Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 1:16 - ພຣະຄຳພີສັກສິ

16 ປະຊາຊົນ​ຢູດາ​ເອີຍ ຈົ່ງ​ແຖ​ຫົວ​ພວກເຈົ້າ​ເພື່ອ​ໄວ້ທຸກ​ໃຫ້​ແກ່​ລູກຫລານ​ທີ່​ພວກເຈົ້າ​ຮັກ​ນັ້ນ​ສາ. ຈົ່ງ​ແຖ​ຫົວ​ພວກເຈົ້າ​ໃຫ້​ໂຫລ້ນ​ເໝືອນ​ຫົວແຮ້ງ​ສາ ກໍ​ເພາະວ່າ​ລູກຫລານ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.

Uka jalj uñjjattʼäta Copia luraña




ມີກາ 1:16
18 Jak'a apnaqawi uñst'ayäwi  

ຊຶ່ງ​ເປັນ​ປີ​ທີ​ເກົ້າ ແຫ່ງ​ຣາຊການ​ຂອງ​ກະສັດ​ໂຮເຊຢາ; ກະສັດ​ແຫ່ງ​ອັດຊີເຣຍ ໄດ້​ຢຶດເອົາ​ນະຄອນ​ຊາມາເຣຍ ແລະ​ນຳ​ຊາວ​ອິດສະຣາເອນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ. ເພິ່ນ​ໄດ້​ເອົາ​ພວກ​ເຫຼົ່ານີ້​ບາງຄົນ​ໄປ​ໄວ້​ຢູ່​ໃນ​ເມືອງ​ຮາລາ, ໃຫ້​ບາງຄົນ​ຢູ່​ໃກ້​ແມ່ນໍ້າ​ຮາໂບ​ໃນ​ເຂດ​ໂກຊານ ແລະ​ໃຫ້​ບາງຄົນ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ແຂວງ​ເມເດຍ.


ແລ້ວ​ໂຢບ​ກໍ​ລຸກ​ຂຶ້ນ ແລະ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມ​ທຸກໃຈ. ເພິ່ນ​ແຖ​ຜົມ ແລະ​ກົ້ມຂາບ​ລົງ​ດິນ.


ປະຊາຊົນ​ແຫ່ງ​ດີໂບນ ປີນຂຶ້ນ​ສູ່​ເທິງ​ພູ​ເພື່ອ​ໄປ​ຮ້ອງໄຫ້​ໃນ​ບ່ອນ​ທີ່​ມີ​ຮູບເຄົາຣົບ. ປະຊາຊົນ​ແຫ່ງ​ໂມອາບ​ຄໍ່າຄວນ​ດ້ວຍ​ຄວາມ​ໂສກເສົ້າ​ໃຫ້​ເມືອງ​ເນໂບ​ແລະ​ເມືອງ​ເມເດບາ; ພວກເຂົາ​ໄດ້​ແຖ​ຫົວ​ແລະ​ແຖ​ໜວດ​ເພື່ອ​ສະແດງ​ຄວາມ​ໂສກເສົ້າ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຮ້ອງ​ບອກ​ພວກເຈົ້າ​ໃຫ້​ຮ້ອງໄຫ້ ແລະ​ໄວ້ທຸກ ໂດຍ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ.


ທັງ​ຄົນຮັ່ງມີ​ແລະ​ຄົນ​ຍາກຈົນ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ນີ້ ແຕ່​ບໍ່ມີ​ຜູ້ໃດ​ຈະ​ຝັງ​ພວກເຂົາ​ໄວ້ ແລະ​ໄວ້ທຸກ​ໃຫ້​ພວກເຂົາ. ບໍ່ມີ​ຜູ້ໃດ​ຈະ​ຂີດ​ຕົວ​ເອງ ຫລື​ແຖ​ຫົວ​ສະແດງ​ຄວາມ​ໂສກເສົ້າ​ຂອງຕົນ.


ສະນັ້ນ ຈົ່ງ​ໃສ່​ຜ້າ​ກະສອບເຂົ້າ ແລະ​ໄວ້ທຸກ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ ແລະ​ຄໍ່າຄວນ​ສາ​ເຖີດ ເພາະ​ພຣະເຈົ້າຢາເວ​ໂກດຮ້າຍ​ຮຸນແຮງ​ຫລາຍ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ບໍ່ໄດ້​ຫັນໜີ​ໄປ​ຈາກ​ພວກເຮົາ.


ຄວາມ​ເສົ້າໂສກ​ໜັກ​ໄດ້​ມາ​ສູ່​ປະຊາຊົນ​ກາຊາ ປະຊາຊົນ​ອາຊະເກໂລນ​ກໍ​ພາກັນ​ມິດງຽບ. ພວກເຈົ້າ​ຜູ້​ລອດຕາຍ​ຈາກ​ພວກ​ຄົນ​ຮ່າງໃຫຍ່ ຕ່າງ​ກໍ​ຈະ​ໄວ້ທຸກ​ດົນນານ​ປານໃດ?


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ນຸ່ງ​ເຄື່ອງ​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ກິ້ງເກືອກ​ຢູ່​ໃນ​ຂີ້ເຖົ່າ​ໄຟ​ສາ. ຈົ່ງ​ຮ້ອງໄຫ້​ໄວ້ທຸກ​ດ້ວຍ​ຄວາມ​ຂົມຂື່ນ ເໝືອນ​ລູກຊາຍ​ຄົນດຽວ​ໄດ້​ຕາຍໄປ​ເຖີດ ຍ້ອນ​ຜູ້​ທີ່​ມາ​ທຳລາຍ​ພວກເຈົ້າ​ນັ້ນ​ຈະ​ໂຈມຕີ​ໃນ​ທັນທີ​ທັນໃດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄວ້ທຸກ​ສາ​ເຖີດ ຈົ່ງ​ແຖ​ຜົມ​ພວກເຈົ້າ​ອອກ ແລະ​ໂຍນ​ມັນ​ຖິ້ມ​ສາ ຈົ່ງ​ຮ້ອງເພງ​ອາໄລ​ອາວອນ​ທີ່​ເທິງ​ຈອມພູ​ພຸ້ນ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ​ໃດ ແລະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ສາ​ແລ້ວ.”


ຕະຫລອດ​ທັງ​ຄືນ​ນັ້ນ​ໃຫ້​ເຈົ້າ​ລຸກຂຶ້ນ​ມາ ລຸກ​ແລ້ວ​ລຸກອີກ ຄໍ່າຄວນ​ຫາ​ອົງພຣະ​ຜູ້​ເປັນເຈົ້າ; ຈົ່ງ​ເປີດໃຈ​ເຈົ້າ​ອອກ​ຂໍ​ໃຫ້​ເມດຕາ​ລູກ​ເຈົ້າ​ທັງຫລາຍ ຜູ້​ທີ່​ອຶດຫິວ​ຕາຍ​ຕາມ​ແຈ​ຫົນທາງ​ທຸກ​ເສັ້ນ.


ລາວ​ເວົ້າ​ດັ່ງນີ້: ‘ເຢໂຣໂບອາມ​ຈະ​ຕ້ອງ​ຕາຍ​ຢູ່​ໃນ​ສະໜາມຮົບ ແລະ​ປະຊາຊົນ​ອິດສະຣາເອນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໄກ​ຈາກ​ດິນແດນ​ຂອງ​ພວກເຂົາ.”’


ເພາະສະນັ້ນ ອາມາຊີຢາ​ເອີຍ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ຕໍ່​ເຈົ້າ​ວ່າ, ‘ເມຍ​ຂອງເຈົ້າ​ຈະ​ກາຍເປັນ​ໂສເພນີ​ຢູ່​ໃນ​ເມືອງ​ນີ້ ລູກ​ຊາຍ​ຍິງ​ຂອງ​ເຈົ້າ​ຈະ​ຖືກ​ຂ້າ​ໃນ​ສົງຄາມ. ດິນແດນ​ຂອງເຈົ້າ​ຈະ​ຖືກ​ແບ່ງ​ໃຫ້​ຄົນອື່ນ ແລ້ວ​ເຈົ້າເອງ​ກໍ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ສ່ວນ​ປະຊາຊົນ​ອິດສະຣາເອນ​ນັ້ນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”’


ເຮົາ​ຈະ​ໃຫ້​ເທດສະການ​ຕ່າງໆ​ກາຍເປັນ​ງານ​ແຫ່​ສົບ ແລະ​ຈະ​ປ່ຽນ​ເພງ​ສະໜຸກ​ສະໜານ​ໃຫ້​ເປັນ​ສຽງ​ຮ້ອງໄຫ້​ທີ່​ໂສກເສົ້າ​ເສຍໃຈ. ເຮົາ​ຈະ​ໃຫ້​ພວກເຈົ້າ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ໄວ້ທຸກ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ດັ່ງ​ພໍ່​ແມ່​ທີ່​ຮ້ອງໄຫ້​ໄວ້ທຸກ​ນຳ​ລູກຊາຍ​ໂທນ​ທີ່​ຕາຍໄປ. ໃນ​ວັນ​ນັ້ນ​ຈະ​ມີ​ແຕ່​ຄວາມ​ຂົມຂື່ນ​ຈົນເຖິງ​ທີ່ສຸດ.


ພວກເຈົ້າ​ຈະ​ມີ​ລູກຊາຍ​ລູກສາວ​ແຕ່​ຈະ​ສູນເສຍ​ໄປ ເພາະ​ພວກເຂົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka