Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 1:15 - ພຣະຄຳພີສັກສິ

15 ປະຊາຊົນ​ຊາວ​ເມືອງ​ມາເຣຊາ​ເອີຍ ເຮົາ​ຈະ​ມອບ​ພວກເຈົ້າ​ໃຫ້​ແກ່​ສັດຕູ ຄື​ຜູ້​ທີ່​ກຳລັງ​ຈະ​ຢຶດເອົາ​ເມືອງ​ຂອງ​ພວກເຈົ້າ. ບັນດາ​ເຈົ້ານາຍ​ທີ່​ມີ​ກຽດ​ຂອງ​ຊາດ​ອິດສະຣາເອນ ຈະ​ປົບໜີໄປ​ລີ້​ຢູ່​ໃນ​ຖໍ້າ​ເມືອງ​ອາດຸນລຳ.

Uka jalj uñjjattʼäta Copia luraña




ມີກາ 1:15
11 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ຢູດາ​ໄດ້​ໜີ​ຈາກ​ພວກ​ອ້າຍ​ນ້ອງ​ຂອງຕົນ ແລະ​ໄປ​ອາໄສ​ຢູ່​ນຳ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຮີຣາ. ຮີຣາ​ເປັນ​ຄົນ​ມາ​ຈາກ​ເມືອງ​ອາດຸນລຳ.


ພໍ​ໃກ້​ລະດູ​ເກັບກ່ຽວ ໄດ້​ມີ​ທະຫານ​ສາມ​ຄົນ​ໃນ​ຈຳນວນ​ທະຫານ​ເອກ​ສາມສິບ​ຄົນ ລົງ​ໄປ​ໃນ​ຖໍ້າ​ອາດຸນລຳ​ບ່ອນ​ທີ່​ກະສັດ​ດາວິດ​ອາໄສ​ຢູ່ ໃນ​ຂະນະທີ່​ກອງທັບ​ຂອງ​ພວກ​ຟີລິດສະຕິນ​ພວມ​ຕັ້ງ​ທີ່ໝັ້ນ​ຢູ່​ທີ່​ຮ່ອມພູ​ເຣຟາອິມ.


ເບັດຊູເຣ, ໂສໂກ, ອາດຸນລຳ,


ພວກເຈົ້າ​ຈະ​ເຮັດ​ຢ່າງໃດ​ເມື່ອ​ພຣະເຈົ້າ​ລົງໂທດ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ຢ່າງໃດ ເມື່ອ​ພຣະອົງ​ນຳ​ໄພພິບັດ​ຈາກ​ດິນແດນ​ທີ່​ຫ່າງໄກ​ມາ​ສູ່​ພວກເຈົ້າ? ພວກເຈົ້າ​ຈະ​ແລ່ນ​ໄປ​ຫາ​ຜູ້ໃດ​ໃຫ້​ມາ​ຊ່ວຍເຫລືອ? ພວກເຈົ້າ​ຈະ​ເຊື່ອງ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ຢູ່​ທີ່ໃດ?


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ດິນແດນ​ອຳໂມນ​ວ່າ, “ຊາຍ​ຊາວ​ອິດສະຣາເອນ​ໄປ​ໃສ​ໝົດ​ແລ້ວ? ບໍ່ມີ​ຜູ້ໃດ​ປ້ອງກັນ​ດິນແດນ​ບໍ? ເປັນຫຍັງ​ພວກເຂົາ​ຈຶ່ງ​ປ່ອຍ​ໃຫ້​ປະຊາຊົນ​ທີ່​ຂາບໄຫວ້​ພະ​ມິນກົມ ເອົາ​ເຂດແດນ​ຂອງ​ເຜົ່າກາດ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ບ່ອນ​ນັ້ນ?


ກະສັດ​ຂອງ​ລິບນາ, ກະສັດ​ຂອງ​ອາດຸນລຳ,


ຢາຣະມຸດ, ອາດຸນລຳ, ໂສໂກ, ອາເຊກາ,


ເກອີລາ, ອັກຊິບ ແລະ​ມາເຣຊາ. ລວມ​ທັງໝົດ​ມີ 9 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ແລ້ວ​ດາວິດ​ກໍໄດ້​ອອກ​ຈາກ​ເມືອງກາດ​ໄປ​ຢູ່​ໃນ​ຖໍ້າ​ທີ່​ໃກ້​ກັບ​ເມືອງ​ອາດຸນລຳ. ເມື່ອ​ພວກອ້າຍ ແລະ​ພີ່ນ້ອງ​ທັງຫລາຍ​ໃນ​ຄອບຄົວ​ຂອງ​ພໍ່​ລາວ​ໄດ້ຍິນ​ວ່າ​ລາວ​ຢູ່​ທີ່​ນັ້ນ ພວກເຂົາ​ຈຶ່ງ​ພາກັນ​ໄປ​ສົມທົບ​ກຳລັງ​ກັບ​ລາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka