ມາລາກີ 4:2 - ພຣະຄຳພີສັກສິ2 ແຕ່ສຳລັບພວກທີ່ຢຳເກງນາມຂອງເຮົາ ເຮົາຈະນຳຄວາມພົ້ນມາໃຫ້ພວກເຂົາ ດ້ວຍອານຸພາບອັນຮຸ່ງເຮືອງຂອງເຮົາ ດັ່ງດວງຕາເວັນຂຶ້ນ ແລະຈະນຳເອົາການປິ່ນປົວມາສູ່ພວກເຂົາ ດັ່ງແສງດວງອາທິດ. ພວກເຈົ້າຈະເປັນອິດສະຫລະເສລີແລະມີຄວາມສຸກ ດັ່ງລູກງົວທີ່ອອກມາຈາກຄອກ. Uka jalj uñjjattʼäta |
ແຕ່ລະຟາກຂອງລຳນໍ້ານັ້ນຈະມີຕົ້ນໄມ້ທຸກຊະນິດ ເກີດຂຶ້ນເພື່ອເປັນອາຫານ. ໃບຂອງຕົ້ນໄມ້ເຫຼົ່ານີ້ຈະບໍ່ຫ່ຽວແຫ້ງຈັກເທື່ອ ແລະຕົ້ນໄມ້ນັ້ນຈະບໍ່ຢຸດເກີດໝາກຈັກເທື່ອ. ຕົ້ນໄມ້ເຫຼົ່ານີ້ຈະໃຫ້ໝາກໄມ້ສົດແຕ່ລະເດືອນ ເພາະໄດ້ຮັບນໍ້າລໍ່ລ້ຽງ ທີ່ໄຫລມາຈາກພຣະວິຫານ. ຕົ້ນໄມ້ຕ່າງໆຈະໃຫ້ໝາກໄມ້ເປັນອາຫານ ແລະໃບຂອງມັນກໍຈະຖືກນຳມາເພື່ອໃຊ້ໃນການປິ່ນປົວຄົນ.”
ຝ່າຍບັນດານາໆຊາດກໍມີຄວາມເຄືອງແຄ້ນ ເພາະເວລາທີ່ຊົງໂກດຮ້າຍໄດ້ມາເຖິງ ຄືຄົນທີ່ຕາຍແລ້ວຈະຖືກພິພາກສາລົງໂທດ. ແລະເຖິງເວລາທີ່ຈະຊົງປະທານລາງວັນ ແກ່ພວກຜູ້ຮັບໃຊ້ຂອງພຣະອົງ ພວກຜູ້ປະກາດພຣະທຳ ແລະໄພ່ພົນຂອງພຣະອົງທຸກຄົນ ຄືທຸກຄົນທີ່ມີຄວາມຢຳເກງພຣະນາມຂອງພຣະອົງ ທັງຜູ້ນ້ອຍແລະຜູ້ໃຫຍ່. ແລະເຖິງເວລາແລ້ວ ທີ່ພຣະອົງຈະຊົງທຳລາຍ ພວກທີ່ໄດ້ທຳລາຍແຜ່ນດິນໂລກ.”