​ສັດຕູ ເປັນ​ຜູ້​ປ້ອງກັນ​ແລະ​ນຳ​ໄຊຊະນະ​ມາ​ໃຫ້​ເຈົ້າ. ເຫຼົ່າ​ສັດຕູ​ນັ້ນ​ຈະ​ມາ​ກາບ​ຂໍ​ຄວາມ​ເມດຕາ ແລະ​ເຈົ້າ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ຈົນກ້ຽງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka