5 ແຕ່ກ່ອນວັນຍິ່ງໃຫຍ່ແລະວັນອັນໜ້າຢ້ານຂອງພຣະເຈົ້າຢາເວຈະມາເຖິງ ເຮົາຈະໃຊ້ເອລີຢາຜູ້ທຳນວາຍຂອງເຮົາມາ.
ຍັງມີສຽງໜຶ່ງນັ້ນຮ້ອງດັງອອກມາວ່າ “ຈົ່ງຕຽມທາງໃນຖິ່ນແຫ້ງແລ້ງກັນດານໃຫ້ພ້ອມ ຈົ່ງຕຽມຫົນທາງນັ້ນໄວ້ສຳລັບພຣະເຈົ້າຢາເວເດີ ຈົ່ງແປງທາງໃນທະເລຊາຍສຳລັບພຣະເຈົ້າຂອງພວກເຮົາ
ກ່ອນວັນອັນຍິ່ງໃຫຍ່ໜ້າຢ້ານຂອງພຣະເຈົ້າຢາເວມາເຖິງ ອາທິດຈະມືດມົວທັງເດືອນຈະເປັນສີແດງດັ່ງເລືອດ.
ວັນອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວຫຍັບເຂົ້າມາໃກ້ແລ້ວ ຄືຫຍັບເຂົ້າມາໃກ້ທີ່ສຸດ ແລະມາໄວທີ່ສຸດ ໃນວັນຂອງພຣະເຈົ້າຢາເວຈະເປັນວັນທີ່ຂົມຂື່ນ ແມ່ນແຕ່ ບັນດາທະຫານທີ່ເກັ່ງກ້າທີ່ສຸດ ກໍຈະຮ້ອງອອກມາດ້ວຍຄວາມໝົດຫວັງ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຕອບວ່າ, “ເຮົາຈະໃຊ້ຜູ້ແຈ້ງຂ່າວຂອງເຮົາໄປຕຽມທາງໄວ້ສຳລັບເຮົາ. ແລ້ວອົງພຣະຜູ້ເປັນເຈົ້າ ຜູ້ທີ່ພວກເຈົ້າກຳລັງຊອກຫານັ້ນ ກໍຈະມາທີ່ພຣະວິຫານໃນທັນໃດ. ຜູ້ແຈ້ງຂ່າວທີ່ພວກເຈົ້າຢາກເຫັນນັ້ນຈະມາ ແລະປະກາດພັນທະສັນຍາຂອງເຮົາ.”
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ວັນນັ້ນກຳລັງມາເຖິງ ຄືມື້ທີ່ຄົນຈອງຫອງແລະຄົນຊົ່ວທຸກຄົນຈະຖືກໄຟເຜົາດັ່ງເຟືອງ. ໃນວັນນັ້ນ ພວກເຂົາຈະຖືກໄຟເຜົາ ແລະຈະບໍ່ມີຫຍັງເຫຼືອຢູ່ເລີຍ.
ເພິ່ນຈະອອກໜ້າກ່ອນ ອົງພຣະຜູ້ເປັນເຈົ້າຢ່າງເຂັ້ມແຂງແລະອົງອາດ ເໝືອນດັ່ງຜູ້ທຳນວາຍເອລີຢາ ເພິ່ນຈະນຳພໍ່ກັບລູກໃຫ້ຄືນດີກັນ ເພິ່ນຈະນຳຄົນດື້ດ້ານກັບໃຫ້ມີປັນຍາຢ່າງຄົນສິນທຳ ເພິ່ນຈະຕຽມປະຊາຊົນໄວ້ພ້ອມສຳລັບອົງພຣະຜູ້ເປັນເຈົ້າ.”
ໃນທັນໃດນັ້ນ ກໍມີສອງຄົນກຳລັງສົນທະນາຢູ່ກັບພຣະອົງ ສອງຄົນນັ້ນແມ່ນໂມເຊ ແລະ ເອລີຢາ
ພວກເຂົາຈຶ່ງຖາມອີກວ່າ, “ຖ້າດັ່ງນັ້ນ ທ່ານແມ່ນຜູ້ໃດ? ທ່ານແມ່ນເອລີຢາບໍ?” ໂຢຮັນຕອບວ່າ, “ເຮົາບໍ່ແມ່ນເອລີຢາ.” ພວກເຂົາຖາມວ່າ, “ທ່ານເປັນຜູ້ທຳນວາຍບໍ”? ໂຢຮັນຕອບວ່າ, “ບໍ່ແມ່ນ.”
ພວກເຂົາຖາມໂຢຮັນວ່າ, “ຖ້າທ່ານບໍ່ແມ່ນພຣະຄຣິດ, ບໍ່ແມ່ນເອລີຢາ ແລະບໍ່ແມ່ນຜູ້ທຳນວາຍແລ້ວ, ເປັນຫຍັງທ່ານຈຶ່ງໃຫ້ຮັບບັບຕິສະມາ?”
ເພາະວ່າວັນສຳຄັນແຫ່ງຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງໄດ້ມາເຖິງແລ້ວ ແລະຜູ້ໃດໜໍອາດຈະທົນຢູ່ໄດ້?”