ມີກາ 1:13 - ພຣະຄຳພີສັກສິ13 ພວກເຈົ້າທີ່ຢູ່ໃນເມືອງລາກິດ ຈົ່ງເອົາມ້າໃສ່ລົດຮົບຂອງພວກເຈົ້າຕຽມໄວ້. ພວກເຈົ້າໄດ້ເຮັດບາບຕາມພວກອິດສະຣາເອນ; ສະນັ້ນ ມັນຈຶ່ງເຮັດໃຫ້ນະຄອນເຢຣູຊາເລັມມີບາບ. Uka jalj uñjjattʼäta |
ກະສັດແຫ່ງອັດຊີເຣຍໄດ້ສົ່ງກອງທັບໃຫຍ່ແຕ່ເມືອງລາກິດໄປໂຈມຕີກະສັດເຮເຊກີຢາທີ່ນະຄອນເຢຣູຊາເລັມ; ກອງທັບນີ້ບັນຊາການໂດຍນາຍທະຫານສາມຄົນ ມີດັ່ງນີ້: ຜູ້ບັນຊາການສູງສຸດ, ຜູ້ບັນຊາການກອງທັບ ແລະຮອງຜູ້ບັນຊາການສູງສຸດທີ່ເປັນຜູ້ບັນຊາການແນວຮົບ. ເມື່ອມາຮອດນະຄອນເຢຣູຊາເລັມແລ້ວ ພວກເຂົາກໍເຂົ້າຢຶດເອົາຖະໜົນຊ່າງຕໍ່າຜ້າ ໂດຍຜ່ານໄປທາງທໍ່ນໍ້າທີ່ໄຫລມາແຕ່ສະນໍ້າເບື້ອງເໜືອ.