Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 1:1 - ພຣະຄຳພີສັກສິ

1 ພຣະທຳ​ເລື່ອງນີ້​ບັນຈຸ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ສົ່ງ​ເຖິງ​ມີກາ ຊາວ​ເມືອງ​ໂມເຣເຊັດ ຢູ່​ໃນ​ສະໄໝ​ຂອງ​ເຈົ້າ​ໂຢທາມ ອາຮາດ ແລະ​ເຮເຊກີຢາ ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ. ພຣະອົງ​ໄດ້​ສຳແດງ​ໃຫ້​ມີກາ​ຮູ້​ສິ່ງ​ທັງໝົດ​ເຫຼົ່ານີ້ ກ່ຽວກັບ​ນະຄອນ​ຊາມາເຣຍ​ແລະ​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ມີກາ 1:1
27 Jak'a apnaqawi uñst'ayäwi  

ໃນ​ຣາຊການ​ປີ​ທີ​ສອງ​ຂອງ​ເຈົ້າເປກາ​ລູກຊາຍ​ຂອງ​ເຈົ້າ​ເຣມາລີຢາ​ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ໂຢທາມ​ລູກຊາຍ​ຂອງ​ເຈົ້າ​ອຸດຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ


ພຣະເຈົ້າຢາເວ​ໄດ້​ລົງໂທດ​ກະສັດ​ອຸດຊີຢາ ໂດຍ​ໃຫ້​ເປັນ​ໂຣກ​ຂີ້ທູດ ຕະຫລອດ​ຊົ່ວຊີວິດ. ເພິ່ນ​ຢູ່​ໃນ​ວັງ​ຕ່າງຫາກ ແລະ​ອອກ​ຈາກ​ວຽກການ​ທຸກຢ່າງ​ໃນ​ຂະນະທີ່​ໂຢທາມ ລູກຊາຍ​ຂອງ​ເພິ່ນ​ປົກຄອງ​ອານາຈັກ​ແທນ.


ໃນ​ຣາຊການ​ປີ​ທີ​ສິບເຈັດ​ຂອງ​ເຈົ້າເປກາ​ລູກຊາຍ​ຂອງ​ເຣມາລີຢາ ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ອາຮາດ​ລູກຊາຍ​ຂອງ​ເຈົ້າ​ໂຢທາມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ


ໃນ​ຣາຊການ​ປີ​ທີ​ສາມ​ຂອງ​ເຈົ້າ​ໂຮເຊຢາ​ລູກຊາຍ​ຂອງ​ເຈົ້າເອລາ ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ເຮເຊກີຢາ ລູກຊາຍ​ຂອງ​ກະສັດ​ອາຮາດ​ໄດ້​ຂຶ້ນ​ປົກຄອງ​ອານາຈັກ​ຢູດາຍ


ເຈົ້າ​ອາຮາດ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ຊາວ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບຫົກ​ປີ. ເພິ່ນ​ບໍ່ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ດາວິດ ບັນພະບຸລຸດ​ຂອງ​ເພິ່ນ; ແຕ່​ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ບໍ່​ພໍພຣະໄທ


ເຈົ້າ​ເຮເຊກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ຊາວເກົ້າ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ອາບີຢາ​ລູກສາວ​ຂອງ​ເຊກາຣີຢາ.


ພຣະທຳ​ເຫຼັ້ມນີ້​ບັນຈຸ​ຖ້ອຍຄຳ​ກ່ຽວກັບ​ອານາຈັກ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ ທີ່​ພຣະເຈົ້າ​ໄດ້​ເປີດເຜີຍ​ໃຫ້​ແກ່​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໃນ​ຣາຊການ​ຂອງ​ເຈົ້າ​ອຸດຊີຢາ, ເຈົ້າ​ໂຢທາມ, ເຈົ້າ​ອາຮາດ​ແລະ​ເຈົ້າ​ເຮເຊກີຢາ​ປົກຄອງ​ອານາຈັກ​ຢູດາຍ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ໂອ ຈັກກະວານ​ແລະ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ກຳລັງ​ກ່າວ ພວກ​ເດັກນ້ອຍ​ທີ່​ເຮົາ​ລ້ຽງ​ມາ​ຈົນ​ໃຫຍ່​ໄດ້​ກະບົດ​ຕໍ່ສູ້​ເຮົາ.


ເມື່ອ​ກະສັດ​ອາຮາດ ລູກຊາຍ​ຂອງ​ໂຢທາມ​ແລະ​ຫລານຊາຍ​ຂອງ​ອຸດຊີຢາ ໄດ້​ຂຶ້ນ​ປົກຄອງ​ຢູດາຍ​ນັ້ນ ສົງຄາມ​ໄດ້​ລະເບີດ​ຂຶ້ນ. ກະສັດ​ເຣຊິນ​ແຫ່ງ​ຊີເຣຍ ແລະ​ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ ໄດ້​ບຸກໂຈມຕີ​ນະຄອນ​ເຢຣູຊາເລັມ; ແຕ່​ພວກເຂົາ​ຢຶດເອົາ​ນະຄອນ​ເຢຣູຊາເລັມ​ບໍ່ໄດ້.


ອິດສະຣາເອນ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ນະຄອນ​ຊາມາເຣຍ ເມືອງເອກ​ຂອງ​ປະເທດ ແລະ​ຊາມາເຣຍ​ກໍ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ກະສັດ​ເປກາ. ຖ້າ​ພວກເຈົ້າ​ບໍ່​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ພວກເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ບໍ່ໄດ້.”’


“ເມື່ອ​ເຈົ້າ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຜູ້ທຳນວາຍ​ມີກາ​ແຫ່ງ​ໂມເຣເຊັດ​ໄດ້​ບອກ​ປະຊາຊົນ​ທຸກຄົນ​ວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້: ‘ພູເຂົາ​ຊີໂອນ​ເອີຍ ເຈົ້າ​ຈະ​ຖືກ​ໄຖ​ດັ່ງ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ກອງ​ສິ່ງ​ເພພັງ​ຮົກຮ້າງ ສ່ວນ​ເທິງ​ເນີນພູ​ບ່ອນ​ທີ່​ຕັ້ງ​ວິຫານ ກໍ​ຈະ​ກາຍເປັນ​ປ່າດົງ​ພົງໄພ​ຈົນ​ສິ້ນ.’


ນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ໂຮເສອາ ລູກຊາຍ​ຂອງ​ເບເອຣີ ເວລາ​ທີ່​ອຸດຊີຢາ, ໂຢທາມ, ອາຮາດ ແລະ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ; ແລະ​ເວລາ​ທີ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເຢໂຮອາດ ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.


ເຖິງ​ແມ່ນ​ວ່າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ບໍ່​ສັດຊື່​ຕໍ່​ເຮົາ​ກໍຕາມ ກໍ​ຢ່າ​ໃຫ້​ປະຊາຊົນ​ຢູດາ​ເຮັດ​ຜິດ​ໃນ​ລັກສະນະ​ດຽວກັນ. ຢ່າ​ໄປ​ຂາບໄຫວ້​ໃນ​ເມືອງ​ກິນການ ຫລື​ເບັດອາເວນ ຫລື​ສັນຍາ​ຢູ່​ທີ່​ນັ້ນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່.’


ປະຊາຊົນ​ອິດສະຣາເອນ​ໄດ້​ສ້າງ​ວັງ​ໄວ້​ຫລາຍ​ແຫ່ງ, ແຕ່​ພວກເຂົາ​ລືມ​ຜູ້​ທີ່​ສ້າງ​ພວກເຂົາ. ປະຊາຊົນ​ຢູດາ​ສ້າງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ໄວ້​ຫລາຍ​ແຫ່ງ; ແຕ່​ເຮົາ​ກໍ​ຈະ​ສົ່ງ​ໄຟ​ມາ​ເຜົາຜານ​ເມືອງ ແລະ​ທຳລາຍ​ວັງ​ຂອງ​ພວກເຂົາ​ຖິ້ມ.”


ຕໍ່ໄປນີ້​ແມ່ນ​ຄຳເວົ້າ​ຂອງ​ອາໂມດ ຄົນລ້ຽງແກະ​ຜູ້ໜຶ່ງ​ໃນ​ເມືອງ​ເຕກົວ. ກ່ອນ​ແຜ່ນດິນ​ໄຫວ​ສອງ​ປີ ເມື່ອ​ອຸດຊີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ ແລະ​ເຢໂຣໂບອາມ ລູກຊາຍ​ຂອງ​ເຢໂຮອາດ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ; ພຣະເຈົ້າ​ໄດ້​ເປີດເຜີຍ​ເລື່ອງລາວ​ເຫຼົ່ານີ້​ທັງໝົດ ກ່ຽວກັບ​ຊາດ​ອິດສະຣາເອນ​ໃຫ້​ແກ່​ອາໂມດ.


ຄວາມ​ທຸກ​ລຳບາກ​ໃຫຍ່​ຈະ​ເກີດ​ມີ​ແກ່​ພວກເຈົ້າ ຜູ້​ທີ່​ໃຊ້​ຊີວິດ​ຢູ່​ຢ່າງ​ສະໜຸກ​ສະບາຍ​ໃນ​ນະຄອນ​ຊີໂອນ ແລະ​ຜູ້​ທີ່​ຢູ່​ຢ່າງ​ປອດໄພ​ໃນ​ນະຄອນ​ຊາມາເຣຍ ຄື​ບັນດາ​ເຈົ້ານາຍ​ຜູ້​ໃຫຍ່​ແຫ່ງ​ຊົນຊາດ​ອິດສະຣາເອນ ຜູ້​ທີ່​ປະຊາຊົນ​ໄປ​ຂໍ​ຄວາມ​ຊ່ວຍເຫລືອ​ນຳ​ນັ້ນ


ເຫດການ​ທັງປວງ​ນີ້​ຈະ​ເກີດຂຶ້ນ​ເພາະ​ປະຊາຊົນ​ອິດສະຣາເອນ​ໄດ້​ເຮັດ​ບາບ ແລະ​ກະບົດ​ຕໍ່​ພຣະເຈົ້າ. ເປັນ​ຄວາມຜິດ​ຂອງ​ຜູ້ໃດ​ທີ່​ຊາດ​ອິດສະຣາເອນ​ເປັນ​ກະບົດ? ເປັນ​ຄວາມຜິດ​ຂອງ​ນະຄອນ​ຊາມາເຣຍ​ບໍ່ແມ່ນບໍ? ຜູ້ໃດ​ເຮັດ​ຜິດ​ຖານ​ຂາບໄຫວ້​ຮູບເຄົາຣົບ​ໃນ​ຊາດ​ຢູດາ? ແມ່ນ​ນະຄອນ​ເຢຣູຊາເລັມ​ບໍ່ແມ່ນບໍ?


ຈົ່ງ​ຟັງ​ຂ້າພະເຈົ້າ​ເທີ້ນ ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ທີ່​ກຽດຊັງ​ຄວາມ​ຍຸດຕິທຳ​ແລະ​ປ່ຽນ​ຖືກ​ໃຫ້​ເປັນ​ຜິດ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ໄດ້​ເປີດເຜີຍ​ແກ່​ຜູ້ທຳນວາຍ​ຮາບາກຸກ.


ເພາະວ່າ ຄຳທຳນວາຍ​ນັ້ນ​ບໍ່ໄດ້​ມາ​ຈາກ​ນໍ້າໃຈ​ຂອງ​ມະນຸດ​ຈັກເທື່ອ, ແຕ່​ມະນຸດ​ໄດ້​ກ່າວ​ຄຳ​ທີ່​ມາ​ຈາກ​ພຣະເຈົ້າ ຕາມ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ດົນໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka