Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 1:12 - ພຣະຄຳພີສັກສິ

12 ຊາວ​ເມືອງ​ມາໂຣດ ຕ່າງ​ກໍ​ລໍຖ້າ​ການ​ບັນເທົາທຸກ​ດ້ວຍ​ໃຈ​ກະວົນ​ກະວາຍ ຍ້ອນ​ພຣະເຈົ້າຢາເວ​ໄດ້​ນຳ​ໄພພິບັດ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ.

Uka jalj uñjjattʼäta Copia luraña




ມີກາ 1:12
9 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຫວັງ​ໄດ້​ຮັບ​ແສງແຈ້ງ​ແລະ​ຄວາມສຸກ ແຕ່​ຄວາມ​ເດືອດຮ້ອນ ແລະ​ມືດໜາ​ກໍ​ມາ​ແທນທີ່.


ເຮົາ​ໄດ້ສ້າງ​ຄວາມ​ສະຫວ່າງ​ຂຶ້ນ​ມາ ຄວາມມືດ ເຮົາ​ກໍ​ນິຣະມິດ​ສ້າງ​ຂຶ້ນ​ດ້ວຍ; ເຮົາ​ນຳ​ພອນ ແລະ​ຄວາມພິນາດ​ມາ​ຄືກັນ ເຮົາ​ຄື​ພຣະເຈົ້າຢາເວ​ເຮັດ​ທຸກສິ່ງ​ເຫຼົ່ານີ້.


ພຣະອົງ​ໄດ້​ປະຖິ້ມ​ຢູດາ​ເດັດຂາດ​ແລ້ວ​ບໍ? ພຣະອົງ​ກຽດຊັງ​ປະຊາຊົນ​ໃນ​ນະຄອນ​ຊີໂອນ​ຫລື​ນີ້? ເປັນຫຍັງ​ຈຶ່ງ​ທຳຮ້າຍ​ພວກ​ຂ້ານ້ອຍ​ໜັກ​ຫລາຍ? ຈົນ​ບໍ່​ຮັກສາ​ພວກ​ຂ້ານ້ອຍ​ໃຫ້​ດີ​ໄດ້? ສັນຕິສຸກ​ຄື​ສິ່ງ​ທີ່​ພວກ​ຂ້ານ້ອຍ​ຊອກຫາ ແຕ່​ກໍ​ບໍ່​ເຫັນ​ສິ່ງ​ທີ່​ດີ​ເກີດຂຶ້ນ​ມາ​ຈັກເທື່ອ; ພວກ​ຂ້ານ້ອຍ​ຫວັງ​ຈະ​ໄດ້​ຮັບ​ການ​ຮັກສາ​ໃຫ້​ດີ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ກໍ​ມາ​ແທນທີ່.


ພວກເຮົາ​ຫວັງ​ໄດ້​ເຫັນ​ຄວາມ​ສະຫງົບສຸກ ແລະ​ຍາມ​ປິ່ນປົວ​ໃຫ້​ດີ ແຕ່​ຄວາມ​ແຕກຕື່ນ​ຕົກໃຈກົວ​ໄດ້​ເຂົ້າ​ມາ​ແທນທີ່; ມັນ​ບໍ່ມີ​ປະໂຫຍດ​ຫຍັງ​ແລ້ວ.


ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?


ບາດແຜ​ຂອງ​ນະຄອນ​ຊາມາເຣຍ​ຮັກສາ​ໃຫ້​ດີ​ບໍ່ໄດ້ ແລະ​ໄດ້​ລາມ​ມາເຖິງ​ຢູດາ ໄພພິບັດ​ໄດ້​ມາຮອດ​ປະຕູ​ເມືອງ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ບ່ອນ​ທີ່​ປະຊາຊົນ​ຂອງຂ້ອຍ​ອາໄສ​ຢູ່.”


ນາງ​ຕອບ​ວ່າ, “ຢ່າ​ເອີ້ນ​ຂ້ອຍ​ວ່າ ນາໂອມີ, ແຕ່​ໃຫ້​ເອີ້ນ​ຂ້ອຍ​ວ່າ ມາຣາ ຍ້ອນ​ວ່າ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ເຮັດ​ໃຫ້​ຊີວິດ​ຂອງຂ້ອຍ​ຂົມຂື່ນ.


ຝ່າຍ​ເອລີ​ກໍ​ກຳລັງ​ນັ່ງ​ເຝົ້າ​ຄອຍ​ຢູ່​ໃກ້​ແຄມ​ທາງ ພ້ອມ​ທັງ​ຄິດ​ເປັນຫ່ວງ​ນຳ​ຫີບ​ຂອງ​ພຣະເຈົ້າ. ຊາຍ​ຜູ້​ນີ້​ໄດ້​ມາ​ປ່າວ​ປະກາດ​ໄປ​ທົ່ວ​ເມືອງ ຈົນ​ທຸກຄົນ​ຮ້ອງໄຫ້​ດ້ວຍ​ຄວາມຢ້ານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka