ມາລາກີ 4:1 - ພຣະຄຳພີສັກສິ1 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ວັນນັ້ນກຳລັງມາເຖິງ ຄືມື້ທີ່ຄົນຈອງຫອງແລະຄົນຊົ່ວທຸກຄົນຈະຖືກໄຟເຜົາດັ່ງເຟືອງ. ໃນວັນນັ້ນ ພວກເຂົາຈະຖືກໄຟເຜົາ ແລະຈະບໍ່ມີຫຍັງເຫຼືອຢູ່ເລີຍ. Uka jalj uñjjattʼäta |
“ຜູ້ໃດນຳນັກປາບປາມຜູ້ໜຶ່ງ ມາແຕ່ທິດຕາເວັນອອກເດ ແລະເຮັດໃຫ້ລາວມີໄຊໃນທຸກບ່ອນທີ່ລາວໄປນັ້ນ? ຜູ້ໃດໃຫ້ລາວໄຊຊະນະກະສັດ ແລະຊົນຊາດທັງຫລາຍ? ດາບຂອງລາວຟັນພວກເຂົາລົງໃຫ້ເປັນຂີ້ຝຸ່ນດິນທັງສິ້ນ. ລູກທະນູຂອງລາວເຮັດໃຫ້ພວກເຂົາກະຈັດກະຈາຍໄປ ເໝືອນດັ່ງເຟືອງທີ່ຖືກລົມພັດປິວໄປຈົນໝົດສິ້ນ.
ສະນັ້ນ ບັດນີ້ ເຟືອງ ແລະຫຍ້າແຫ້ງຖືກເຜົາໄໝ້ໃນໄຟສັນໃດ ຮາກເຫງົ້າຂອງພວກເຈົ້າຈະຂຸແລະດອກຂອງພວກເຈົ້າຈະຫ່ຽວແຫ້ງ ທັງຖືກລົມພັດໜີໄປສັນນັ້ນ; ເພາະພວກເຈົ້າໄດ້ປະຖິ້ມຄຳສັ່ງສອນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຄືດູຖູກຢຽບຫຍາມຖ້ອຍຄຳຂອງພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ໄດ້ສັ່ງສອນພວກເຮົາ.
ໃນມື້ນັ້ນ ເມື່ອພຣະເຈົ້າຢາເວລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງ ແມ່ນແຕ່ເງິນແລະຄຳທັງໝົດທີ່ພວກເຂົາມີຢູ່ ກໍຈະຊ່ວຍຫຍັງພວກເຂົາບໍ່ໄດ້. ແຜ່ນດິນໂລກທັງໝົດຈະຖືກທຳລາຍ ດ້ວຍໄຟແຫ່ງຄວາມໂກດຮ້າຍຂອງພຣະອົງ. ພຣະອົງຈະໃຫ້ເຖິງທີ່ສິ້ນສຸດ ຄືການສິ້ນສຸດຢ່າງກະທັນຫັນແກ່ທຸກໆຄົນ ທີ່ອາໄສຢູ່ເທິງແຜ່ນດິນໂລກນີ້.