Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາລາກີ 4:4 - ພຣະຄຳພີສັກສິ

4 “ຈົ່ງ​ຈົດຈຳ​ກົດບັນຍັດ​ຕ່າງໆ​ຂອງ​ໂມເຊ​ຄົນ​ຮັບໃຊ້​ຂອງເຮົາ ຄື​ກົດບັນຍັດ​ທັງຫລາຍ​ແລະ​ຂໍ້ຄຳສັ່ງ​ຕ່າງໆ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ລາວ​ທີ່​ເທິງ​ພູເຂົາ​ຊີນາຍ ເພື່ອ​ໃຫ້​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ປະຕິບັດ​ຕາມ.

Uka jalj uñjjattʼäta Copia luraña




ມາລາກີ 4:4
25 Jak'a apnaqawi uñst'ayäwi  

ເພາະ​ເຫັນ​ແກ່​ຄວາມ​ຊອບທຳ​ຂອງ​ພຣະອົງ ພຣະເຈົ້າຢາເວ​ຊົງ​ພໍພຣະໄທ ທີ່​ຈະ​ເຊີດຊູ​ກົດບັນຍັດ ແລະ​ເຮັດ​ໃຫ້​ກົດບັນຍັດ​ນັ້ນ​ມີ​ກຽດ.


ພວກເຈົ້າ​ຕ້ອງ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ສັ່ງສອນ​ພວກເຈົ້າ ຢ່າ​ສູ່​ຟັງຄວາມ​ຂອງ​ໝໍ​ຜີ ເພາະ​ສິ່ງ​ທີ່​ເຂົາ​ບອກ​ພວກເຈົ້າ​ໃຫ້​ເຮັດ​ນັ້ນ​ມັນ​ບໍ່​ດີ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຢຸດ​ຢູ່​ທີ່​ທາງ​ສີ່​ແຍກ​ແລະ​ແນມ​ເບິ່ງ. ຈົ່ງ​ຖາມ​ຫາ​ຫົນທາງ​ດັ້ງເດີມ​ແລະ​ຫົນທາງ​ອັນ​ດີເລີດ​ນັ້ນ​ວ່າ​ຢູ່​ໃສ. ຈົ່ງ​ເດີນ​ໄປ​ຕາມ​ທາງນັ້ນ​ແລະ​ພວກເຈົ້າ​ກໍ​ຈະ​ພົບ​ຄວາມ​ຢູ່ເຢັນ​ເປັນສຸກ.” ແຕ່​ພວກເຂົາ​ເວົ້າ​ວ່າ, “ບໍ່ ພວກເຮົາ​ຈະ​ບໍ່​ເຮັດ​ດອກ.”


ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ລຶບລ້າງ​ກົດບັນຍັດ​ດ້ວຍ​ຄວາມເຊື່ອ​ຫລື? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ພວກເຮົາ​ຍັງ​ເປັນ​ຜູ້​ສະໜັບ​ສະໜູນ​ກົດບັນຍັດ​ອີກ.


ມື້​ທີ່​ພວກເຈົ້າ​ໄດ້​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ພູເຂົາ​ຊີນາຍ ເມື່ອ​ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ວ່າ ‘ຈົ່ງ​ເຕົ້າໂຮມ​ປະຊາຊົນ ເຮົາ​ຕ້ອງການ​ໃຫ້​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເຮົາ​ຕ້ອງ​ກ່າວ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮຽນ​ຮູ້​ເຊື່ອຟັງ​ເຮົາ​ຊົ່ວຊີວິດ​ຂອງ​ພວກເຂົາ ແລະ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ສັ່ງສອນ​ລູກຫລານ​ຂອງ​ພວກເຂົາ​ໃຫ້​ເຮັດ​ຢ່າງ​ດຽວກັນ.’


ສະນັ້ນ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ຈະ​ບໍ່​ລືມໄລ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ. ຈົ່ງ​ເຮັດ​ຕາມ​ພຣະ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຢ່າ​ເຮັດ​ຮູບເຄົາຣົບ​ໃດໆ​ສຳລັບ​ຕົນ


ທີ່​ພູເຂົາ​ຊີນາຍ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ຕັ້ງ​ພັນທະສັນຍາ​ນີ້


“ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ບໍ່​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຢ່າ​ລົ້ມເລີກ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ໃນວັນນີ້.


ຢ່າ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈັກເທື່ອ ຫລື​ຫັນເຫ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ພະອື່ນ. ຖ້າ​ພວກເຈົ້າ​ຂືນ​ເຮັດ ຂ້າພະເຈົ້າ​ຂໍ​ເຕືອນ​ພວກເຈົ້າ​ໃນວັນນີ້​ໂລດ​ວ່າ ພວກເຈົ້າ​ຈະ​ຖືກ​ທຳລາຍ​ຢ່າງ​ແນ່ນອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka